曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຜູ້ຕາງໜ້າອາເມຣິກາເປັນຄັ້ງທຳອິດ ປະມຸກລັດສອງປະເທດນຳພາການປຶກສາຫາລືດ້ານເສດຖະກິດການຄ້າ

2019-02-16 15:54:57 cri

ວັນ​ທີ 15 ກຸມພາ​ນີ້, ການ​ເຈລະຈາ​ລະດັບ​ສູງ​ດ້ານ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ຈີນ-ອາ​ເມຣິກາ​ຄັ້ງ​ທີ 6 ທີ່​ປະຈັກ​ຕາ​ຊາວ​ໂລກ​ໄດ້​ສິ້ນ​ສຸດ​ລົງ​ຢູ່​ນະຄອນຫຼວງ​ປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັກບຂອງທ່ານໂຣເບີດ ໄລທີເຊີ ຜູ້ຕາງໜ້າການຄ້າອາເມຣິກາ ແລະທ່ານສຕີເວນ ມະນຸຊີນ ລັດຖະມົນຕີກະຊວງການເງິນອາເມຣິກາ ທີ່​ນຳພາ​ຄະນະ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຄັ້ງນີ້. ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ສອງ​ປະ​ເທດ​ຈີນ-ອາ​ເມຣິກາ​ຫ່າງ​ເຫີ​ນກັນ​ບໍ່​ໄດ້, ສະ​ນັ້ນ ການ​ຮ່ວມ​ມື​ເປັນ​ການຄັດ​ເລືອກ​ທີ່​ດີທີ່​ສຸດ. ທ່ານ​ຫວັງ​ວ່າ​ຄະນະ​ຜູ້​ແທນ​ສອງ​ຝ່າຍຈະ​ສາມາດອີງ​ຕາມ​ຫຼັກການ ​ແລະ​ທິດ​ທາງ​ທີ່​ກຳນົດ​ໄວ້​ໂດຍ​ທ່ານ ​ແລະ​ທ່ານ​ໂດ​ໂນ ທຣຳ ປະທານາທິບໍດີ​ອາ​ເມຣິກາ ​ເພີ່ມ​ທະວີ​ການ​ແລກປ່ຽນ, ​ເອົາ​ໃຈ​ໃສ່​ການ​ຮ່ວມ​ມື, ຄຸ້ມ​ຄອງ​ຄວາມ​ຂັດ​ແຍ້​ງກັນ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ຈີນ-ອາ​ເມຣິກາ ​ແລະ​ສາຍ​ພົວພັນ​ສອງ​ປະ​ເທດ​​ໃຫ້ພັດທະນາ​ຢ່າງປອດ​​ໃສ ​ແລະ​ໝັ້ນ​ທ່ຽງ.

​​   ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ທ່ານ​ສີຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ຜູ້​ແທນ​ເສດຖະກິດ-ການ​ຄ້າ​ອາ​ເມຣິກາ ນັບ​ແຕ່​ຂໍ້ຂັດ​ແຍ້​ງດ້ານ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ຈີນ-ອາ​ເມຣິກາ​ເຄັ່ງ​ຕຶງ​ຍິ່ງ​ຂຶ້ນ ​ແລະ​ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ເຈລະຈາມາຫຼາຍ​ເທື່ອ​ໃນ​ເດືອນ​ກຸມພາ​ປີ 2018 ​ເປັນ​ຕົ້ນ​ມາ. ໝາຍ​ຄວາມ​ວ່າການ​ເຈລະຈາ​ຄັ້ງ​ນີ້​ໄດ້​ກ້າວ​ໄປ​ໜ້າ​ອີກ​ກ້າວ​ໝຶ່ງ​ບົນ​ພື້ນຖານ​ຄວາມ​ຄືບ​ໜ້າລັກສະນະ​ຂັ້ນ​ຕອນ​ທີ່​ສຳຄັນຂອງການ​ເຈລະຈາ​ຢູ່​ວໍ​ຊິງ​ຕັນ​ເມື່ອ 2 ອາທິດ​ກ່ອນ​ໜ້າ​ນີ້ ​​ແລະ​ຍັງ​ຊີ້​ໃຫ້​ເຫັນ​ວ່າ ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ເສີ​ມຂະຫຍາຍ​ບົດບາດຊີ້​ນຳ​ນຳ​ພາອັນສຳຄັນ​ຢ່າງ​ສ​ະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງດ້ານ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ຈີນ-ອາ​ເມຣິກາ​ຢ່າງ​ເໝາະ​ສົ​ມ.

