蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕ້ອງ​ສ້າງກອງ​ທັບ​ແລະ​ຕຳຫຼວດ​ທົ່ວ​ກຳ​ລັງ​ປະ​ກອບ​ອາ​ວຸດ​ໃຫ້​ເຂັ້ມ​ແຂງ​ຕາມ​ແຜນ​ການ 5 ປີ​ຄັ້ງ​ທີ 13

2019-03-13 14:31:46 CRI

ຕອນ​ບ່າຍ​ວັນ​ທີ 12 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄົບ​ຄະ​ນະ​ຜູ້​ແທນ​​ການທະ​ຫານ​ແລະ​ຕຳຫຼວດ​​ທົ່ວ​ກຳ​ລັງປະ​ອບ​ອາ​ວຸດ​ໃນ​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 2 ສະ​ໄໝ​ທີ 13 ໂດຍ​ກ່າວ​ເນັ້ນ​ວ່າ, ປີ​ນີ້​ແມ່ນ​ປີ​ທີ່​ສຳ​ຄັນ​ໃນ​ການ​ສ້າງ​ສາ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ​ໃຫ້​ສຳ​ເລັດ ແລະ ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ​ເຫດ​ການ​ທີ​ໜຶ່ງ​ຂອງ​ຈີນ, ​ທັງແມ່ນ​ປີ​ບຸ​ກທະ​ລຸແຫ່ງ​ການ​ສ້​າ​ງ​ສາ​ກອງ​ທັບ​ແລະ​ຕຳຫຼວດ​​ທົ່ວ​ກຳ​ລັງປະ​ກອບ​ອາ​ວຸດ​ໃຫ້​ເຂັ້ມ​ແຂງ​ຕາມ​ແຜນ​ການ 5 ປີ​ຄັ້ງ​ທີ 13 ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ປີ 2020 ແຫ່ງ​ການ​ປ້ອງ​ກັນ​ຊາດ​ແລະ​ສ້າງ​ສາ​ກອງ​ທັບ, ທົ່ວ​ກອງ​ທັບ​ຕ້ອງ​ມີ​ຈຸດ​ຢືນ​ສູງ​ແຫ່ງ​ການ​ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ຈີນ ແລະ ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ, ຮັບ​ຮູ້​ຄວາມ​ສຳ​ຄັນ​ແລະ​ຄວາມ​ເລັ່ງດ່ວນ​ແຫ່ງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນ​ການ 5 ປີ​ຄັ້ງ​ທີ 13 ​ຢ່າງ​ຈະ​ແຈ້ງ, ມີ​ມາ​ນະ​ຈິດ​ເຂັ້ມ​ແຂງ, ກ້າ​​ຫ້ານ​ຮັບ​ໜ້າ​ທີ່​ທີ່​ຖືກມອບ​ໝາຍ, ບຸກ​ໜ້າ​ບືນ​ຕົວ, ອອກ​ແຮງ​ຈັດ​ສັນ​ກຳ​ລັງ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ແຜນ​ການ 5 ປີ​ຄັ້ງ​ທີ 13 ເພື່ອ​ຮັບ​ປະ​ກັນ​​ການເຮັດຫຼ້ອນ​ໜ້າ​ທີ່​ຕາມ​ເວ​ລາ​ກຳ​ນົດ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ທົ່ວ​ກອງ​ທັບ​ຕ້ອງ​ລົງ​ເລິກ​ເຊື່ອມ​ຊຶມ​ຄວາມ​ຕັດ​ສິນ​ໃຈ​ແລະ​ເນື້ອ​ໃນ​ຈິດ​ໃຈ​ຊີ້​ນຳ​ຂອງ​ສູນ​ກາງ​ພັກ, ຈັດ​ຕັ້ງ​ປະ​ຕິ​ບັດ​ເນື້ອ​ໃນ​ຈິດ​ໃຈ​ກອງ​ປະ​ຊຸມ​ວຽກ​ງານ​ການ​ທະ​ຫານ​ຂອງ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ, ຝຶກ​ຝົນຫຼໍ່ຫຼອມ​ກຽມ​ພ້ອມ​ສູ້​ຮົບ​ຢ່າງ​ຮອບ​ດ້ານ, ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ, ແລະ​ ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ປະ​ເທ​ດ​ຊາດ, ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ທາງ​ສັງ​ຄົມ, ກອງ​ທັບ​ຕ້ອງ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ການ​ສ້າງ​ສາ​ຄວາມ​ສີ​ວິ​ໄລ​ທາງ​ນິ​ເວດ​ຂອງ​ທ້ອງ​ຖິ່ນ, ການ​ຮັບ​ໜ້າ​ທີ່​ກູ້​ໄພ​ທີ່​ອັນ​ຕະ​ລາຍແລະ​ຮີບ​ດ່ວນ​ຕ່າງໆ, ຕ້ອງ​ເຮັດຫຼ້ອນ​ໜ້າ​ທີ່​ຊ່ວຍ​ເຫຼືອ​ບ້ານ​ທຸກ​ຍາກ​ແລະ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຕາມ​ກາ​ນ​ຈັດ​ສັນ.

ຄຳ​ເຫັນ

0