吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

4 ປະ​ເທດອາ​ເມຣິກາ​​ໃຕ້​ຈະ​ຮ່ວມ​ກັນ​ຈັດການ​ແຂ່ງຂັນ​ເຕະບານ​ໂລກ​ປີ 2030

2019-02-16 15:44:38 cri

ວັນ​ທີ 14 ກຸມພາ​ນີ້, ທ່ານ​ເຊ​ບາ​ສະຕິ​ອັນ ພີ​ເນ​ຣາ ປະທານາທິບໍດີ​ຈີ​ເລ​ກ່າວ​ວ່າ: ຈີ​ເລຈະ​ຮ່ວມ​ກັບ​ອາກຊັງ​ຕິນ, ອູຣູ​ໄກວ ​ແລະ​ບາຣາ​ໄກວ​ຈັດການ​ແຂ່ງຂັນ​ເຕະບານ​ໂລກ​ປີ 2030.

ທ່ານ​ພີ​ເນຣາ​ໄດ້​ກ່າວ​ໂດຍ​ຜ່ານ​ສື່​ສັງຄົມ​ອອກ​ລາຍ​​ໃນ​ມື້​ດຽວ​ກັນ​ວ່າ: ສະມາຄົມ​ເຕະບານ​ຂອງ​ອາກຊັງ​ຕິນ, ຈີ​ເລ, ອູຣູ​ໄກວ ​ແລະ​ບາຣາ​ໄກວ​ໄດ້​ຕົກລົງ​ຮ້ອງ​ຂໍ​ຈັດການ​ແຂ່ງຂັນ​ເຕະບານ​ໂລກ​ປີ 2030 ຕໍ່​ສະຫະພັນ​ເຕະບານ​ໂລກ. ການ​ແຂ່ງຂັນ​ເຕະບານ​ໂລກ​ຄັ້ງທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່ອູຣູ​ໄກວໃນ​ປີ 1930, ສະ​ນັ້ນ ບັນດາ​ປະ​ເທດທະວີ​ບ​ອາ​ເມຣິກາ​ໃຕ້ຫວັງ​ວ່າ​ຈັດການ​ແຂ່ງຂັນ​ເຕະບານ​ໂລກ​​​ປີ 2030 ​​​ຢູ່​ບ້ານ​ເກີດ​ຂອງການ​ແຂ່ງຂັນ​ດັ່ງກ່າວເພື່ອ​ລະນຶກ​ການ​ແຂ່ງຂັນ​ເຕະບານ​ໂລກ​ຄົບຮອບ 100 ປີ.

ປະ​ເທດ​ທີ່​ຮ້ອງ​ຂໍ​ຈັດການ​ແຂ່ງຂັນ​ເຕະບານ​ໂລກ​ປີ 2030 ນອກຈາກ 4 ປະ​ເທດ​ດັ່ງກ່າວ​ແລ້ວ, ຍັງ​ມີ​ປະ​ເທດ​ອັງກິດ ​ແລະອຽກລັງຮ່ວມ​ກັນ,​ 4 ປະ​ເທດ​ພາກ​ຕາ​ເວັນ​ອອກ​ເອີຣົບຮ່ວມ​ກັນ ຄື: ເກຼັກ, ​​​ແຊັກ​ບີ, ບຸນ​ກາລີ ​ແລະຣູມາ​ນີ, ສ່ວນ​ມາຣົກ ປະ​ເທດ​ອາ​ຟຼິກາ​ໄດ້​ຮ້ອງ​ຂໍ​ຈັດການ​ແຂ່ງຂັນ​ດັ່ງກ່າວ​ເປັນ​ປະ​ເທດ​ດຽວ.

ຄຳ​ເຫັນ

0