覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ປະ​ກາດ​ເຂດ​ຊາຍ​ແດນ​ພາກ​ໃຕ້​ອາ​ເມ​ຣິ​ກາຕົກ​ຢູ່​ໃນ“​ພາ​ວະ​ສຸກ​ເສີນ”

2019-02-16 14:48:56 cri

​ວັນ​ທີ 15 ກຸມ​ພາ​ນີ້, ທ່ານ​ໂດ​ໂນ​ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີອ​າ​ເມ​ຣິ​ກາ​ໄດ້​ລົງ​ນາມ​ໃນ​ປະ​ກາດ​ແຈ້ງ​ການໂດຍ​ປະ​ກາດ​ວ່າ ເຂດ​ຊາຍ​ແດນ​ພາກ​ໃຕ້​ອາ​ເມ​ຣິ​ກາ​ໄດ້ຕົກ​ຢູ່​ໃນ​“​ພາ​ວະ​ສຸກ​ເສີນລະ​ດັບ​ຊາດ”. ເຊິ່ງ​ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ທ່ານ​ໂດ​ໂນ​ທ​ຣຳ​ມີ​ຈຸດ​ປະ​ສົງ​​ເພື່ອ​ຫ້າງ​ຫາ​ເງິນ​ທຶນຫຼາຍກວ່​າ​ເກົ່າ​ເພື່ອ​ໃຊ້​ເຂົ້າ​ໃນ​ການ​ກໍ່​ສ້າງ​ກຳ​ແພງ​ກັ້ນ​ຊາຍ​ແດນ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັບ​ແມັກ​ຊິກ​ໂດຍ​ບໍ່​ຕ້ອງ​ຜ່ານ​ລັດ​ຖະ​ສະ​ພາ ເຊິ່ງ​ຖືກ​ສະ​ມາ​ຊິກ​ພັກ​ປະ​ຊາ​ທິ​ປະ​ໄພ​ໃນ​ລັດ​ຖະ​ສະ​ພາ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ.
 

  ປະ​ກາດ​ແຈ້ງ​ການ​ລະ​ບຸ​ວ່າ: ປັດ​ຈຸ​ບັນ ຢູ່​ເຂດ​ຊາຍ​ແດນ​ພາກ​ໃຕ້​ອາ​ເມ​ຣິ​ກາ​ໄດ້​ເກີດ​ວິ​ກິດ​ການ​ດ້ານ​ຄວາມ​ໝັ້ນ​ຄົງ​ຢູ່​ຊາຍ​ແດນ​ແລະ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ ​ເຊິ່ງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຜົນ​ປະ​ໂຫຍດ​ໃຈ​ກາງ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ອາ​ເມ​ຣິ​ກາ, ສະ​ນັ້ນ ຈິ່ງ​ກາຍ​ເປັນ“​ ພາ​ວະ​ສຸກ​ເສີນລະ​ດັບ​ຊາດ”.
 

ທ່ານ​ທ​ຣຳ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ທຳ​ນຽບ​ຂາວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ກຸມ​ພາ​ນີ້​ວ່າ:  ຢາ​ເສບ​ຕິດ, ຜູ້​ຄ້າ​ຂາຍມະ​ນຸດ​ກໍ​ຄື​ຜູ້​ກະ​ທຳ​ຜິດ​ກົດ​ໝາຍ​ອື່ນໆ​ກຳ​ລັງ​ຮຸກ​ຮານ​ອາ​ເມ​ຣິ​ກາ, ກຳ​ແພງ​ກັ້ນ​ຊາຍ​ແດນ​ຈະ​ສາ​ມາດ​ສະ​ກັດ​ກັ້ນ​ບັນ​ຫາ​ເຫຼົ່າ​ນີ້​ຢ່າງ​ບັງ​ເກີດ​ຜົນ, ການ​ນຳ​ໃຊ້​ມາດ​ຕະ​ການ​ດ້ານ​ບໍ​ລິ​ຫານ ແຕ່​ບໍ່​ແມ່ນ​ມາດ​ຕະ​ການ​ດ້ານ​ນິ​ຕິ​ບັນ​ຍັດ​ນັ້ນ​ແມ່ນ​ເພື່ອ​ເລັ່ງ​ລັດ​ສ້າງ​ກຳ​ແພງ​ໃຫ້​ໄວ​ຂຶ້ນກວ່າ​ເກົ່າ.

ຄຳ​ເຫັນ

0