吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍສັ່ງ​ປິດ​ໂຮງຮຽນ 13 ​ແຫ່ງ​ຊົ່ວຄາວ​ເນື່ອງ​ຈາກ​ມົນ​ລະ​ພິດ​ໃນ​ສິ່ງ​ເສດ​ເຫຼືອທາງ​ເຄມີ

2019-03-14 17:36:20 cri

​ເມື່ອ​ບໍ່​ດົນ​ມາ​ນີ້, ປະຊາຊົນ​​ໃນ​ເຂດ​ປາ​ເຊຍ​ກູ​ດັງລັດ​ໂຈ​ໂຮ ພາກ​ໃຕ້​ມາ​ເລ​ເຊຍ​ໄດ້​​ເຈັບ​ປ່ວຍ​ອາດ​ເນື່ອງ​ມາ​ຈາ​ສາ​ເຫດ​ມົນ​ລະ​ພິດ​ໃນ​ສິ່ງ​ເສດ​ເຫຼືອງທາງ​ເຄມີ, ສະ​ນັ້ນ ​ເຂດ​ປົກຄອງ​ທ້ອງ​ຖິ່ນ​ຈຶ່ງ​ມີ​ຄຳ​ສັ່ງ​ປິດ​ໂຮງຮຽນ 13 ​ແຫ່ງ​ຊົ່ວຄາວນັບ​ແຕ່ວັນ​ທີ 13 ມີນາ​ນີ້​ເປັນ​ຕົ້ນ​ໄປ.

ຕອນຄ່ຳ​ວັນ​ທີ 12 ມີນາ​ນີ້, ​ເຈົ້າ​ໜ້າ​ທີ່​ຄະນະ​ກຳມະການ​ສຸຂະພາບ, ສິ່ງ​ແວດ​ລ້ອມ ​ແລະ​ກະສິກຳ​ລັດ​ໂຈ​ໂຮ​ໄດ້​ອອກ​ຖະ​ແຫຼງການ​ວ່າ: ຄະນະ​ກຳມການ​ຄຸ້ມຄອງ​​ໄພພິບັດ​ລັດ​ໂຈ​ໂຮພວມ​ເອົາ​ໃຈ​ໃສ່​ຕິດຕາມ​ກວດກາ ​ແລະ​ແກ້​ໄຂ​ບັນຫາ​ມົນ​ລະ​ພິດ​ຈາກສິ່ງ​ເສດ​ເຫຼືອ​ທາງເຄມີ​ໃນໜອງ​ຢູ່​ເຂດປາ​ເຊຍ​ ກູ​ດັງ.

ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ຮຽກຮ້ອງ​​ໃຫ້ປະຊາຊົນ​ຫຼີກ​ລ່ຽງ​ເຂົ້າ​ໄປ​ໃນ​ບໍລິ​ເວນ​ທີ່​ມີ​ຜົນ​ກະ​ທົບ, ຖ້າ​ຮູ້ສຶກ​​ແສບ​ຕາ, ​ເຈັບ​ໜ້າເອິກ ຫຼື​ ຫາຍ​ໃຈ​ຍາກຮີບຟ້າວ​ໄປ​ຫາ​ໝໍ​ທັນທີ.

ສື່​ມວນ​ຊົນ​ທ້ອງ​ຖິ່ນ​ໄດ້​ລາຍ​ງານ​ວ່າ: ​ໃນ​ວັນ​ທີ 12 ມີນາ​ນີ້, ມີ​ຫຼາຍ​ກວ່າ 200 ຄົນ​ມີ​ອາການ​ເຈັບ​ປ່ວຍ ​ແລະ​ໄດ້​ຮັບ​ການ​ປິ່ນປົວ, ​ໃນ​ນັ້ນ​ມີ​ນັກຮຽນ​ທ້ອງ​ຖິ່ນ​ຢ່າງ​ຫຼວງ​ຫຼາຍ.

ຄຳ​ເຫັນ

0