黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງສະ​ເໜີ​ຄວາມ​ຮຽກຮ້ອງ​ໃໝ່ ​ຕໍ່​ບັນດາ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມມູນິດ​ຈີນ

2019-03-01 16:51:22 CRI

“ກົດ​ລະບຽບຕ່າງໆ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ແລະ​ຮັກສາ​ການ​ນຳພາ​ແບບ​ລວມ​ສູນ​ເປັນ​ເອກະ​ພາບ​ຂອງ​ສູນ​ກາງ​ພັກ” ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະຫາຍ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຕ້ອງ​ລາຍ​ງານ​ຜົນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ຕໍ່​ສູນ​ກາງ​ພັກ ​ແລະ ຕໍ່ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​​ໃຫຍ່​ຄະນະກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໃນ​ທຸກ​ປີ. ​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ສະຫາຍ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ກໍ​ໄດ້​ລາຍງານ​ຜົນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ຕໍ່ສູນກາງ​ພັກ ​ແລະ ຕໍ່ທ່ານ​ເລຂາທິການ​ໃຫຍ່​ສີ​ຈິ້ນ​ຜິ​ງ ຕາມ​ກຳນົດ. ຂະນະ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງ ກໍ​ໄດ້​ສຳຫຼວດກວດກາບົດ​ລາຍ​ງານ​ຂອງ​ບັນດາ​ສະຫາຍ​ຢ່າງ​ຕັ້ງໜ້າ ​ແລະ ກ່າວ​ເນັ້ນວ່າ: ກົມ​ການ​ເມືອງ​ສູນ​ກາງ​ພັກ​ຊຸດ​ທີ 19 ຕ້ອງ​ປະຕິບັດ​ໜ້າ​ທີ່​ປະຫວັດສາດ​ຂອງ​ຕົນ​ທີ່​ພັກ​ແລະ​ປະຊາຊົນ​ມອບ​ໝາຍ​ໃຫ້​ນັ້ນ​ໃຫ້​ດີ, ຮັກສາຄຸນສົມບັດ​ປະຈຳ​ຕົວ​ທີ່​ແທ້​ຈິງ ​ແລະ ຈິດ​ໃຈ​ປະຕິວັດ​ຂອງ​ຊາວ​ກອມ​ມູນິດ​ໂດຍ​ຕະຫຼອດ, ​ເຮັດ​ວຽກເປັນຕົນ​ເປັນ​ໂຕເພື່ອ​ພັກ​ແລະ​ເພື່ອ​ປະຊາຊົນ​; ບັນດາ​ສະຫາຍ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຕ້ອງບຸກບືນ​ກ້າວໜ້າ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ກ້າ​ແບກ​ຫາບ​ຄວາມ​ຮັບຜິດຊອບ, ກ້າ​ຕໍ່ສູ້, ປອດ​ໃສ​ໄຮ້​ມົນທິນ, ດຸ​ໝັ່ນ​ຕໍ່ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ ​ເພື່ອ​ເປັນ​ຕົວຢ່າງ​ແລະ​ເປັນ​ແບບຢ່າງທີ່​ດີ​ຕໍ່​ທົ່ວ​ພັກ.

ຂະນະ​ທີ່​ບັນດາ​ສະຫາຍ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກຕ່າງ​ກໍ​ໄດ້​ຂຽນ​ບົດ​ລາຍ​ງານ​ຜົນ​ການ​ປະຕິບັດ​ໜ້າ​ທີ່​ໂດຍປິ່ນ​ອ້ອມ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ໃນ​ໜຶ່ງ​ປີຜ່ານມາ ​ແລະ ບົດ​ລາຍ​ງານ​ດັ່ງກ່າວ​ກໍ​ໄດ້​​ຈັດຕັ້ງປະຕິບັດ​ຢ່າງສຳ​ເລັດຜົນ​ຕາມ​ຄວາມ​ຮຽກຮ້ອງ​ຂອງ​ສູນ​ກາງ​ພັກ​ແລະ​ທ່ານ​ເລຂາທິການ​ໃຫຍ່​ສີ​ຈິ້ນ​ຜິ​ງຢ່າງ​ເຂັ້ມງວດ ​ໂດຍ​ເຊື່ອມ​ໂຍງ​ກັນ​ລະຫວ່າງ​ແນວ​ຄິດ, ໜ້າ​ທີ່​ວຽກ​ງານ ​ແລະ ​ແບບ​ແຜນວິທີ​ເຮັດ​ວຽກ, ມີ​ການສະຫຼຸບບົດຮຽນ​ແລະ​ຄວາມ​ຮັບ​ຮູ້ຢ່າງ​ເຖິງ​ຖອງ, ມີ​ການ​ກວດກາ-​ແກ້​ໄຂ​ບັນຫາ​ແລະ​ມີມາດ​ຕະການ​ປັບປຸງ ທັງ​ມີ​ແຜນ​ປະຕິບັດ​ງານ​ແລະ​ຄວາມ​ຄິດ​ເຫັນ​ອີກ​ດ້ວຍ.

ຄຳ​ເຫັນ

0