ນັບ​ແຕ່​ຂໍ້ຂັດ​ແຍ້​ງດ້ານ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ຈີນ-ອາ​ເມຣິກາ​ເຄັ່ງ​ຕຶງ​ຍິ່ງ​ຂຶ້ນ​ໃນ​ເດືອນກຸມພາ​ປີ 2018 ຜ່ານ​ມາ, ​ໂທລະສັບ​ສອງ​​ເທື່ອ ​ແລະ​ການ​ພົບ​ປະ​ເທື່ອດຽວ​​ໃນ​ເວລາ​ທີ່​ສຳຄັນລະຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ເປັນ​ຢ່າງ​ຍິ່ງ. ​ໂດຍ​ສະ​ເພາະ​ແມ່ນ​ການ​ພົບ​ປະ​ຢູ່​ອາກຊັງ​ຕິນ​ໃນ​ເດືອນ​ທັນວາ​ປີ 2018, ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ບັນລຸ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ທີ່​ສຳຄັນ​ໃນ​ການ​ຢຸດຕິ​​ການ​ເລື່ອນ​ຂັ້ນສົງຄາມ​ພາສີ ​ເຊິ່ງ​ໄດ້ປ່ຽນ​ແປງ​ສະຖານະ​ການ​ເຄັ່ງ​ຕຶງ​ຂອງ​ຂໍ້​ຂັດ​​ແຍ້​ງການ​ຄ້າ​ລະຫວ່າງ​ສອງ​ຝ່າຍ.

ໃນ 3 ເດືອນ​ທີ່​ຜ່ານ​ມາ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ຄ​ວາມ​ຮັບ​ຮູ້​ຄື​ກັນ​ອັນ​ສຳ​ຄັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ຄະ​ນະ​ເສດ​ຖະ​ກິດ​ການ​ຄ້າ​ສອງຝ່າຍ​ຈີນ​ອາ​ເມ​ລິ​ກາ​​ໄດ້ເລັ່ງລັດ​ກາ​ນ​ເປິກ​ສາ​ຫາ​ລື, ໃນ​ໄລ​ຍະ​ການ​ເປິກ​ສາ​ຫາ​ລື​ຮອບ​ນີ້, ສອງ​ຝ່າຍ​ໄດ້​ລົງ​ເລິກ​ການ​ແລກ​ປ່ຽນ​ກ່ຽວ​ກັບ​ຫົວ​ຂໍ້​ທີ່​ເອົາ​ໃຈ​ໃສ່​ຮ່ວມ​ກັນ​ແລະ​ບັນ​ຫາ​ທີ່​ຝ່າຍ​ຈີນ​ສົນ​ໃຈ, ແລະ​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ​ດ້ານ​ຫຼັກ​ການ​ກ່ຽວ​ກັບ​ບັນ​ຫາ​ຕົ້ນ​ຕໍ, ແລະ​ດຳ​ເນີນ​ການ​ເປິກ​ສາ​ຫາ​ລື​ກ່ຽວ​ກັບ​ເອ​ກະ​ສານ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ. ສອງ​ຝ່າຍ​ຈະ​ເລັ່ງ​ລັດ​ເຮັດ​ວຽກ​ໂດຍ​ອີງ​ຕາມ​ເວ​ລາ​​ທີ່​ປະ​ມຸກ​ລັດ​ສອງ​ປະ​ເທດ​ກຳ​ນົດ, ພະ​ຍາ​ຍາມ​ກ້າວ​ເຖິງ​ຂັ້ນ​ເປັນ​ເອ​ກະ​ສັນ​ກັນ, ແລະ​ຕົກ​ລົງ​ວ່າ​ຈະ​ສືບ​ຕໍ່​ເປິກ​ສາ​ຫາ​ລື​ຢູ່​ວໍ​ຊີງ​ຕັງ​ໃນ​ອາ​ທິດ​ໜ້າ.

