蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ແທນ​ ແລະ ກຳ​ມະ​ການ​ທັງຫຼາຍ​ໃຫ້​ຄວາມ​ເຫັນ​ຕໍ່​ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ

2019-03-15 16:57:01 CRI

ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ​ໃນ​ປີ​ນີ້, ທ່ານ​ສີ​ຈິ້​ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ແລະ ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດຫຼາຍ​ເທື່ອ ເພື່​ອ​ປຶກ​ສ​າ​ຫາ​ລື​ວຽກ​ບ້ານ​ການ​ເມືອງ ໂດຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ສ້າງ​ສາ​ຄວາມ​ສີ​ວິ​ໄລ​ທາງ​ນິ​ເວດ, ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ, ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ທຸ​ລະ​ກິດ​ໃຫ້​ດີ​ຂຶ້ນ ແລະ ບັນ​ຫາ​ຈຸດ​ເດັ່ນ​ອື່ນໆ​ທີ່​ຄົນ​ທັງຫຼາຍ​ໃຫ້​ຄວາມ​ສົນ​ໃຈ​. ຜູ້​ແທນ​ແລະ​ກຳ​ມະ​ການ​ທັ​ງຫຼາຍ​ກ່າວ​ວ່າ, ຄຳ​ປາ​ໄສ​ທີ່ມີ​ຊີ​ວິດ​ຊີ​ວິດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​ເພີ່ມ​ຂຶ້ນ ແລະ ຈະ​ຈົດ​ຈຳ​ຄຳ​ເວົ້າ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເພື່ອ​ເຮັດຫຼ້ອນ​ໜ້າ​ທີ່​ໃນ​ປີ​ໃໝ່ຢ່າງ​ເອົາ​ຈິງ​ເອົາ​ຈັງ.

ຈີນ​ພວມ​ອອກ​ແຮງ​ຊຸກ​ຍູ້​ການ​ສ້າງ​ສາ​ຄວາມ​ສີ​ວິ​ໄລ​ທາງ​ນິ​ເວດ, ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ​ເປັນ​ແນວ​ປ້ອງ​ກັນ​ທາງ​ນິ​ເວດ​ທີ່​ສຳ​ຄັນ​ຢູ່​ທາງ​ພາກ​ເໜືອ​ຂອງ​ຈີນ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຂົ້າ​ຮ່ວມ​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຂອງ​ຄະ​ນະ​ຜູ້​ແທນ​ເຂດ​ມົງ​ໂກ​ໃນ​ໃນສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 2 ສະ​ໄໝ​ທີ 13 ໂດຍ​​ທ່ານ​ກ່າວ​ເນັ້ນ​ໜັກ​ວ່າ, ຕ້ອງ​ເພີ່ມ​​ພະ​ລັງແຮງ​ໃນ​ການ​ປົກ​ປ້ອງ​ລະ​ບົບ​ນິ​ເວດ ແລະ ເອົາ​ຊະ​ນະ​ບັ້ນ​ຮົບ​ສູ້​ຊົນ​ປ້ອງ​ກັນ​ມົນ​ລະ​ພິດ:

ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ນາງກຸ່ງ​ມິງ​ຈູ່ ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ:

“ການ​ສ້າງ​ສາ​ຄວາມ​ສີ​ວິ​ໄລ​ທາງ​ນິ​ເວດ​ຂອງ​ພວກ​ເຮົາ​ຍັງ​ບໍ່​ມີ​ພື້ນ​ຖານ​ໝັ້ນ​ຄົງ​ພຽງ​ພໍ, ຖ້າ​ພວກ​ເຮົາມີ​ທ່າ​ທີ​ຫຍໍ້​ທໍ້​ໜ້ອຍ​ໜຶ່ງ, ບັນ​ຫາມົນ​ລະ​ພິດ​ກໍ​ຈະ​ກັບ​ຄືນ​ມາ, ​ປຽບ​ເໝືອນ​ການ​ພາຍ​ເຮືອ​​ທວນ​ນ້ຳ​ໄຫຼ, ​ຖ້າ​ບໍ່​ພາຍ​ເຮືອ​ກໍ​ຈະ​ລ່ອງ​ລອຍ​ລົງ​ໄປ. ສະ​ນັ້ນ, ເວົ້າ​ສຳ​ລັບ​ພວກ​ເຮົາ​ແລ້ວ, ​ການ​ປ້ອງ​ກັນ​ແລະ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດ​ແລະ​ປັບ​ປຸງ​ສະ​ພາບ​ນິ​ເວດ​ບໍ່​ມີ​ທາງ​ອື່ນ​ໃດ, ມີ​ແຕ່​ອີງ​ໃສ່​ຄຳ​ຊີ້​ນຳ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ເຮັດ​ວຽກ​ຢ່າງ​ທໍ​ລະ​ຫົດ​ອົດ​ທົນ, ຈິ່ງ​ຈະ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ນີ້​ໄດ້.”

