覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາຢຸດ​ຕິ​ການ​ນຳ​ໃຊ້​ເຮືອ​ບິນ​ໂດຍ​ສານ​ໂບ​ອີງ 737 MAX ຊົ່ວ​ຄາວ

2019-03-14 15:07:38 cri

​ວັນ​ທີ 13 ມີ​ນາ​ນີ້, ອົງ​ການ​ການ​ບິນ​ສ​ະ​ຫະ​ລັດ​ອາ​ເມ​ຣິ​ກາໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ການ​ບິນ​ອາ​ເມ​ຣິ​ກາ​ຢຸດ​ຕິ​ການ​ນຳ​ໃຊ້​ເຮືອ​ບິນ​ໂດຍ​ສານ​ໂບ​ອີງ 737 MAX ເປັນ​ການ​ຊົ່ວ​ຄາວ ທັງ​ຫ້າມ​ບໍ່​ໃຫ້​ເຮືອ​ບິນ​ລຸ້ນ​ນີ້​​ເຄື່ອນ​ໄຫວ​ຢູ່​ດິນ​ແດນ​ອາ​ເມ​ຣິ​ກາ​ເປັນ​ການຊົ່ວ​ຄາວ.
 

ວັນ​ທີ 13 ມີ​ນາ​ນີ້ ທ່ານ​ໂດ​ໂນ​ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກ່າວ​ວ່າ ຕົນ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ອາ​ເມ​ຣິ​ກາ​ຢຸດ​ຕິ​ການ​ນຳໃຊ້​ເຮືອ​ບິນ​ໂດຍ​ສານ​ໂບ​ອີງ 737 MAX 8 ແລະ​ໂບ​ອີງ 737 MAX 9. ຕໍ່​ມາ, ອົງ​ການ​ການ​ບິນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໄດ້​ອອກ​ຖະ​ແຫຼງ​ການ​ທັນ​ທີ​ວ່າ​ຢຸດ​ຕິ​ການ​ນຳໃຊ້​ເຮືອ​ບິນ​ໂດຍ​ສານ​ໂບ​ອີງ737 MAX ​ເປັນ​ການ​ຊົ່ວ​ຄາວ.
 

​ຖະ​ແຫຼງ​ການ​ສະ​ບັບ​ນີ້​ລະ​ບຸ​ວ່າ, ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຂອງ​ອົງ​ການ​ການ​ບິນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ແມ່ນ​ກຳ​ນົດ​ຕາມຫຼັກ​ຖານຫຼ້າ​ສຸດ​ທີ່​ເກັບ​ກຳ​ໄດ້​ພ້ອມ​ດ້ວຍ​ຂໍ້​ມູນ​​ທາງດາວ​ທຽມ​ທີ່​ຜ່ານ​ການ​ປະ​ມວນ​ຜົນຫຼ້າ​ສຸດ​ໃນ​ຕອນ​ເຊົ້າ​ວັນ​ທີ 13 ມີ​ນາ​ນີ້. ຄຳ​ສັ່ງ​ດັ່ງ​ກ່າວ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ໄລ​ຍະ​ສືບ​ສວນ​ຫາ​ສາ​ເຫດ​ທີ່​ພາ​ໃຫ້​ເຮືອ​ບິນຂອງ​ບໍ​ລິ​ສັດ​ການ​ບິນ​ເອ​ທີ​ໂອ​ປີ​ຕົກ.

ຄຳ​ເຫັນ

0