曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍຶດໝັ້ນການອຸທິດຜົນງານສິລະປະທີ່ດີເດັ່ນເພື່ອປະຊາຊົນ

2019-03-05 14:16:28 cri

ກອງ​ປະ​ຊຸມ​ໃຫຍ່​ສອງ​ສະ​ພາ​ຈີນ​ໄດ້​ເປີດຂຶ້ນ. ​ໃນຕອນ​ບ່າຍ​ວັນ​ທີ4 ມີ​ນາ​ນີ້, ທ່ານ​ສີ​​ຈິ້ນ​ຜິງ​ໄດ້​ພົບ​ປະ​ຢ້ຽມ​ຢາມ​ກັບບັນ​ດາ​ກຳ​ມະ​ການ​​​ໃນວົງ​ການ​ວັ​ດ​ທະ​ນະ​ທຳ​ສິ​ລະ​ປະ​ແລະ​ວົງ​ການ​ວິ​ທະ​ຍາ​ສາດ​ສັງ​ຄົມ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມສະພາ​ປຶກສາ​ການ​ເມືອງ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 2 ສະ​ໄໝ​ທີ 13, ​ເພື່ອຮັບ​ຟັງ​ຄວາ​ມ​ເຫັນ​ແລະ​ຂໍ້​ສະ​ເໜີ.  ​ວົງ​ການ​ພາຍນອກເຫັນ​ວ່າ​ ​ຜູ້​ນຳ​ສູງ​ສຸດ​ຈີນ​ທ່ານ​ນີ້​ໄດ້​​ໃຫ້ການ​ຊີ້​ນຳ​ອັນ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ສິ​ລະ​ປະ​ວັດ​ທະ​ນະ​ທຳຈີນ​ອີກ​ເທື່ອ​​ໜຶ່ງພາຍ​ຫຼັງ​ງານ​ສົນ​ທະ​ນາ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ຈີນ​ປີ 2014.

图片默认标题_fororder_20190305140732

ທ່ານ​ສີ​ຈິ້ນ​ຜິງກ່າວ​ວ່າ: ​ຕ້ອງ​ສ່ອງ​ແສງ​ໃຫ້​ເຫັນ​ຈິດ​ໃຈ​ຊາດ​ຈີນ​ໄດ້​ຢ່າງ​ຈະ​ແຈ້ງ