ທ່ານ​ເຊິນ​ສຽວພິງ ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ມາ​ຈາກ​ແຂວງ​ເຈີ້​ຈ່ຽງ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ. ທ່ານ​ກ່າວ​ວ່າ, ພຶດ​ຕິ​ກຳ​ແຫ່ງ​ການ​ພັດ​ທະ​ນາ​ແຂວງ​ເຈີ້​ຈ່ຽງ​ສະ​ແດງ​ໃຫ້​ເຫັນ​ວ່າ, ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ, ຕ້ອງ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ສ້າງ​ສາ​ຄວາມ​ສີ​ວິ​ໄລ​ທາງ​ນິ​ເວດ​ຢ່າງ​ໝັ້​ນ​ໜຽວ​ບໍ່​ປ່ຽນ​ແປງ.

ທ່ານ​ເວີ້​ຍໝິງ​ເຕີ ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ, ປະທານ​ສະມາຄົມ​ພັດທະນາ​ການທະນາຄານ​ຮົງ​ກົງ ກ່າວ​ວ່າ: ​ເສດຖະກິດ​ສີ​ຂຽວ​ມີ​ພື້ນ​ທີ່​ພັດທະນາ​ຢ່າງ​ໃຫຍ່ຫຼວງ, ສຳລັບ​ຂົງ​ເຂດ​ການ​ທະນາຄານ​ແລ້ວ​ສາມາດ​ສະໜັບສະໜູນ​ການ​ສ້າງ​ຄວາມ​ສີວິ​ໄລທາງ​ລະບົບ​ນິ​ເວດ​ໃຫ້ຫຼາຍຂຶ້ນກວ່າ​ເກົ່າ. ປັດຈຸບັນ, ​ກອງ​ທຶນ ຫຼື ມູນ​ນິທິ​ຕ່າງໆທີ່​ມີ​ຢູ່ໃນ​ໂລກ​ໄດ້​ລົງທຶນ​ເຂົ້າ​ໃນ​ຂະ​ແໜງ​ການ​ຕ່າງໆ ສຳລັບ​ທຶນ​ທີ່​ລົງທຶນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສີຂຽວ​ນັ້ນຍັງ​ບໍ່​ເຖິງ 5% ສະນັ້ນ, ​ເສດຖະກິດ​ສີຂຽວ​ຂອງ​ພວກ​ເຮົາ​ຍັງ​ມີ​ພື້ນ​ທີ່​ພັດທະນາ​ຢ່າງ​ໃຫຍ່ຫຼວງ.

