黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປຶ້ມ “​ສັບຂໍ​ກະ​ແຈ​ຂອງ​ຈີນ: ເຫຼັ້ມ ‘ໜຶ່​ງ​ແລວ​ໜຶ່​ງ​ເສັ້ນ​ທາງ’” ສະ​ບັບ​ພາ​ສາ​ໄທ​​ເລີ່ມພິມ​ຈຳ​ໜ່າຍ​ຢູ່​ໄທ​​ເປັນ​ຄັ້ງ​ທຳ​ອິດ

2019-03-15 15:03:13 cri

ພິ​ທີ​ເລີ່ມ​ພິມ​ຈຳ​ໜ່າຍ ປຶ້ມ “​ສັບຂໍ​ກະ​ແຈ​ຂອງ​ຈີນ: ເຫຼັ້ມ ‘ໜຶ່​ງ​ແລວ​ໜຶ່​ງ​ເສັ້ນ​ທາງ’” ສະ​ບັບ​ພາ​ສາ​ໄທ​​​ເຊິ່ງ​ເປັນ​ປຶ້ມ​ທີ່​ແປ​ເປັນ​ຫຼາຍ​ພາ​ສາ​ທັງ​ເປັນ​ງານ​ສົ​ນ​ທະ​ນາ​ຄັງ​ປັນ​ຍາ​ລະ​ດັບ​ສູງ​ຈີນ-ໄທ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ຂອງ​ໄທ​ໃນ​ວັນ​ທີ 14 ມີ​ນາ​ນີ້, ຜູ້​ຕາງ​ໜ້າສື່ມວ​ນ​ຊົນ​ສຳ​ຄັນ, ຜູ້​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​ທັງ​ສອງ​ປະ​ເທດ​ປະ​ມານ 150 ທ່ານ​ໄດ້​ເຂົ້າ​ຮ່ວມ.

ໃນ​ພິ​ທີ​ດັ່ງ​ກ່າວ, ທ່ານ​ຢ່າງ​ພີງ ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຈີນ​ແລະ​ໂລກ​ປັດ​ຈຸ​ບັນທັງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ແປ​ພາ​ສາ​ຂອງ​ຈີນ​ກ່າວ​ວ່າ, ປຶ້ມ “​ສັບຂໍ​ກະ​ແຈ​ຂອງ​ຈີນ: ເຫຼັ້ມ ‘ໜຶ່​ງ​ແລວ​ໜຶ່​ງ​ເສັ້ນ​ທາງ’” ໄດ້​ອະ​ທິ​ບາຍ​ແລະ​ບັນ​ລະ​ຍາຍ​ທັດ​ສະ​ນະ​ຄະ​ຕິ​ການ​ພັດ​ທະ​ນາ, ເສັ້ນ​ທາງ​ພັດ​ທະ​ນາ, ນະ​ໂຍ​ບາຍ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດແລະແກນ​ກາງ​ແນວ​ຄິດ​ວັດ​ທະ​ນະ​ທຳ​ຂອງ​ຈີນ​ໃນ​ຍຸກ​ປັດ​ຈຸ​ບັນ​ຕໍ່​ປະ​ຊາ​ຄົມ​ໂລກ​ດ້ວຍ​ຫຼາຍ​ພາ​ສາ​ແລະ​ຮູບ​ການ​ສື່ມວນ​ຊົນ​ຫຼາຍ​ຢ່າງ, ແມ່ນ​ການ​ຄົ້ນ​ຄວ້າ​ຢ່າງ​ຕັ້ງ​ໜ້າ​ທີ່​ບັນ​ລະ​ຍາຍ​ການ​ປະ​ພຶດ​ຂອງ​ຈີນ​ດ້ວຍ​ທ່າ​ທີ​ຂອງ​ຈີນ.

ປັດ​ຈຸ​ບັນ, ປຶ້ມ “​ສັບຂໍ​ກະ​ແຈ​ຂອງ​ຈີນ: ເຫຼັ້ມ ‘ໜຶ່​ງ​ແລວ​ໜຶ່​ງ​ເສັ້ນ​ທາງ’” ໄດ້​ແປ​ເປັນ 15 ພາ​ສາ​ແລ້ວ.

ຄຳ​ເຫັນ

0