覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ຜູ້​ແທນ​ປະ​ເພ​ນີ​ຄວາມ​ເຊື່ອ​ຖື​ຕາມ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຢ້ຽມ​ຢາມ​ວັງ​ທ່ຽນ​ໂຮ້

2019-03-14 14:57:00 cri

ຄະ​ນະ​ຜູ້​ແທນ​ປະ​ເພ​ນີ​ຄວາມ​ເຊື່ອ​ຖື​​ຕາມເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ທີ່​ມີ​ທ່ານ​ຊຸ່ນ​ລູ​ຮ​ວາ ປະ​ທານສູນ​ເຜີຍ​ແຜ່​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​​ເທບພະ​ເຈົ້າ​ກວນ​ອູ​ມາ​ເລ​ເຊຍເປັນ​ຫົວ​ໜ້າ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ວັງທ່ຽນ​ໂຮ້​ທີ່​ເປັນ​ວັດມາ​ຈູ​​ທີ່​ເຂດ​ທ່ອງ​ທ່ຽວ 3 ຖະ​ໜົນ 7 ຮ່ອມ ນະ​ຄອນ​ຟູ​ໂຈ່ວ​ແຂວງ​ຟູ​ຈ້ຽນ ສ​ປ ຈີນ​ໃນ​ວັ​ນ​ທີ 13 ມີ​ນາ​ນີ້.
 

  ໃນ​ການ​ຢ້ຽມ​ຢາມ​ມື້​ດັ່ງ​ກ່າວ, ກ່ອນ​ອື່ນ, ຄະ​ນະ​ຜູ້​ແທນ​ໄດ້​ໃຕ້​ທູບ​ກາບ​ໄຫວ້​ຮູບ​ເທບ​ພະ​ເຈົ້າ​ມາ​ຈູ​ທີ່​ຕັ້ງ​ບູ​ຊາ​ໃນ​ວັງ​ທ່ຽນ​ໂຮ້, ຕໍ່​ມາ, ພະ​ອາ​ຈານ ຢາງ​ສຽວ​​ຊຽງ ເຈົ້າ​ອາ​ວາດ​ວັງ​ທ່ຽນ​ໂຮ້ໄດ້​ຮ່ວມ​ກັບ​ຄະ​ນະ​​ຜູ້​ແທນຄື​ພະ​ອາ​ຈານ​ຈາກ​ມາ​ເລ​ເຊຍ, ສິງ​ກະ​ໂປ​ຈັດ​ພິ​ທີ ​ສົມ​ໂພດຮູບ​ເທບ​ພະ​ເຈົ້າ​ກວນ​ອູ​ອົງ​ໃໝ່​ຂອງວັງ​ດັ່ງ​ກ່າວ.
 

 ທ່ານ​ຊຸ່​ນ​ລູ​ຮ​ວາ ກ່າວ​ວ່າ: ວັດ​ທະ​ນະ​ທຳ​ກວນ​ອູ​ໄດ້​​ຊຶມ​ເຂົ້າເຖິງ​ຈິດ​ໃຈ “​ຄວາມຈົງ​ຮັກ​ພັກ​ດີ,ສິນ​ທຳ,ຄວາມ​ມີ​ເມດ​ຕາ, ຄວາມ​ກ້າ​ຫານ”​ທີ່​ມີ​ຢູ່​ໃນ​ວັດ​ທະ​ນະ​ທຳ​ດັ້ງ​ເດີມ​ຂອງ​ຈີນ, ສະ​ມາຄົມຫຼາຍ​ແຫ່ງ​ຢູ່​ມາ​ເລ​ເຊຍ​ຕ່າງ​ກໍ​ໄດ້​ບູ​ຊາ​ຮູບ​​ເທບພະ​ເຈົ້າ​ກວນ​ອູ. ມື້​ນີ້, ພວກ​ເຮົາ​ເຕົ້າ​ໂຮມ​ກັນ​ເພື່ອ​ຈັດ​ງານ​ສົມ​ໂພດ​ຮູ​ບ​ເທບ​ພະ​ເຈົ້າ​ກວນ​ອູ ແລະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ປະ​ເພ​ນີ​ຄວາມ​ເຊື່ອ​ຖື​​ຕາມເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ.
 

 ຫຼັງ​ພິ​ທີ​ສົມ​ໂພດ, ຄະ​ນະ​ຜູ້​ແທນ​ຍັງ​ໄດ້​ຢ້ຽມ​ຊົມ​ຫໍ​ວາງ​ສະ​ແດງ​ປະ​ເພ​ນີ​ຄວາມ​ເຊື່ອ​ຖື​ທີ່​ມີ​​ຮາກ​ເຫງົ້າ​ດຽວ​ກັນ​​ຕາມ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ທີ່​ຕັ້ງ​ຢູ່​ໃນ​ວັງ​ທ່ຽນ​ໂຮ້ ເຊິ່ງ​ຫໍ​ວາງ​ສະ​ແດງ​ໄດ້​ສະ​ສົມ​ວັດ​ຖຸ​ພັນ​ທີ່​ເປັນປະ​ເພ​ນີ​ຄວາມ​ເຊື່ອ​ຖື​ຂອງ​ປະ​ເທດ,ເຂດ​ແຄວ້ນ​ທີ່​ລຽບ​ຕາມ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ ທີ່​ມີ​​ຮາກ​ເຫງົ້າ​ດຽວ​ກັນ​ກັບ​ຈີນ​ເກືອບ 500 ອັນ​.

ຄຳ​ເຫັນ

0