吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພິທີ​ສະຫຼະ​ລາຊະ​ບັນລັງ​ຂອງ​ເຈົ້າ​ຈັກກະ​ພັດ​ຍີ່ປຸ່ນ​ໄດ້​ເປີດ​ສາກ​ຢ່າງ​ເປັນ​ທາງ​ການ

2019-03-13 19:21:44 cri

ວັນ​ທີ 12 ມີນາ​ນີ້, ​ເຈົ້າ​ຈັກກະ​ພັດ ອາ​ກິຣິ​ໂຕະ​ຂອງ​ຍີ່​ປຸ່ນ​ໄດ້​ຈັດ​ພິທີ​ຢູ່​ລາຊະ​ວັງ, ​ເພື່ອ​ສະຫຼະ​ລາຊະ​ບັນລັງ ​ແລະ​ຈັດ​ພິທີ​ຂຶ້ນ​ຄອງ​ລາຊະ​ບັນລັງ​ຂອງ​ອົງ​ມົງກຸດ​ລາຊະ​ກຸມມາ​ນຂອງ​ພະ​ອົງ​ຢ່າງ​ເປັນ​ທາງ​ການ.

ນີ້​ຖື​ເປັນ​ພິທີ​ທຳ​ອິດ​ທີ່​ກ່ຽວຂ້ອງ​ໃນ​ການ​ສະຫຼະ​ລາຊະ​ບັນລັງ​ຂອງ​ເຈົ້າ​ຈັກກະພັດ​ຍີ່ປຸ່ນ​ໃນ​ທັງ​ໝົດ 11 ພິທີ. ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ລາຍ​ງານ​ວ່າ: ​ເຈົ້າ​ຈັກກະພັດ​ ອາ​ກິ​ຕິ​ໂຕະ ຈະ​ຈັດ​ພິທີ ​ແລະ​ກ່າວ​ປາ​ໄສ​ເປັນ​ເທື່ອ​ສຸດ​ທ້າຍ​ຢູ່​ລາຊະ​ວັງ​ໃນ​ວັນ​ທີ 30 ​ເມສາ​ນີ້.

​ເຈົ້າ​ຈັກກະພັດ​ອາ​ກິຣິ​ໂຕະ​ຂອງ​ຍີ່ປຸ່ນຈະ​ສະຫຼະ​ລາຊະ​ບັນລັງ​ໃນ​ວັນ​ທີ 30 ​ເມສາ​ນີ້ ​ແລະ​ອົງ​ມົງກຸດ​ລາຊະ​ກຸມມານ ນາຣູຣິ​ໂຕ​ຈະ​ຂຶ້ນ​ຄອງ​ລາຊະ​ບັນລັງ​ໃນ​ວັນ​ທີ 1 ພຶດສະພາ​ນີ້, ​ເຈົ້າ​ຈັກກະພັດ​ອາ​ກິຣິ​ໂຕະ​ຈະ​ເປັນ​ອົງ​ທຳ​ອິດ​ທີ່​ສະຫຼະ​ບັນລັງ​ກ່ອນ​ການ​ສິ້ນ​ພະ​ຊົນ​ໃນ​ໄລຍະ 200 ປີຜ່ານມາ​ຂອງ​ລາຊະວົງ​ຍີ່ປຸ່ນ.

ຄຳ​ເຫັນ

0