黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ສິງກະ​ໂປ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ໃນ​ຂົງ​ເຂດ​ການ​ທະນາຄານ

2019-03-15 16:51:04 CRI

ທ່ານ​ຢາງ​ຢີ ຮອງ​ຫົວໜ້າ​ອົງການ​ຄຸ້ມຄອງ​ໂຄງການ​ຕົວ​ແບບ​ຈີນ-ສິງກະ​ໂປ ນະຄອນ​ຈຸ່ງ​ກິ່ງ ​ໄດ້​ເປີດ​ເຜີຍຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 14 ມີນາ​ນີ້​ວ່າ: ​ໂຄງການຕົວ​ແບບ​ການ​ເຊື່ອມ​ຈອດ​ລັກສະນະ​ຍຸດ​ທະ​ສາດຈີນ-ສິງກະ​ໂປຢູ່​ນະຄອນ​ຈຸ່ງ​ກິ່ງ​ໄດ້​ຮັບ​ການຈັດຕັ້ງປະຕິບັດ​ເປັນ​ເວລາ 3 ປີຜ່ານມາ, ສອງ​ຝ່າຍ​ໄດ້​ລົງ​ນາມ​ດຳ​ເນີນໂຄງການຮ່ວມ​ມື​ໃນ 156 ​ໂຄງການ ​ດ້ວຍ​​ມູນ​ຄ່າ​​ໂຄງການມີ​ເຖິງ 22,4 ຕື້​ໂດ​ລາ​ສະຫະລັດ ​ໃນ​ນັ້ນ, ຂົງ​ເຂດ​ການ​ທະນາຄານ​ມີ 74 ​ໂຄງການ ​ແລະ ມີ​ມູນ​ຄ່າ​ເຖິງ 15,1 ຕື້​ໂດ​ລາ​ສະຫະລັດ.

​ໂຄງການ​ຕົວ​ແບບ​ການ​ເຊື່ອມ​ຈອດ​ຈີນ-ສິງກະ​ໂປ ​ແມ່ນ​ໂຄງການ​ຮ່ວມ​ມື​ລະຫວ່າງ​ລັດຖະບານຈີນ-ສິງກະ​ໂປ​​ເປັນໂຄງການ​ທີ 3. ຂະນະ​ທີ່ຂົງ​ເຂດ​ການ​ທະນາຄານ​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ທີ່​ສອງ​ຝ່າຍ​ໄດ້​ຕົກລົງ​ກັນ ​ແລະ ກໍ​ແມ່ນ​ຂົງ​ເຂດ​ສຳຄັນ​ແຫ່ງ​ການ​ປະດິດ​ສ້າງ​ໃໝ່ທີ່​​ມີນະ​ໂຍບາຍ​ໃຫ້ການ​ສະໜັບສະໜູນ. ​ໃນ​ຂະນະ​ທີ່​ນະຄອນ​ຈຸ່ງ​ກິ່ງ​​ໄດ້ຮ້ອງ​ຂໍ​ໃຫ້​ມີ​ນະ​ໂບາຍ​ປະດິດ​ສ້າງ​ໃໝ່ 64 ດ້ານ​ນຳ​ກະຊວງ​ແລະ​ຄະນະ​ກຳມະການ​ທຽບ​ເທົ່າ​ຂອງ​ລັດຖະບານ​ຈີນ, ​ໃນ​ຂົງ​ເຂດ​ການ​ທະນາຄານມີ 29 ດ້ານ​ ແລະ ​ໄດ້​ຈັດຕັ້ງປະຕິບັດ​ແລ້ວ 14 ດ້ານ.

ຄຳ​ເຫັນ

0