尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດງານສັບປະດາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈໍາປີ 2019.

2019-03-15 18:13:47 cri

图片默认标题_fororder_1
ໃນຕອນເຊົ້າວັນທີ 14 ມີນາ 2019 ນີ້, ທີ່ນະຄອນຫຼວງວຽງຈັນ ກົມເສດຖະກິດ ກະຊວງການຕ່າງປະເທດ ໃນນາມກອງເລຂາແຫ່ງຊາດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ຈັດງານສັບປະດາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂຶ້ນໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກບັນດາສະຖານທູດຂອງປະເທດສະມາຊິກ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (ກໍາປູເຈຍ, ຈີນ, ລາວ, ມຽນມາ, ໄທ, ຫວຽດນາມ) ແລະບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງຂອງລາວເຂົ້າຮ່ວມ.
图片默认标题_fororder_2
ຈຸດປະສົງ ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຜົນຂອງກອງປະຊຸມຜູ້ນໍາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2,ເປັນການສະຫຼອງວັນສ້າງຕັ້ງຂອບການຮ່ວມມື ແມ່ນໍ້າຂອງ- ແມ່ນໍ້າລ້ານຊ້າງ ຄົບຮອບ 3 ປີ, ທັງເປັນການເຜີຍແຜ່ຄວາມຮູ້ກ່ຽວກັບຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ບັນດາກະຊວງ, ຂະແໜງການ, ສະຖາບັນຄົ້ນຄວ້າ, ນັກສຶກສາ, ສື່ມວນຊົນ ໄດ້ຮັບຮູ້ ແລະເຂົ້າໃຈຂອບການຮ່ວມມືໃຫ້ກວ້າງຂວາງຂຶ້ນຕື່ມ. ນອກນີ້, ຍັງເປັນການເພີ່ມທະວີ ຮັດແໜ້ນການພົວພັນຮ່ວມມື, ແລກປ່ຽນວັດທະນະທໍາ ແລະຊຸກຍູ້ການທ່ອງທ່ຽວລະຫວ່າງບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຕື່ມອີກ.

ຄຳ​ເຫັນ

0