覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ປູ​ເຈຍກວດ​ຍຶດ “​ກຸ້ງ​ຝັງຢາງ”ທີ່​ນຳ​ເຂົ້າ​ຈາກ​ຫວຽດ​ນາມ​ຢ່າງ​ຜິດ​ກົດ​ໝາຍຫຼາຍກວ່າ 7 ໂຕນ

2019-03-15 15:49:26 cri

ໂຄ​ສົກ​ອົງ​ການຕຳຫຼວດ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ເປີດ​ເຜີຍ​ໃນ​ວັນ​ທີ 14 ມີ​ນາ​ນີ້​ວ່າ: ເຈົ້າ​ໜ້າ​ທີ່​ຕຳຫຼວດ​ສາ​ມາດ​ກວດ​ຍຶດ  “​ກຸ້ງ​​ຝັງຢາງ” 7520 ກິ​ໂລ​ທີ່​ນຳ​ເຂົ້າ​ຈາກ​ຫວຽດ​ນາມ​ຢ່າງ​ຜິດ​ກົດ​ໝາຍ, ປັດ​ຈຸ​ບັນ, ເຈົ້​າ​ໜ້າ​ທີ່​ຕຳຫຼວດ​ກຳ​ລັງ​ສືບ​ຫາ​ຜູ້​ຕ້ອງ​ຫາ​ທີ່​ບົງ​ການ​ຢູ່​ເບື້ອງຫຼັງ.
 

  ໂຄ​ສົກ​​ອົງ​ການຕຳຫຼວດ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ກ່າວ​ວ່າ: ​ກົມ​ຕ້ານ​ອາ​ຊະ​ຍາ​ກຳ​ເສດ​ຖະ​ກິດ​ຂອງອົງ​ການ​ຕຳຫຼວດ​ແຫ່ງ​ຊາດ​ໄດ້​ປະ​ສານ​ສົມ​ທົບ​ກັບ​ກົມ​ພາ​ສີ​ລັດ​ສະ​ກັດ​ລົດບັນ​ທຸກ 3 ຄັນ​ຢູ່ຫຼັກ15 ຕາມ​ທາງຫຼວງ​ເລກ 3 ນະ​ຄອນຫຼວງ​ພະ​ນົມ​ເປັນ​ໃນ​ເວ​ລາ 3 ໂມງ 5 ນາ​ທີ​ຂອງວັນ​ທີ 13 ມີ​ນາ​ນີ້ ໂດຍ​ສາ​ມາດ​ກວດ​ຍຶດ​  “​ກຸ້ງ​ຝັງ​ຢາງ”  ໄດ້7520 ກິ​ໂລ​ທີ່​ນຳ​ເຂົ້າ​ຈາກ​ຫວຽດ​ນາມ​ຢ່າງ​ຜິດ​ກົດ​ໝາຍ, ແລະ​ກັກ​ຂັງ​ຜູ້​ຂັບ​ລົດ​ບັນ​ທຸກ 3 ຄົນ. ຕອນ​ບ່າຍ​ມື້​ດຽວ​ກັນ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ເຜົາ​ທຳ​ລາຍ​ກຸ້ງ​ທີ່​ຍຶດ​ໄດ້​ດັ່ງ​ກ່າວ​ແລ້ວ.
 

 ຕ​າມ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ:  “​ກຸ້ງ​​ຝັງ​ຢາງ”ມີ​ສີ​ສົດ​ໃສ​ເກີນ​ໄປ, ຊີ້ນ​ແໜ້ນ, ໂຕ​ກຸ້ງ​​ຕຸ້ຍ​ເຕັມ, ປອກ​ເປືອກ​ໄດ້​ງ່​າຍ, ຢູ່​ໃນ​ຫົວ​ກຸ້ງ​ມີ​ທາດ​ຢາງ​ແບບ​ວຸ້ນເຄິ່ງ​ໃສ. ຖ້າ​ວ່າ​ທາດ​ຢາງ​ດັ່ງ​ກ່າວ​ເປັນ​ຢາງ​​ທີ່ໃຊ້​ສຳ​ລັບ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ ກໍ​ອາດ​ຈະ​ມີ​ສານ​ໂລ​ຫະ​ໜັກ​ແລະ​ສານ​ທີ່​ພາ​​ກໍ່ໃຫ້​​ເກີດ​ພະ​ຍາດ​ມະ​ເຮັງ​ໄດ້.

 

 

ຄຳ​ເຫັນ

0