ຂະນະ​ທີ່ການ​ລົບ​ລ້າງ​ຄວາມທຸກ​ຍາກ​ໃນ​ຂັ້ນສຸດ​ທ້າຍ ​ແລະ ການພັດທະນາ​ຊົນນະບົດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ກໍ​ເປັນ​ວຽກ​ງານ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງ​ໃຫ້​ຄວາມ​ເອົາ​ໃຈ​ໃສ່ຫຼາຍທີ່​ສຸດ​ເຊັ່ນ​ກັນ. ​ໃນ​ຂະນະ​ທີ່​ເຂົ້າຮ່ວມ​ການຄົ້ນຄວ້າ​ພິຈາລະນາຮ່ວມ​ກັບ​ຄະນະ​ຜູ້​ແທນຈາກ​ແຂວງ​ເຫີ​ໜານ ​ໃນ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ, ທ່ານ​ສີ​ຈິ້ນຜິ​ງ ​ເນັ້ນໜັກ​ວ່າ: ການຮັບປະກັນ​ການ​ສະໜອງ​ຜະລິດ​ຕະພັນ​ກະສິກຳ​ທີ່​ສຳຄັນ ​ໂດຍ​ສະ​ເພາະ​ແມ່ນ​ການ​ສະໜອງ​ສະບຽງອາຫານ​ນັ້ນ ​ແມ່ນ​ໜ້າ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​​ໃນ​ການ​ດຳ​ເນີນຍຸດ​ທະ​ສາດ​ການ​ພັດທະນາ​ຊົນນະບົດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ. ນອກ​ນີ້, ຍັງ​ຕ້ອງ​ຊຸກຍູ້​ການ​ປະຕິ​ຮູບ​ໂຄງ​ປະກອບການ​ສະໜອງດ້ານ​ກະສິກຳ ​ພ້ອມ​ກັນນັ້ນ, ຕ້ອງ​ຊຸກຍູ້​ການ​ເຄື່ອນ​ຍ້າຍ​ແລະ​ການ​ແລກປ່ຽນ​ຢ່າງ​ສະ​ເໝີ​ພາບ​ລະຫວ່າງ​ຕົວ​ເມືອງ​ແລະ​ຊົນນະບົດ​ໃນ​ປັດ​ໄຈ​ຕ່າງໆ ​ເຊັ່ນ: ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ, ທີ່​ດິນ, ທຶນຮອນ ​ແລະ​ອື່ນໆອີກ​ດ້ວຍ.

ທ່ານຫຼູີສຽວ​ໝິງ ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ, ຮອງ​ຫົ​ວໜ້າ​ສະ​ຖາ​ບັນນິຕິສາດ ມະຫາວິທະຍາ​ໄລ​ການ​ເງິນ-​ເສດຖະກິດ​ກວາງຕຸ້ງ ກ່າວ​ວ່າ: ຄຳ​​ເຫັນ​ຂອງ​ທ່ານ​ປະທານສີ​ຈິ້ນ​ຜິ​ງທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ​ໄດ້​ເປັນ​ການຊີ້​ທິດ​ເຍືອງ​ທາງ​ໃຫ້​ແກ່​ການສ້າງສາ​ຄວາມຈະ​ເລີ​ນຮຸ່ງ​ເຮືອງຂອງ​ຊົນນະບົດ​ຢ່າງ​​ແທ້​ຈິງ, ​ເຊື່ອ​ວ່າ​ພວກ​ເຮົາ​ຈະ​ສາມາດ​ບັນລຸ​ເປົ້າໝາຍ​ການ​ສ້າງສາ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ຊົນນະບົດ​ໄດ້​ຢ່າງ​ແນ່ນອນ​ຈາ​ກການ​ຊີ້​ນຳ​ຂອງ​ທ່ານ​ເລຂາທິການ​ໃຫຍ່.

ຈີນ​ມີ​ເປົ້າໝາຍ​ລົບ​ລ້າງ​ຄວາມທຸກ​ຍາກ​​ໃຫ້​ໝົດຕາມ​ມາດຕະຖານ​ໃນ​ປັດຈຸບັນ​ເມື່ອ​ຮອດ​ປີ 2020. ​ໃນ​ຂະນະ​ທີ່ທ່ານ​ສີ​ຈິ້ນ​ຜິ​ງ​ເຂົ້າຮ່ວມ​ການຄົ້ນຄວ້າ​ພິຈາລະນາ​ຮ່ວມ​ກັບ​ຄະນະ​ຜູ້​ແທນ​ຈາກ​ແຂວງ​ກ່ານ​ຊູ້ ທ່ານ​ຊີ້ວ່າ: ນັບ​ແຕ່​ນີ້​ເປັນຕົ້ນ​ໄປ​ຈົນ​ເຖິງເວລາກຳນົດ​ທີ່​ໃຫ້ບັນລຸ​ເປົ້າໝາຍ​ການ​ລົບ​ລ້າງ​ຄວາມທຸກ​ຍາກ​​ໃນ​ຂັ້ນສຸດ​ທ້າຍຍັງ​ເຫຼືອພຽງ​ແຕ່ 2 ປີ​ເທົ່າ​ນັ້ນ, ຕ້ອງ​ພະຍາຍາມ​ເຮັດ​ວຽກ​ໃຫ້​ດີ​ຢ່າງ​ບໍ່​ລົດ​ລະ. ການ​ລົບ​ລ້າງ​ຄວາມທຸກ​ຍາກ​ຂັ້ນສຸດ​ທ້າຍ​​ໄດ້​ດຳ​ເນີນມາ​ເຖິງ​ໄລຍະ​ທີ່​ສຳຄັນ​ທີ່​ສຸດ​ແລ້ວ ​ແລະ ​ໄລຍະ​ນີ້​ຍິ່ງຈະ​ຕ້ອງ​ມີຄວາມ​ໝັ້ນ​ໃຈ​ຕໍ່​ການ​ບັນລຸ​ເປົ້າໝາຍ​ດັ່ງກ່າວ, ຍິ່ງ​ຈະຕ້ອງ​ມີ​ຄວາມ​ຕັດສິນ​ໃຈ​ໃນ​ການ​ເຮັດ​ວຽກ ​ແລະ ຮັບປະກັນໃຫ້​ບັນລຸ​ເປົ້າໝາຍ​ໄດ້​ຕາມ​ກຳນົດ​ເວລາ.