ໃນ​ຖານ​ເປັນກຸ່ມເສດ​ຖະ​ກິດ​ໃຫຍ່​ອັນ​ດັບ1 ແລະ 2, ສອງ​ປະ​ເທດອ​າ​ເມ​ລິ​ກາ​ຈີນ​ໄດ້​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ​ຕາມ​ເສັ້ນ​ທາງ​ແຫ່ງ​ການ​ແກ້​ໄຂ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ, ບໍ່​ພຽງ​ແຕ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ສອງ​ຝ່າຍເທົ່າ​ນັ້ນ, ຍັງ​ສອດ​ຄ່ອງ​​ກັບຄວາມ​ຮຽກ​ຮ້ອງ​ຮ່ວມ​ກັນ​ຂອງ​ຕະ​ຫຼາດ​ທົ່​ວ​ໂລກ. ກ່ອນ​ແລະ​ຫຼັງ​ການ​ເປິກ​ສາ​ຫາ​ລື​​ລະ​ດັບ​ສູງ​ທີ່​ປັກ​ກິ່ງ​ຮອບ​ນີ້, ​ຕົວ​ເລກ​ດັດ​ຊະ​ນີ​ຂອງຕະ​ຫຼາດ​ຫຸ້ນທົ່ວ​ໂລກ​ໄດ້​ສູງຂຶ້ນ​ໂດຍ​ທົ່ວ​ໄປ, ໄດ້​ສະ​ແດງ​​ໃຫ້​ເຫັນ​ເຖິງສັນ​ຍານ​ອັນ​​ແຮງ​ກ້າ​ທີ່​ຕະ​ຫຼາດ​ມຸ່ງ​ຫວັງ​ຈີນ​ກັບ​ອາ​ເມ​ລິ​ກາ​​ບັນ​ລຸ​ຄວາມປອງດອງ​ກັນ. ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ 2 ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກແມ່ນ​ສະ​ຫຼັບ​ສັບ​ຊ້ອນ​ກັນ​ແລະ​ສັບ​ສົນ​ຫຼາຍ, ຢ້ານ​ວ່າ​​ຍາກ​ທີ່​ຈະ​ໄດ້ແກ້​ໄຂ​ໝົດ​ພາຍ​ໃນ 90 ມື້​. ປັດ​ຈຸ​ບັນ​ຫ່າງ​ຈາກວັນ​ໝົດ​ກຳ​ນົດ​ການ​ເປິກ​ສາ​ຫາ​ລື​ຍັງ​ບໍ່​ຮອດ 2 ອາ​ທິດ, ສອງ​ຝ່າຍ​ຕ້ອງ​ເລັ່ງ​ລັດ​ເຮັດວຽກ, ຕໍ່​ໝາກ​ຜົນ​ສຸດ​ທ້າຍ, ຍັງ​ຕ້ອງ​​ມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ຢ່າງ​ສຸ​ຂຸນ​ຮອບ​ຄອບ. ແຕ່​ວ່າ, ຄະ​ນະ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ໄດ້​ຮັກ​ສາ​ການ​​ຕິດ​ຕ​ຕໍ່​ພົວ​ພັນກັນ​ຢ່າ​ງ​ສະ​ໜິດ​ແໜ້ນ​ແລະ​ຈະ​ສືບ​ຕໍ່​ເປິກ​ສາ​ຫາ​ລື​ໃນ​ອາ​ທິດ​ໜ້າ, ປະ​ມຸກ​ລັ​ດ​ສອງ​ປະ​ເທດ​ຕ່າງ​​ກໍ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ຜູ້​ແທນ​ເສ​ດ​ຖະ​ກິດ​ການ​ຄ້າ​​ຂອງ​ປະ​ເທດ​ຝ່າຍ​ກົງ​ກັນ​ຂ້າມ, ​ຝ່າຍ​ອາ​ເມ​ລິ​ກາ​ສົ່ງ​ຂ່າວ​ວ່າ​ປະ​ມຸກ​ລັດ​ສອງ​ປະ​ເທດ​ຈະ​ພົບ​ປະ​ອີກ​ເທື່ອ​ໜຶ່ງ, ຈາກ​ຂ່າວ​ເຫຼົ່າ​ນີ້​ສາ​ມາດ​ເຫັນ​ໄດ້​ວ່າ, ຄົນ​ທັງ​ຫຼາຍ​ຄວນ​ມີ​ເຫດ​ຜົນ​ທີ່​ເຫັນ​ໄປ​ໃນ​ແງ່​ດີກວ່າ​ເກົ່າ​ຕໍ່​ຈີນ-​ອາ​ເມ​ລິ​ກາທີ່​ຈະ​ກ້າວ​ເຖິງ​ຂັ້ນ​ເຊັນ​ສົນ​ທິ​ສັນ​ຍາ​ຮ່ວມ​ມື​​ໃນ​ດ້ານເສດ​ຖະ​ກິດ​ການ​ຄ້າ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ສະ​ບັບ​ໜຶ່ງ.

