蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາ​ຕ່ຳ​ອັງ​ກິດ​ລົງ​ຄະ​ແນນ​ສຽງ​ບໍ່​ເຫັນ​ດີ “ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ​ແບບ​ບໍ່​ມີ​ສັນ​ຍາ”

2019-03-14 14:31:10 CRI

ວັນ​ທີ 13 ມີ​ນາ​ນີ້, ສະ​ພາ​ຕ່ຳ​ອັງ​ກິດ​ໄດ້​ລົງ​ຄະ​ແນນ​ສຽງ​ບໍ່​ເຫັນ​ດີ​ການ “ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບແບບ​ບໍ່​ມີ​ສັນ​ຍາ” ຂອງ​ອັງ​ກິດ ພາຍ​ໃຕ້​ທຸກ​ເງື່ອນ​ໄຂ.

ມື້​ດຽວ​ກັນ, ໂດຍ​ຜ່ານ​ການ​ອະ​ພິ​ປາຍ, ສະ​ພາ​ຕ່ຳ​ອັງ​ກິດ​ໄດ້​ຜ່ານຍັດ​ຕິສະ​ບັບ​ປັບ​ປຸງ​ກ່ຽວ​ກັບ “​ການຄັດ​ຄ້ານ​ທີ່​ອັງ​ກິດ “ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ​ແບບ​ບໍ່​ມີ​ສັນ​ຍາ” ພາຍ​ໃຕ້​ທຸກ​ເງື່ອນ​ໄຂ” ໂດຍ​ມີ 312 ສຽງ​ເຫັນ​ດີ ແລະ 308 ສຽງ​ບໍ່​ເຫັນ​ດີ. ແຕ່​ຍັດ​ຕິ​ສະ​ບັບ​ນີ້​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້​ທາງ​ກົດ​ໝາຍ.

ຫຼັງ​ຈາກ​ນັ້ນ, ສະ​ພາ​ຕ່ຳ​ໄດ້​ຜ່ານ​ຂໍ້​ສະ​ເໜີ​ຂອງ​ລັດ​ຖະ​ບານ​ທີ່​ມີ​ຄວາມ​ຜູກ​ພັນ​ທາງ​ກົດ​ໝາຍ​ສະ​ບັບ​ໜຶ່ງ ​ໂດຍ​ມີ 321 ​ສຽງ​ເຫັນ​ດີ ແລະ 278 ​ສຽງ​ບໍ່​ເຫັນ​ດີ ເຊິ່ງ​ສະ​ແດງ​​ໃຫ້ຢ່າ​ງ​ຈະ​ແຈ້ງ​ວ່າ, ມີ​ການຄັດ​ຄ້ານ​ທີ່ອັງ​ກິດ “ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ​ແບບ​ບໍ່​ມີ​ສັນ​ຍາ”. ມື້​ດຽວ​ກັນ, ສ​ະ​ພາ​ຕ່ຳ​ຍັງ​ໄດ້​ລົງ​ຄະ​ແນນ​ສຽງ​ຢັບ​ຢັ້ງ​ຍັດ​ຕິ​ສະ​ບັບ​ປັບ​ປຸງ​ທີ່​ຮຽກ​ຮ້ອງ​ໃຫ້​ອັງ​ກິດເລື່ອນ​ວັນ​ເວ​ລາ​ຖອນ​ອອກ​ຈາກ​ສ​ະ​ຫະ​ພາບ​ເອີ​ລົບໄປຈົນ​ເຖິງວັນ​ທີ 22 ພຶດ​ສະ​ພາ​ໜ້າ​ນີ້.

ຄຳ​ເຫັນ

0