覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ປຶກ​ສາ​ຫາ​ລືລະ​ດັບ​ສູງ​​​ກ່ຽວ​ກັບເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ຣິ​ກາຮອບ​ທີ 6 ​ສິ້ນ​ສຸດ​ລົງ

2019-02-16 14:46:13 cri

ທ່ານ​ລິວ​ເຮີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ຫົວ​ໜ້າ​ຝ່າຍ​ຈີນ​ຂອງ​ການ​ສົນ​ທະ​ນາ​ເສດ​ຖະ​ກິດ​ຮອ​ບ​ດ້ານ​ຈີນ-ອາ​ເມ​ຣິ​ກາ ແລະ​ທ່ານ​ໂຣ​ເບີດ ໄລ​ທີ​ເຊີ ຜູ້​ແທນ​ການ​ຄ້າ​ອາ​ເມ​ຣິ​ກາ,ທ່ານ​ສະ​ຕີ​ເວັນ ມູ​ນູ​ຊິນ  ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​​ລະ​ດັບ​ສູງ​ກ່ຽວ​ກັບເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ຣິ​ກາ​ຮອບ​ທີ 6  ຢູ່​ນະ​ຄອນຫຼວງ​ປັກ​ກິ່ງແຕ່​ວັນ​ທີ 14-15 ກຸມ​ພາ​ນີ້. ສອງ​ຝ່າຍ​ໄດ້​ຕັ້ງ​ໃຈ​ຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​​​ຂອງປະ​ມຸກ​ລັດ​ສອງ​ປະ​ເທດ​ທີ່​ໄດ້​ຕົກ​ລົງ​ຮ່ວມ​ກັນ​ໃນ​ການ​ພົບ​ປະ​ທີ່​ອາກ​ຊັງ​ຕີນ ແລະ​ໄດ້​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ ແລະ​ບັນ​ຫາ​ທີ່​ຝ່າຍ​ຈີນ​ມີ​ຄວາ​ມ​ສົນ​ໃຈ​ເຊັ່ນ ການ​ໂອນ​ເຕັກ​ນິກ,ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ, ກຳ​ແພງ​ການ​ຄ້າ​ທີ່​ບໍ່​ແມ່ນ​ພາ​ສີ, ຂະ​ແໜງ​ການ​ບໍ​ລິ​ການ, ກະ​ສິ​ກຳ,ຄວາມ​ດຸນ​ດ່ຽງ​ດ້ານ​ການ​ຄ້າ, ກົນ​ໄກ​ປະ​ຕິ​ບັດ​ແລະ​ອື່ນໆ​. ສອງ​ຝ່າຍ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທາງ​ດ້ານ​ຫຼັກ​ການ​ກ່ຽວ​ກັບ​ບັນ​ຫາ​ສຳ​ຄັນ ທັງ​ໄດ້​ປຶກ​ສາ​ຫາ​ລື​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ບົດ​ບັນ​ທຶກ​ຄວາມ​ເຂົ້​າ​ໃຈ​ວ່າ​ດ້ວຍ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ ແລະ​ທັງ​ສອງ​ຝ່າຍ​ຢືນ​ຢັນ​ວ່າ ຈະ​ເລັ່ງ​ລັດ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຕາມ​ເວ​ລາ​ກຳ​ນົດ​ຂອງ​ການ​ປຶກ​ສາ​ຫາ​ລື ເຊິ່ງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ກຳ​ນົດ​ໄວ້ ເພື່ອ​ພະ​ຍາ​ຍາມ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ.
 

  ສອງ​ຝ່າຍ​ໄດ້​ຕົກ​ລົງ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນ ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໃນ​ອາ​ທິດ​ໜ້າ.

ຄຳ​ເຫັນ

0