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ຕ້ອງ​ຍຶດ​ໝັ້ນ​ການ​ອຸ​ທິດ​ຜົນ​ງານ​ທີ່​ດີ​ເດັ່ນ​ເພື່ອປະ​ຊາ​ຊົນ, ຍຶດ​ໝັ້ນ​​ເພື່ອ​ໃຫ້​ທ່ວງ​ທັນ​ກັບ​ຍຸກ​ສະ​ໄໝ. ການ​​ປະ​ດິດ​ສ້າງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ແລະ​ການ​ຄົ້ນ​ຄວ້າ​ວິ​ຊາ​ການ​ທີ່​ມີ​ຄຸນ​ຄ່າ​ແລະ​​ມີຄວາ​ມໝາຍ​ນັ້ນ​ລ້ວນ​ແຕ່​ຄວນ​ສະ​ແດງ​ເຖິງ​ສະ​ພາບ​ຄວາມ​ເປັນ​ຈິງ, ສັງ​ເກດ​ສະ​ພາບ​ການ​ຈິງ, ​ແລະ​ຄວນ​ມີ​ຜົນ​ດີ​ການ​ແກ້​ໄຂ​ບັນ​ຫາ​ຕາມ​ຄວາມ​ເປັນ​ຈິງແລະ​ຕອບ​ຄຳ​ຖາມ​​ຕາມ​ຄວາມ​ເປັນ​ຈິງ. ທ່ານ​ຫວັງ​ໃຫ້​ຄົນ​ທັງ​ຫຼາຍ​​ປະ​ພີດ​ຕາມ​ສະ​ພາບ​ຄວາມ​ເປັນຈິງ​ຂອງ​ຈີນ, ຕັ້ງ​ຢູ່​ບົນ​ພື້ນ​ຖານ​ຄວາມ​ເປັນ​ຈິງ​ຈີນ, ​ສະ​ແດງ​ເຖິງ​ການ​ພັດ​ທະ​ນາ​​ທີ່​ກ້າວ​ໜ້າຂອງ​ຈີນ​ແລະ​ຊີ​ວິດ​ການ​ເປັນ​ຢູ່​​ທີ່ດີ​ເລີດ​ຂອງ​ຄົນ​ຈີນ​ໃນ​ສະ​ໄໝ​ປັດ​ຈຸ​ບັນ​​ໄດ້ເປັນ​ຢ່າງ​ດີ, ​ປະ​ພັນ​ເຖິງ​ແນວ​ຄິດ​ຈິດ​ໃຈ​ຊົນ​ຊາດ​ຈີນ, ຄຸນ​ຄ່າ​ຈີນ​ແລະ​ກຳ​ລັງ​ແຮງ​ຂອງ​ຈີນ​ໃຫ້​ດີ. ການ​ປະ​ດິດ​ສ້າງສິ​ລະ​ປະ​ວັນ​ນະ​ຄະ​ດີ​ຕ້ອງ​ລົງ​ເລິກ​ໃຫ້​ເຖິງ​ກົກ​ເຖິງ​ຮ​າກ​ທົ່ວດິນ​ແດນ​ຈີ​ນ, ​ທ່ວງ​ທັນ​ກັບ​ຍຸກ​ສະ​ໄໝ, ຍົກ​ສູງ​ລະ​ດັບ​​ດ້ານ​ຈິດ​ໃຈ​, ​ມີເນື້ອ​ໃນ​ກວມ​ລວມ​ທາງວັດ​ທະ​ນະ​ທຳ, ​ມີຄຸນ​ຄ່າ​​ທາງສິ​ລະ​ປະຂອງ​ຜົນ​ງານ​ສິ​ລ​ະ​ປະ. ​ສ່ອງ​ແສງ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ​​ດ້ານປະ​ຫວັດ​ສາດ​ຂອງ​ພວກ​ເຮົາ​ໃນ​ຍຸກ​ສະ​ໄໝ​ນີ້, ສ່​ອງ​ແສງ​ໃຫ້​ເຫັນ​ຈິດ​ໃຈ​ຂອງ​ພວກ​ເຮົາ​ໃນ​ຍຸກ​ສະ​ໄໝ​ນີ້, ​ສ່ອງ​ແສງ​ຕາມ​ຍຸກ​ສະ​ໄໝ, ​ສ່ອງ​ແສງ​ເຫດ​ການ​ຂອງ​ຍຸກ​ສະ​ໄໝ​ແລະ​ສົ່ງ​ເສີມ​ຄຸນ​ສົມ​ບັດ​ສິນ​ທຳ​ຂອງ​ຍຸກ​ສະ​ໄໝ.

ທ່ານ​ສີ​ຈິ້ນ​ຜິງກ່າວ​ວ່າ, ປີ​ນີ້​ແມ່ນ​ປີ​ສະ​ຖາ​ປະ​ນາ​ປະ​ເທດ​ຈີນ​ໃໝ່​ຄົບ​ຮອບ 70 ປີ. ໃນ70ປີ​ຜ່ານ​ມາ​ພວກ​ເຮົາ​ໄດ້​ສູ້​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນາ​ນາ, ຈີນ​ໄດ້​ມີ​ການ​ປ່ຽນ​ແປງ​​ແບບ​ຫຼັງ​ມື​ເປັນ​ໜ້າ​ມື. ບໍ່​ວ່າ​ໃນ​ປະ​ຫວັດ​ສາດ​ຊົນ​ຊາດ​ຈີນ,ຫຼື​ວ່າ​ໃນ​ປະ​ຫວັດ​ສາດ​ໂລກ,ນີ້​ກໍ​ເປັນ​ບົດ​ປະ​ພັນປະ​ຫວັດ​ການ​​ສູ້​ຊົນ​ຜ່ານ​ຜ່າ​ທີ່​ສະ​ເທືອນ​ໄປ​ທົ່ວ​ໂລກ. ຫວັງ​ວ່າ​ບັນ​ດາ​ທ່ານ​ຈະ​ແຕ່ງ​ປະ​ພັນ​ທີ່​ສອງ​ແສງຢ່າງ​ເລິກ​ເຊິ່ງ​ເຖິງພຶດ​ຕິ​ກຳ​ການສູ້​ຊົນ​​ຜ່ານ​ຜ່າຂອງ​ພັກ​ແລະ​ປະ​ຊາ​ຊົ​ນ​ເຮົາ​ໃນ​ໄລ​ຍະ70ປີ​ຜ່ານ​ມາ, ​ທັງ​ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ສົມ​ເຫດ​ສົມ​ຜົນ​ສະ​ພາບ​ການ​ການ​ປ່ຽນ​ແປງ​ລັກ​ສະ​ນະ​ປະ​ຫວັດ​ສາດ70ປີ​ຂອງ​ຈີນ​ຢ່າງ​ສຸດ​ເຊີ້ງ, ແນະ​ນຳ​ເສັ້ນ​ທາງ, ທິດ​ສະ​ດີ, ລະ​ບອບ​ແລະທ່າ​ແຮງວັດ​ທະ​ນະ​ທຳ​​ຂອງ​ສັງ​ຄົມ​ນິ​ຍົມທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ເຊິ່ງ​ເປັນ​ພື້ນ​ຖານ​​ແຫ່ງ​ຜົນ​ສຳ​ເລັດ​ໃນ​ລັກ​ສະ​ນະ​ປະ​ຫວັດ​ສາດ​ຢ່າງ​ຈະ​ແຈ້ງ, ໃຊ້​ທິດ​ສະ​ດີ​ຂອງ​ຈີນ​ມາ​ອະ​ທິ​ບາຍ​ພຶດ​ຕິ​ກຳ​ຂອງ​ຈີນ​​ໄດ້ເປັນ​ຢ່າງ​ດີກວ່າ​ເກົ່າ, ເປັນ​ການ​ເພີ່ມ​ພະ​ລັງ​ແຮງ​ທາງ​ດ້ານຈິດ​ໃຈ​ຢ່າງ​ແຂງ​ແຮງ​​ເພື່ອ​ສືບ​ຕໍ່​ກ້າວ​ເດີນ​ໄປ​ໜ້າ​ຂອງ​ພັກ​ແລະ​ປະ​ຊາ​ຊົນ.