ປີ​ນີ້​ແມ່ນ​ຈີນ​ອາ​ເມ​ລິ​ກາ​ສ້າງ​ສາຍ​ພົວ​ພັນ​​ທາງການ​ທູດ​ຄົບ​ຮອບ 40 ປີ. ໂດຍ​ຜ່ານ​ການ​ຂະ​ຫຍາຍ​ຕົວ​ເປັນ​ເວ​ລາ 40 ປີ, ຈີນ​ອາ​ເມ​ລິ​ກາ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ແລະ​ເປົ້າ​ໝາຍ​ປະ​ເທດ​ລົງ​ທຶນ​ທີ່​ສຳ​ຄັນ ​ເຊິ່ງ​ກັນ​ແລະ​ກັນ, ຖ້າ​ສົງ​ຄາມ​ການ​ຄ້າ​ລະ​ຫວ່າງ​2 ​ກຸ່ມ​ເສດ​ຖະ​ກິດໃຫຍ່​ສືບ​ຕໍ່​ກັນ​ໄປ, ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈະ​ບໍ່​ກ້າ​ຄິດ.

ໃນ 40 ປີ​ທີ່​ຜ່ານ​ມາ, ຍ້ອນ​ວ່າ​ລະ​ບອບ​ສັງ​ຄົມ, ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ, ສະ​ພາບ​​ແຫ່ງ​ຊາດຕົວ​ຈິງ​ແມ່ນ​ຕ່າງ​ກັນ, ຈີນ​ອາ​ເມ​ລິ​ກາ​ມີ​ຄວາມ​ເຂົ້າ​ໃຈ​ຜິດ, ຍິ່ງກວ່າ​ນັ້ນ​ໄດ້​ເກີດ​ວິ​ກິດ​ການ​ອັນ​ໜັກ​ໜ່ວງ​ຫຼາຍ​ເທື່ອ. ​ແຕ່ໃນ​ທີ່​ສຸດ, ອາ​ໄສ​ສະ​ຕິ​ປັນ​ຍາ​ທາງ​ການ​ເມືອງ​ຂອງ​ຜູ້​ນຳ​ສອງ​ຝ່າຍ, ສອງ​ປະ​ເທດ​ບໍ່​ພຽງ​ແຕ່​​ໄດ້ແກ້​ໄຂ​ແລະ​​ຜ່ອນຄາຍວິ​ກິດ​ການ​ເຫຼົ່າ​ນີ້​ເທົ່າ​ນັ້ນ, ຍັງ​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ຊຸກ​ຍູ້​ການ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ກັບ​ຄືນ​​ສູ່​ອົງ​ໂຄ​ຈອນ​ທີ່​ຮ່ວມ​ມື. ເທື່ອ​ນີ້​ກໍ່​ຄື​ກັນ, ປະ​ກາດ​ແຈ້ງ​ການ​ຮ່ວມຂອງ​ຈີນ​ອາ​ເມ​ລິ​ກາ 3 ສະ​ບັບ, ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ສຳ​ຄັນແລະ​ການ​ພົວ​ພັນ​ວຽກ​ງາ​ນ​ອັນ​ດີ​ງາມ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​​ຊີ້​ນຳ​ນຳ​ພາສອງ​ຝ່າຍ​​ໃນ​ການແກ້​ໄຂ​ຂໍ້​ຂັດ​ແຍ້ງ​ກັນທາງ​ເສ​ດ​ຖະ​ກິດ​ການ​ຄ້າ, ແກ້​ໄຂ​ການ​ພົວ​ພັນ​ຈີນ​ອາ​ເມ​ລິ​ກາ​ຢ່າງ​ເໝາະ​ສົມ. ທະ​ແນມ​ແຕ່​ສອງ​ຝ່າຍ​ສືບ​ຕໍ່​ເດີນ​ໄປ​ສູ່​ທິດ​​ທີ່ຄື​ກັນ, ​ເພີ່ມ​ທະ​ວີການ​ຮ່ວມ​ມື​ແລະ​ຫຼຸດຄວາມ​ເຫັນ​​ຂັດກັນ​ໃຫ້​ໜ້ອຍ​ລົງ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ພົວ​ພັນ​ຈີນ​ອາ​ເມ​ລິ​ກາ​ຈະ​ປ່ຽນ​ວິ​ກິດ​ການ​ເປັນ​ໂອ​ກາດ​ອີກ​ຄັ້ງ​​ໜຶ່ງ, ​ແລະບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ຄຳ​ເຫັນ

0