蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຈະ​ທົດ​ລອງ​ຍິງ​ຂີ​ປະນາ​ວຸດ​ທີ່​ຖືກ​ຈຳ​ກັດ​ຢູ່​ໃນ “ສັນ​ຍາ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ” ໃນ​ເດືອນ​ສິງ​ຫາ​ປີ​ນີ້

2019-03-14 16:15:20 CRI

ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ລາຍ​ງາ​ນ​ໃນ​ວັນ​ທີ 13 ມີ​ນາ​ນີ້​ວ່າ, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຜູ້​ໜຶ່ງ​ທີ່​ບໍ່​ເປີດ​ເຜີຍ​ຊື່​​ໃນກະ​ຊວງ​ປ້ອ​ງ​ກັນ​ຊາດ​ອາ​ເມ​ຣິ​ກາ​ກ່າວ​ໃນ​ມື້​ດຽວ​ກັນ​ວ່າ, ອາ​ເມ​ຣິ​ກາ​ຈະ​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ຈາກ​ຖານ​ບົກ​ທີ່ຖືກ​ຈຳ​ກັດ​ຢູ່​ໃນ “ສັນ​ຍາ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ” ໃນ​ເດືອນ​ສິງ​ຫາ​ປີ​ນີ້.

ເຈົ້າ​ໜ້າ​ທີ່​ຜູ້​ນີ້​ກ່າວ​ຕື່ມ​ວ່າ, ໄລ​ຍະ​ຍິງ​ທົດ​ລອງຂອງ​ຂີ​ປະ​ນາ​ວຸດ​​ນັ້ນ​ປະ​ມານ 1.000 ກິ​ໂລ​ແມັດ, ຖ້າ​ຍິງ​ສຳ​ເລັດ​ຜົນ, ຂີ​ປະ​ນາ​ວຸດ​ຊະ​ນິດ​ນີ້​ຈະ​ຖືກ​ສົ່ງ​ເຂົ້າ​ໄປ​ປະ​ຈຳ​ການ​ພາຍ​ໃນ​ໄລ​ຍະ​ເວ​ລາ 1 ປີ​ເຄິ່ງ. ເຈົ້າ​ໜ້າ​ທີ່​ຜູ້​ນີ້​ກ່າວ​ອີກວ່າ, ອາ​ເມ​ຣິ​ກາ​ກຽມ​ຈະ​ຍິງ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ​ລູກ​ໜຶ່ງ​ໃນ​ເດືອນ​ພະ​ຈິກ​ປີ​ນີ້ ແລະ ​ຍັງ​ໄດ້​ກ່າວ​ອີກວ່າ, ຂີ​ປະ​ນາ​ວຸດ​ສອງ​ຊະ​ນິດ​ນີ້​ລ້ວນ​ແຕ່​ຕິດ​ຕັ້ງ​ຫົວ​​ຮົບທຳ​ມະ​ດາ ຫາກ​ບໍ່​ແມ່ນ​ຫົວຮົບ​ນິວ​ເຄຼຍ.

ຄຳ​ເຫັນ

0