莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັບ​​ຖອຍ​ຫລັງ​500 ວັນ​ຂອງງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ປີ 2020

2019-03-13 17:12:04 cri

ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ວັນ​ທີ 12 ມີ​ນານີ້, ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ໄດ້​ຈັດ​ກິດ​ຈະ​ກຳ​ສະ​ເຫລີມ​ສະ​ຫລອງ​​ການ​ນັບ​ເວ​ລາ​ຖອຍ​ຫລັງ 500 ວັນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ 2020 ຢູ່​ສູນ​ເພັນ​ເນີ​ໂຊ​ນິກ​ ທີ່​ຕັ້ງ​ຢູ່​ດາ​ອິ​ບາ​ໂຕ​ກຽວ, ແລະ​ໄດ້​ຈັດ​ການວາງ​ສະ​ແດງ​​ມັ​ສ​ຄອດ 50 ​ໂຕ​ໃນ​ 33 ລາຍ​ການ​ແຂ່ງ​ຂັນຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ​ໂຕ​ກຽວປີ 2020.
 

ຂະ​ນະ​ດຽວ​ກັນ, ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ກ່າວ​ວ່າ, ມັ​ສ​ຄອດ​ໃນ​ລາຍ​ການ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ຈະ​ຖະ​ແຫລງ​ໃນ​ວັນ​ທີ 13 ເມ​ສາ.
 

ກິດ​ຈະ​ກຳ​ນັບ​​ຖອຍ​ຫລັງ​ໃນ​ວັນ​ທີ 12 ແມ່ນ​ຈັດ​ຂຶ້ນຫລັງ​ຈາກຈັດ​​ກິດ​ຈະ​ກຳ​ລະ​ນຶກ​ເຫດ​ການແຜ່ນ​ດິນ​ໄຫວ​ແລະ​ຄື້ນ​​ສືນາ​ມິ​ຍິ່​ປຸ່ນ​ຄົບ​ຮອບ 8 ປີ. ເພື່ອ​ເຮັດ​ໃຫ້​ມວນ​ຊົນ​ໃນ​ເຂດ​ປະ​ສົບ​ໄພ​ມີ​ຄວາມ​ຫວັງ​ຕໍ່​ງານ​ກິ​ລາ​ໂອ​ລິມ​ປິກ​ດັ່ງ​ກ່າວ, ຄະ​ນະ​ຈັດ​ງານ​ຍັງ​ໄດ້​​ຈັດ​ໃຫ້​ມີ​ໂຄງ​ການ “​ລົດ​ເມ​​​ໂຄ​ສະ​ນາ 2020 ໂຕ​ກຽວ”, ເຊິ່ງ​ໝາຍ​ຄວາມ​ວ່າ, ເລີ່ມ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 20 ມີ​ນານີ້, ລົດ​ເມ​ດັ່ງ​ກ່າວ​ຈະ​ດຳ​ເນີນ​ການ​ວາງ​ສະ​ແດງຫລາຍ​ປະ​ການ​ກ່ຽວ​ຂ້ອງ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ຢູ່​ໂຕ​ກຽວ, ແລະ​​ແຂວງມິ​ຢາ​ຈີ, ​ແຂວງອິ​ວາ​ເຕ, ແລະ​​ແຂວງ​ຟູ​​ກູຊິ​ມາ ທີ່​ເປັນ​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ.

ຄຳ​ເຫັນ

0