ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ທ່ານເດວິດ ລິດິງຕັນ ລັດຖະມົນຕີປະຈຳຫ້ອງວ່າການຄະນະລັດຖະບານອັງກິດກ່າວໃນວັນທີ 11 ມີນານີ້ວ່າ: ອັງກິດ ແລະ ອີຢູໄດ້ບັນລຸຂໍ້ຕົກລົງ ໂດຍເຫັນດີດັດແກ້ສັນຍາການຖອນອອກຈາກອີຢູແບບມີຂໍ້ຜູກພັນທາງດ້ານກົດໝາຍ.
ທ່ານລິດິງຕັນ ກ່າວຕໍ່ສະພາຕ່ຳອັງກິດໃນວັນດັ່ງກ່າວວ່າ: ການດັດແກ້ຫຼ້າສຸດຈະເປັນການເພີ່ມທະວີແລະປັບປຸງສັນຍາການຖອນອອກຈາກອີຢູທີ່ລັດຖະບານອັງກິດແລະອີຢູໄດ້ເຊັນກັນກ່ອນໜ້ານີ້. ຂະນະທີ່ເນື້ອໃນການດັດແກ້ໄດ້ກ່ຽວພັນເຖິງບັນຫາຊາຍແດນອຽກລັງທີ່ອ່ອນໄຫວ ໂດຍຈະໄດ້ປ້ອງກັນບໍ່ໃຫ້ຕົກຢູ່ໃນສະພາບທີ່ເຂດອຽກລັງເໜືອຂອງອັງກິດຍັງລວມຕົວຢູ່ໃນອີຢູໂດຍບໍ່ໄດ້ຈຳກັດເວລາສິ້ນສຸດຂອງໄລຍະຂ້າມຜ່ານການຖອນອອກຈາກອີຢູ.
ສະພາຕ່ຳອັງກິດໄດ້ກຳນົດຈັດການລົງຄະແນນສຽງຄັ້ງທີ 2 ຕໍ່ສັນຍາການຖອນອອກຈາກອີຢູໃນວັນທີ 12 ມີນານີ້ ແລະ ຖ້າຍັງບໍ່ສາມາດຜ່ານການຮັບຮອງໄດ້ ກໍຈະໃຫ້ສະພາຕ່ຳດຳເນີນການລົງຄະແນນສຽງເພື່ອຕົກລົງວ່າຈະຖອນອອກຈາກອີຢູແບບບໍ່ມີສັນຍາຫຼືບໍ່. ຖ້າການຖອນອອກຈາກອີຢູແບບບໍ່ມີສັນຍາກໍຖືກຢັບຢັ້ງອີກ, ສະມາຊິກລັດຖະສະພາຈະສືບຕໍ່ລົງຄະແນນສຽງເພື່ອຕົກລົງວ່າຈະເລື່ອນເວລາການຖອນອອກຈາກອີຢູຫຼືບໍ່.
ຫາງສຽງເຫັນວ່າ ອັງກິດແລະອີຢູໄດ້ບັນລຸຂໍ້ຕົກລົງກ່ຽວກັບການດັດແກ້ສັນຍາ ຈະເຮັດໃຫ້ການລົງຄະແນນສຽງຂອງລັດຖະສະພາສາມາດຜ່ານການຮັບຮອງນັ້ນມີຄວາມອາດເປັນໄປໄດ້ສູງຂຶ້ນ ແລະ ຫຼຸດຄວາມສ່ຽງທີ່ອັງກິດຈະຖອນອອກຈາກອີຢູແບບບໍ່ມີສັນຍາ.
ຄຳເຫັນ
0