图片默认标题_fororder_20190305140742

(ເສີງ​ໂລງ: ຈີນ​ສາ​ມາດ​ຜະ​ລິດ​ຮູບ​ເງົາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສູງ​ໄດ້​ເຊັ່​ກັນ)

   ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​​ຜິງ​ໄດ້​ຮັບ​ການ​ຕອບ​ຮັບຈາກ​ບັນ​ດາ​ກຳ​ມະ​ການ​ເປັນ​ຢ່າງ​ດີ. ​ເມື່ອເວົ້າ​ເຖິງ​ຜົນ​ງານ​ສິ​ລະ​ປະ​ທີ່​ດີ​ເດັ່ນ, ທ່ານ​ເສີງ​ໂລງ ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​ສູ​ປະ​ຊາ​ຊົນ​ແຫ່ງ​ຊາດ,ນັກ​ສະ​ແດງ​ຮູບ​ເງົາ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ໄດ້​​ເວົ້າ​ເຖິງ​ຮູບ​ເງົາ​ເລື່ອງ ​ໂລກ“ພະ​ເນ​ຈອນ​”ຮູບ​ເງົາ​ ບັນ​ເທິງ​ແບບ​ວິ​ທະ​ຍາ​ສາດ ຂະ​ໜາດ​ໃຫຍ່​ເລື່ອງ​ທຳ​ອິດ​ຂອງ​ຈີນ ໂດຍ​ກ່າວ​ວ່າ: “ມີ​ຄົນ​ຕ່າງ​ປະ​ເທດ​ຫຼາຍ​ຄົນ​ເວົ້າ​ກັບເຮົາ​ວ່າ,ບໍ່​ນຶກ​ບໍ່​ຝັນ​ວ່າ​ຊາວ​ຈີນ​ຈະ​ສາ​ມາດ​ຖ່າຍ​ທຳ​ຮູບ​ເງົາ​ແບບນີ້​ໄດ້! ​ເມື່ອ​ໄດ້​ມີ​ຄົນ​ຊື້​ປີ້​ເຂົ້າ​ຊົມ​ຢ່າງ​ຫຼວງ​ຫຼາຍ ເຮົາ​ກໍ​ດີ​ໃຈ. ພວກ​ເຮົາ​ກໍ​ມີ​ຄວາມ​ສາ​ມາດ​ໃນ​ການ​ຜະ​ລິດ​ຮູບ​ເງົາ​ວິ​ທະ​ຍາ​ສາດ​ໃນ​ລະ​ດັບ​ສູງ​ແບ​ບ​ນີ້​ໄດ້.”

ຄຳ​ເຫັນ

0