覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍິນ​ດີ​ວາງ​ນະ​ໂຍ​ບາຍ​ໃຫ້​ສິດ​ທິ​ພິ​ເສດຫຼາຍກວ່າ​ເກົ່າເພື່ອ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ

2019-03-15 16:01:14 cri

ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ໃຫ້​ສຳ​ພາດ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ໃນ​ວັນ​ທີ 15 ມີ​ນາ​ນີ້​ວ່າ: ຈີນ​ຍິນ​ດີ​ວາງ​ນະ​ໂຍ​ບາຍ​ໃຫ້​ສິດ​ທິ​ພິ​ເສດຫຼາຍກວ່າເກົ່າ​ເພື່ອ​ໃຫ້​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ທີ່​ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບໍ່​ວ່າ​ຈະ​ເປັນ​ການ​ລົງ​ທຶນ​ພັດ​ທະ​ນາ​ທຸ​ລະ​ກິດ, ເຮັດ​ວຽກ, ຮ່ຳ​ຮຽນຫຼືດຳ​ລົງ​ຊີ​ວິດ ລ້ວນ​ແຕ່​ຈະ​ມີ​ສິດ​ເທົ່າ​ທຽມ​ກັນ​ກັບ​ພີ່​ນ້ອງ​ຮ່ວມ​ຊາດ​ແຜ່ນ​ດິນ​ໃຫຍ່.
 

ທ່ານຫຼີ​ເຄີ້​ສຽງ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຫຼັງ​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ອັດ​ລົງ​ວ່າ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ປາ​ໄສ​ສຳ​ຄັນ​ໃນ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ເປີດ​ເຜີຍ​ສານ​ເຖິງ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ຄົບ​ຮອບ 40 ປີ ​ເຊິ່ງ​ທ່ານໄດ້​ຊີ້​ແຈງ​ທິດ​ທາງ​ນະ​ໂຍ​ບາຍ, ຫຼັກ​ການ​ແລະຫຼັກ​ໝັ້ນ​ກ່ຽວ​ກັບ​ບັນ​ຫາ​ໄຕ້​ຫວັນ. ແຜ່ນ​ດິນ​ໃຫຍ່​ຈະ​ສືບ​ຕໍ່​ຍຶດ​ໝັ້ນຫຼັກ​ການ​ຈີນ​ດຽວແລະ​ຄວາມ​ເຫັນ​​ທີ່ເປັນ​ເອ​ກະ​ພາບ​ກັນ​ໃນ​ປີ 1992, ຄັດ​ຄ້ານ​ການ​ແບ່ງ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອ​ກະ​ລາດ, ສົ່ງ​ເສີມ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ແລະ​ໝັ້ນ​ທ່ຽງ, ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​​ຄວາມເອ​ກະ​ພາບ​ຂອງ​ປະ​ເທດ​ຊາດ.
 

 ທ່ານຫຼີ​ເຄີ້​ສຽງ​ຢືນ​ຢັນ​ວ່າ, ພວກ​ເຮົາ​ໄດ້​ວາງ​ມາດ​ຕະ​ການ 31 ຂໍ້​ເພື່ອ​ສົ່ງ​ເສີມ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ-ວັດ​ທະ​ນະ​ທຳ​ສອງ​ຝັ່ງ. ສ່ວນ​ບັນ​ຫາ​ໃນ​ປັດ​ຈຸ​ບັນ​ກໍ​ຄື​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດມາດ​ຕະ​ການ 31 ຂໍ້​ດັ່ງ​ກ່າວ​ໃຫ້​ເຖິງ​ຖອງ​ຢ່າງ​ແທ້​ຈິງ ແລະ​ຍັງ​ຄວນ​ວາງ​ມາດ​ຕະ​ການ​ໃໝ່​ຕື່ມ​ອີກ. ທ່ານ​ກ່າວ​ວ່າ, ພີ່​ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຮ່ວມ​ກັນ​ຊົ​ມ​ໃຊ້​ໂອ​ກາດ​ແຫ່ງ​ການ​ພັດ​ທະ​ນາ​, ໄປ​ມາ​ຫາ​ສູ່​ກັນ​ນັບ​ມື້​ນັບ​ໃກ້​ຊິດ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ກໍ​ຈະ​ຂະ​ຫຍາຍ​ຕົວນັບ​ມື້​ນັບ​ດີ​ແລະ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ, ພວກ​ເຮົາ​ຫວັງ​ວ່າ​ຈະ​ສາ​ມາດ​ບັນ​ລຸ​ຄວາມ​ໄຝ່​ຝັນ​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​​ຊົນ​ຊາດ​ຈີນ​ຄືນ​ໃໝ່.

ຄຳ​ເຫັນ

0