黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້​​ການ​ປະ​ຕິ​ຮູບ​ສ້າງ​ສະ​ພາບ​ສິ່ງ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ແບບ​ຕະ​ຫຼາດ​ແລະ​ຄຸ້ມ​ຄອງ​ດ້ວຍ​ກົດ​ໝາຍ

2019-03-15 15:20:44 cri

ວັນ​ທີ 15 ມີ​ນາ​ນີ້​ໃນ​ເວ​ລາ​ພົບ​ປະ​ກັບ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ, ລັດ​ຖະ​ບານ​ຈີນຈະ​ຍຶດ​ໝັ້ນ​​ການຊຸກ​ຍູ້​ການ​ປະ​ຕິ​ຮູບ​ທີ່​ມີ​ສະ​ພາບ​ແວດ​ລ້ອມ​​ການດຳ​ເນີນ​ທຸ​ລະ​ກິດ​ແບບ​ຕະ​ຫຼາດ​ແລະ​ຄຸ້ມ​ຄອງ​ດ້ວຍ​ກົດ​ໝາຍ, ໃຊ້​ການ​ກະ​ທຳ​ຕົວ​ຈິງ​ແລະ​ມາດ​ຕະ​ການ​ລະ​ອຽດ​ເພື່ອ​ເຮັດ​ໃຫ້​ການ​ປະ​ຕິ​ຮູບ​ໄດ້​ຮັບ​ໝາກ​ຜົນ​ຢ່າ​ງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຫຼີ​ເຄີ້​ສຽງ​ ກ່າວ​ວ່າ, ພາຍ​ຫຼັງ​ຈີນ​ເລີ່ມ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ 40 ປີ​ມາ​ນີ້, ການ​ພັດ​ທະ​ນາ​ຂອງ​ຈີນ​ໄດ້​ມີ​ຜົນ​ງານ​ຢ່າງ​​ຫຼວງຫຼາຍ, ໄດ້​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ. ການ​ທີ່​ປັບ​ປຸງ​​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ດີ​ຂຶ້ນ, ຄວນ​ຖື​ການ​ມອບ​ສິດ​ແລະ​ການ​​ຄຸ້ມ​ຄອງປະ​ສານ​ສົມ​ທົບ​ກັນແລະ​ທັງ​ໃຫ້​ຄວາມ​ສຳ​ຄັນ​ຮ່ວມ​ກັນ, ສ້າງ​​ລະ​ບຽບ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ. ການ​ທີ່ມອບ​ສິດ​ຄວນມອບ​ສິດ​ຢ່າງ​ສະ​ເໝີ​ພາບ. ພວກ​ເຮົາ​ຄວນ​ຫຼຸດ​ຂັ້ນ​ຕອນ​ການ​ພິ​ຈາ​ລະ​ນາ​ອະ​ນຸ​ມັດແລະ​ເວ​ລ​າ​ໃນ​ການ​ແລ່ນ​ເອ​ກະ​ສານ​ເພື່ອ​ຂໍ​, ແລະ​ສາ​ມາດ​ເວົ້າ​ໄດ້​ວ່າ​ວິ​ສາ​ຫະ​ກິດ​ປະ​ເພດ​ຕ່າງໆ​​ຕ້ອງ​ສະ​ເໝີ​ພາບ​ກັນ. ການ​ຕິດ​ຕາມ​ຄວນ​ມີ​ຫຼັກ​ເກນ​ທີ່​ເປີດ​ເຜີຍ​ແລະ​ໂປ່ງ​ໃສ, ເຮັດ​ໃຫ້​ຜູ້​ຖືກ​ຕິດ​ຕາມ​ຮູ້​ວ່າ​ຕົນ​ເອງ​ຄວນ​ເຮັດ​ຫຍັງ​ແລະ​​ບໍ່​ຄວນ​ເຮັດຫຍັງ. ການ​ຕິດ​ຕາມ​ບໍ່​ຄວນ​ຕິດ​ຕາມ​ແບບ​ມີ​ການ​ຄັດ​ເລືອກ​ແລະ​ການ​ຕິດ​ຕາມລຳ​ພັງ​ໃຈ.

ທ່ານ​ຫຼີ​ເຄີ້​ສຽງ ເນັ້ນ​ໜັກ​ວ່າ,​ ການ​ທີ່ຮຽກ​ຮ້ອງ​ໃຫ້​ວິ​ສາ​ຫະ​ກິດ​ໄປ​ຕິດ​ຕາມ​ລັກ​ຟັງຂໍ້​ມູນ​ຂ່າວ​ສານ​ຂອງ​ປະ​ເທດ​ອື່ນ​ນັ້ນ​ບໍ່​ສອດ​ຄ່ອງ​ກັບ​ກົດ​ໝາຍ​ຂອງ​ຈີນ, ທັງ​ກໍ່​ບໍ່​ແມ່ນ​ວິ​ທີ​ເຮັດ​ວຽກ​ຂອງ​ຈີນ, ປັດ​ຈຸ​ບັນ​ບໍ່​ມີ​ແລະ​ຈະ​ບໍ່​ມີ​ໃນ​ອະ​ນາ​ຄົດ​ເຊັ່ນ​ດຽວ​ກັນ.

ຄຳ​ເຫັນ

0