覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ ​ຜູ້​ແທນ​ການ​ຄ້າ​ອາ​ເມ​ຣິ​ກາ​ແລະ​ລັດ​ຖະ​ມົນ​ຕີ​ການ​ເງິນ​ອາ​ເມ​ຣິ​ກາ

2019-02-16 14:52:12 cri

图片默认标题_fororder_shfnslhlfsjlsfjisfhsfe1
 

 ​ວັນ​ທີ 15 ກຸມ​ພາ​ນີ້, ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ໂຣ​ເບີດ ​ໄລ​ທີ​ເຊີ ຜູ້​ແທນ​ການ​ຄ້າ​ອາ​ເມ​ຣິ​ກາ​ແລະທ່ານ​ສະ​ຕີ​ເວັນ ມູ​ນູ​ຊິນ  ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​​ທີ່​ໄດ້​ເດີນ​ທາງ​ມາ​ຈີນ​ເພື່ອ​ດຳ​ເນີນການ​ປຶກ​ສາ​ຫາ​ລື​​ລະ​ດັບ​ສູງ​ກ່ຽວ​ກັບເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ຣິ​ກາ​ຮອບ​ໃໝ່.
 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ເປັນ​​ໜຶ່ງ​ໃນສາຍ​ພົວ​ພັນ​ສອງ​ຝ່າຍ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ໂລກ​ປັດ​ຈຸ​ບັນ. ສອງ​ປະ​ເທດ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ຢ່າງກວ້າງ​ຂວາງ​ແລະ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ຄັນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​ຂອງ​ໂລກ​ແລະ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ.  ການ​ທີ່​ຮັກ​ສາ​ໃຫ້​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ​ນັ້ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ ທັງ​ເປັນ​ຄວາມ​ມຸ້ງ​ມາດ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຄົມ​ໂລກ​. ຫວັງ​ວ່າ ທີມ​ງານ​ສອງ​ຝ່າຍ​ຈະ​ປະ​ຕິ​ບັດ​ຕາມຫຼັກ​ການ​ແລະ​ທິດ​ທາງ​ທີ່​ຂ້າ​ພະ​ເຈົ້າ​ແລະ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໂດ​ໂນ​ທ​ຣຳ​ໄດ້​ຕົກ​ລົງ​ຮ່ວມ​ກັນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ, ສຸມ​ໃສ່​ການ​ຮ່ວມ​ມື, ຄຸ້ມ​ຄອງ​ແລະ​ຄວບ​ຄຸມ​ຄວາມ​ເຫັນ​ຂັດ​ແຍ້ງ​ກັນ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າຈີນ-ອາ​ເມ​ຣິ​ກາ​ແລະ​ການ​ພົວ​ພັນ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ໄປ​ໜ້າ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ.
 

 ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ: ນັບ​ແຕ່​ເດືອນ​ທັນ​ວາ​ປີຜ່ານ​ມາ, ທີມ​ງານ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ຢ່າງ​ຕໍ່​ເນື່ອງ​ແລະ​ມີປະ​ໂຫຍດ. ອາ​ທິດ​ໜ້າ, ສອງ​ຝ່າຍ​ຍັງ​ຈະ​ພົບ​ປະ​ກັນ​ອີກ​ຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນ ຫວັງ​ວ່າ ພວກ​ທ່ານ​ຈະ​ພະ​ຍາ​ຍາມ​ຕື່ມ​ອີກ​ເພື່ອ​ໃຫ້ສອງ​ຝ່າຍ​ສາ​ມາດ​ເຊັນ​ສັນ​ຍາ​ທີ່​ເຮັດ​ໃຫ້ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.
 

 ທ່ານ ໂຣ​ເບີດ ​ໄລ​ທີເຊີ ແລະ​ທ່ານ ​ສະ​ຕີ​ເວັນ ມູ​ນູ​ຊິນ ຢືນ​ຢັນ​ວ່າ  ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ຈີນ​ມີ​ຄວາມ​ສຳ​ຄັນຫຼາຍ. ບົນ​ພື້ນ​ຖານ​ທີ່​ການ​ປຶກ​ສາ​ຫາ​ລື​ໃນ​ກ່ອນ​ໜ້າ​ນີ້, ໃນ​ໄລ​ຍະ​ສອງ​ມື້​ຜ່ານ​ມາ, ສອງ​ຝ່າຍ​ໄດ້​ລົງ​ເລິກ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ໃນ​ບັນ​ຫາ​ສຳ​ຄັນ​ແລະ​​ບັນ​ຫາຫຍຸ້ງ​ຍາກ. ເຖິງວ່າ​ຍັງ​ມີຫຼາຍ​ບັນ​ຫາ​ຕ້ອງ​ແກ້​ໄຂ​ກໍ​ຕາມ, ແຕ່​ພວ​ກ​ເຮົາເຫັນ​ວ່າ​ມີ​ຫວັງ​ຈະ​ແກ້​ໄຂ​ໄດ້. ໃນ​ໄລ​ຍະ​ຕໍ່​ໄປ, ທີມ​ງານ​ອາ​ເມ​ຣິ​ກາ​ຍິນ​ດີ​ຮ່ວມ​ກັບ​ທີມ​ງານ​ຈີນ​ເພື່ອ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ຢ່າງ​ໃກ້​ຊິດ,ເລັ່ງ​ລັດ​ປະ​ຕິ​ບັດ​ໜ້າ​ທີ່, ພະ​ຍາ​ຍາມ​ສູ້​ຊົນ​ໃຫ້​ບັນ​ລຸ​ສັນ​ຍາ​ທີ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ສອງ​ຝ່າຍ.

ຄຳ​ເຫັນ

0