覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວ​ເນ​ຊູ​ເອ​ລາ​ຟື້ນ​ຟູ​ການ​ສະ​ໜອງ​ໄຟ​ຟ້າ​ໃນ​ທົ່ວ​ປະ​ເທດໂດຍ​ພື້ນ​ຖານ

2019-03-14 15:36:38 cri

ຕອນ​ຄ່ຳ​ວັນ​ທີ 12 ມີ​ນາ​ນີ້, ທ່ານ​ນິ​ໂຄ​ລັ​ສ ມາ​ດູ​ໂຣ ປະ​ທາ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ​ໄດ້​ກ່າວ​ປາ​ໄສ​ທາງ​ໂທ​ລະ​ພາບ​ໂດຍ​ປະ​ກາດ​ວ່າ ປະ​ເທດ​ຕົນ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ຕໍ່​ຕ້ານ​ການ​ໂຈມ​ຕີ​​ລະ​ບົບ​ໄຟ​ຟ້າ​ເວ​ເນ​ຊູ​ເອ​ລາ, ການ​ສະ​ໜອງ​ໄຟ​ຟ້າ​ໃນ​ທົ່ວ​ປະ​ເທດ​ໄດ້​ຟື້ນ​ຟູ​ຄືນ​ເປັນ​ປົກ​ກະ​ຕິ​ໂດຍ​ພື້ນ​ຖານ​ແລ້ວ.
 

 ທ່ານ​ມາ​ດູ​ໂຣ​ກ່າວ​ວ່າ: ການ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ​ທີ່​ແນ​ໃສ່​ລະ​ບົບ​ໄຟ​ຟ້າ​ຂອງ​ເວ​ເນ​ຊູ​ເອ​ລາ​ແມ່ນ​ມາ​ຈາກ​ຊີ​ກາ​ໂກ​ແລະ​​ຮູ​ສ​ຕັນ​ຂອງ​ອາ​ເມ​ຣິ​ກາ, ​ຖັດ​ຈາກ​ນີ້ ລັດ​ຖະ​ບານ​ຈະ​ສືບ​ຕໍ່​ລົງ​ເລິກ​ສືບ​ສວນ ທັງ​ປັບ​ປຸງ​ແລະ​ຮັກ​ສາ​ລະ​ບົບ​ການ​ສະ​ໜອງ​ໄຟ​ຟ້າ​ໃຫ້​ດີ​ຂຶ້ນ. ຂະ​ນະ​ດຽວ​ກັນ, ທ່ານ​ມາ​ດູ​ໂຣ​ໄດ້​ເຕືອນ​ໃຫ້​​ປະ​ຊາຊົນ​ຕ້ອງ​ກຽມ​ວິ​ທະ​ຍຸ, ຖ່ານ​ໄຟ​ສາຍ, ທຽນ​ແລະ​ສິ່ງ​ອື່ນໆ ເພື່ອ​ຮັບ​ມື​ກັບ​ກໍ​ລະ​ນີ​ສຸກ​ເສີນ.

 

 

ຄຳ​ເຫັນ

0