ທ່ານ​ໂຮ​ຮ​ວ້າ​ເມີຍ ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ​ມີ​ຄວາ​ມ​ຮູ້​ສຶກ​ທີ່​ເລິກ​ເຊິ່ງ​ໃນ​ວຽກ​ງານ​ດ້ານ​ນີ້, ນະ​ຄອນ​ຮານ​ຕ່ານ ແຂວງ​ເຮີ​ເປີຍ ທີ່​ທ່ານ​ນາງ​ດຳ​ລົງ​ຊີ​ວິດ​ຢູ່​ນັ້ນ,  ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ມີຫຼາຍ​ເມືອງ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລ້ວ. ແຕ່​ວ່າ​ຕາມ​​ຄວາມ​ເຫັນ​ຂອງ​ນາງ ນີ້​ເປັນ​ພຽງ​ການ​ເລີ່ມ​ຕົ້ນ​ເທົ່າ​ນັ້ນ, ນາງ​ກ່າວ​ວ່າ:

 “ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ພຽງ​ແຕ່​ວ່າ​ເປັນ​ການ​ສຳ​ເລັດ​ໜ້າ​ທີ່ຕາມຂັ້ນ​ຕອນ​ຕາມ​ເປົ້າ​ໝາຍ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ໃນ​ປັດ​ຈຸ​ບັນ​ເທົ່າ​ນັ້ນ, ແຕ່ຫຼັງ​ຈາກຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລ້ວ, ຄວນ​ເຮັດ​ແນວ​ໃດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ກັບ​ຄືນ​ໄປ​ສູ່​ສະ​ພາບ​ຄວາມ​ທຸກ​ຍາກ​​ອີກນັ້ນ​ຍັງ​ເປັນ​ວຽກ​ງານ​ທີ່​ລຳ​ບາກ​ແລະ​ໜັກ​ໜ່ວງຫຼາຍ​ສົມ​ຄວນ. ສະ​ນັ້ນ​ຈິ່ງ​ເວົ້າ​ໄດ້​ວ່າ ຍັງ​ມີ​ໜ້າ​ທີ່​ອັນ​ໜັກ​​ໜ່ວງ​ແລະ​ຍັງ​ຕ້ອງ​ເດີນ​ທາງ​ຍາວ​ໄກ​ເພື່ອ​ສູ້​ຊົນ​ຜ່ານ​ຜ່າ​ລົບ​ລ້າງ​ຄວາມ​ທຸກ​ຍາກ. ຕ້ອງ​ປະ​ຕິ​ບັດ​ຕາມ​ຄຳ​ຊີ້​ນຳ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ທີ່​ໃຫ້​ສືບ​ຕໍ່​ສຳ​ເລັດ​ການ​ແກ້​ໄຂ​ບັນ​ຫາ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ທີ່​ຍັງ​ເຫຼືອ​ຢ່າງ​ເຖິງ​ຖອງ, ຕ້ອງ​ປະ​ຕິ​ບັດ​ຕົວ​ຈິງ​ໃຫ້​ສຳ​ເລັດ​ເປົ້າ​ໝາຍ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລ້ວ​ຍັງ​ຕ້ອງ​​ສືບ​ຕໍ່ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ, ນະ​ໂຍ​ບາຍ,ການ​ຊ່ວຍ​ເຫຼືອ​ແລະ​ຕິດ​ຕາມ​ຄຸ້ມ​ຄອງ​ວຽກ​ງານ​ລົບ​ລ້າງ​ຄວາມ​ທຸກ​ຍາກ, ຕ້ອງ​ພະ​ຍາ​ຍາມ​ສູ້​ຊົນ​ຜ່ານ​ຜ່າ​​ເພື່ອ​ເອົາ​ໄຊ​ຊະ​ນະ​ບັ້ນ​ຮົບ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ຢ່າງ​ຮອບ​ດ້ານ​ຕາມ​ກຳ​ນົດ​ເວ​ລາ.”

