覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮ່ວມ​ມື​ມຽນ​ມາ-ຈີນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຍາວ​ນານ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ

2019-03-14 15:12:13 cri

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ຕີ​ລິນ​ອົງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ມຽນ​ມາ​ປະ​ຈຳ​ຈີນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ, ​ໃນປີ 2018 ​ຜ່ານມາ​ນີ້, ການ​ຮ່ວມ​ມືລະ​ຫວ່າງ​ມຽນ​ມາ-ຈີນ​ໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ດີ. ທ່ານ​ກ່າ​ວ​ເນັ້ນ​ວ່າ: ການ​ຮ່ວມ​ມື​ມຽນ​ມາ-ຈີນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຍາວ​ນານ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ. ໄປ​ຄຽງ​ຄູ່​ກັບ​ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ໄດ້​ຮັບ​ການ​ຊຸກ​ຍູ້​ປະ​ຕິ​ບັດ​ໃນ​ຕົວ​ຈິງ ເຊິ່ງ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ແຫ່ງ​ຕ່າງໆ​ໃນ​ທົ່ວ​ໂລກ​ໂດຍ​ສະ​ເພາະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ.
 

 ທ່ານ​ທູດ​ທີ​ລິນ​ອົງ​ໄດ້​ຮັບ​ເຊີນ​ໃຫ້​ເຂົ້າ​ຟັງ​ການ​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຂອງ​ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຄັ້ງ​ທີ 2 ສະ​ໄໝ​ທີ 13. ທ່ານ​ກ່າວ​ວ່າ, ບົດ​ລາຍ​ງານ​ລະ​ບຸ​ວ່າ, ປີ 2018 ຜ່ານ​ມາ, ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ຢ່າງ​ຕໍ່​ເນື່ອງ, ກົນ​ໄກ​ຮ່ວມ​ມື​ກັບ​ປະ​ເທດ​ລຽບ​ຕາມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸ​ດ​ຢັ້ງ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ໄດ້​ຮັບ​ການ​ເລັ່ງ​ລັດ​ຊຸກ​ຍູ້​​ໃຫ້​ກ້າວ​ເດີນ​ໄປໜ້າ. ຕົນ​ເຫັນ​ດີ​ນຳ​ເນື້ອ​ໃນ​ບົດ​ລາຍ​ງານ​ດັ່ງ​ກ່າວ​ນີ້.
 

ທ່ານ​ທູດ​ທີ​ລິນ​ອົງ​ເນັ້ນ​ວ່າ:  ມຽນ​ມາ​ໃຫ້​ຄວ​າມ​ສຳ​ຄັນ​​ຢ່າງ​ສູງຕໍ່​ການ​ຮ່ວມ​ມື​ກັບ​ຈີນ​ມາ​ໂດຍ​ຕະຫຼອດ. ການ​ຮ່ວມ​ມື​ມຽນມາ-ຈີນ​ສອດ​ຄ່ອງ​ກັບ 5 ຫຼັກ​ການຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ, ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຍາວ​ນານ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ, ພາຍ​ໃຕ້​ການ​ຊຸກ​ຍູ້​ຢ່າງ​ເຂັ້ມ​ແຂງ​ແລະ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ສອງ​ຝ່າຍ, ການ​ຮ່ວມ​ມື​ສອງ​ປະ​ເທດ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃຫຍ່ຫຼວງກວ່າ​ເກົ່າ​ຢ່າງ​ແນ່ນອນ.

 

ຄຳ​ເຫັນ

0