ການ​ທີ່​ເຮັດ​ແນວ​ໃດ​ເພື່ອ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ​ກໍ​ແມ່ນ​ຫົວ​ຂໍ້​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈຫຼາຍ​ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ​ຄັ້ງ​ນີ້. ໃນ​ເວ​ລາ​ເຂົ້າ​ຮ່ວມ​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ຟູ​ຈ້ຽນ, ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ວ່າ ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ຕ່າງໆ​ໃນ​ການ​ຊຸກ​ຍູ້​ສົ່ງ​ເສີມ​ແລະ​ສະ​ໜັບ​ສະ​ໜູນ​ການ​ພັດທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ, ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ພັດ​ທະ​ນາ​ທີ່​ຍຸ​ຕິ​ທຳ,ໂປ່ງ​ໃສ​ແລະ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ໃຫ້​ແກ່​ ​ກຳ​ມະ​ສິດ​ວິ​ສາ​ຫະ​ກິດ​ທຸກ​ປະ​ເພດ, ສ້າງ​ບັນ​ຍາ​ກາດ​ທີ່​ດີ​ແລະ​ເປັນ​ປະ​ໂຫຍດ​ຕໍ່​ການ​ເຕີບ​ໂຕ​ຢ່າງ​ປອດ​ໃສ​ຂອງ​ນັກ​ທຸ​ລະ​ກິດ, ຊ່ວຍ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ບັນ​ລຸ​ການ​ພັດ​ທະ​ນາ​ດ້ວຍ​ການ​ປະ​ດິດ​ສ້າງ.

 ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ວ່າ: ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຮູບ​ປະ​ທຳ​ຕ້ອງ​ເຮັດ​ທຸ​ລະ​ກິດ​ຕົ້ນ​ຕໍ​ອັນ​ໜຶ່ງ​ຢ່າງ​ຕິດ​ແທດ​ຕົວ​ຈິງ​ແລະ​ສຸມ​ຈິດ​ສຸມ​ໃ​ສ່, ນີ້​ແມ່ນ​ໜ້າ​ທີ່​ຂອງ​ນັກ​ທຸ​ລະ​ກິດ. ທ່ານ​ຊື​ເຫຼີຍ ​ສະ​ມາ​ຊິກສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ, ປະ​ທານ​ກຸ່ມ​ບໍ​ລິ​ສັດ​ໂຕ​ເມີງ​ເຕີ​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ​ກ່າວ​ວ່າ  ຄຳ​ຊີ້​ນຳ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຮັດ​ໃຫ້​ຕົນ​ມີ​ຄວາມ​ໝັ້ນ​ໃຈ​​ຢ່າງ​ເຕັມ​ສ່ວນ​ຂຶ້ນ​ຕື່ມ​ອີກ​ໃນ​ການ​ເຮັດ​ທຸ​ລະ​ກິດ​ຮູບ​ປະ​ທຳ. ພວກ​ເຮົາ​ຕ້ອງ​ສຸມ​ໃສ່​ທຸ​ລະ​ກິດ​ຕົ້ນ​ຕໍ, ກັບ​ຄືນ​ສູ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຮູບ​ປະ​ທຳ, ສຸມ​ໃສ່​ອຸດ​ສາ​ຫະ​ກຳ​ຕົວ​ຈິງ ແລ້ວ​ປະ​ດິດ​ສ້າງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ເຮັດ​ແນວ​ນີ້​ກໍ​ຈະ​ສາ​ມາດ​ພັດ​ທະ​ນາ​ທຸ​ລະ​ກິດ​ໄດ້​ດີ​ຂຶ້ນ​ແນ່ນອນ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈຕໍ່​ເລື່ອງ​ນີ້!

ຄຳ​ເຫັນ

0