吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ໄອ​ຍະ​ການ​ມາ​ເລ​ເຊຍ​ປະຕິ​ເສດ​ການ​ຮ້ອງ​ຂໍ​ໃຫ້​ລົບ​ລ້າງ​ການ​ຕັ້ງ​ຂໍ້​ຫາ​ຊາວ​ຫວຽດນາມ​ທີ່​ສົງ​​ໄສ​ສັງຫານ​ຜູ້​ຊາຍສປປ.​ເກົາຫຼີ​ຢູ່​ມາ​ເລ​ເຊຍ

2019-03-15 16:57:08 cri

ວັນ​ທີ 14 ມີນາ​ນີ້, ​ໄອ​ຍະ​ການ​ມາ​ເລ​ເຊຍ​ໄດ້​ປະກາດ​ວ່າ: ບໍ່​ຮັບຮອງ​ຄຳ​ຮ້ອງ​ຂໍ​ລົບ​ລ້າງການ​ຕັ້ງ​ຂໍ້​ຫາ​ສັງຫານ​ໃຫ້ຜູ້ຍິງ​ຊາວຫວຽດນາມຊື່​ດວນ​ທິ​ເຮືອງ.

​ເມື່ອ​ບໍ່​ດົນ​ມາ​ນີ້, ນາງ​ດວນ​ທິ​ເຣືອງ ​ແລະ​ຜູ້​ຍິງອິນ​ໂດ​ເນ​ເຊຍ ຊີ​ຕີ​ ​ໄອ​ເຊຍ ​ໄດ້​ຖືກ​ຕັ້ງ​ຂໍ້​ຫາ​​ໂດຍ​ໄອ​ຍະ​ການ​ມາ​ເລ​ເຊຍ ​​ໂດຍສົງ​ໄສ​ວ່າ​ໄດ້​ສັງຫານ​ຜູ້​ຊາຍສປປ.​ເກົາຫຼີຮ່ວມ​ກັບ​ຜູ້​ຕ້ອງ​ຫາອີກ 4 ຄົນ​​ຢູ່​ສະໜາມ​ບິນ​ສາກົນ​ກົວ​ລາ​ລຳ​ເປີ​ໃນ​ປີ 2017. ວັນ​ທີ 11 ມີນາ​ນີ້, ​ໄອຍະ​ການ​ມາ​ເລ​ເຊຍ​ໄດ້​ລົບ​ລ້າງ​ການ​ຕັ້ງ​ຂໍ້​ຫາ​ຕໍ່ນາງ​ຊີ​ຕີ ​ໄອ​ເຊຍ.

ຫຼັງ​ຈາ​ກນັ້ນ, ທະນາຍ​ຄວາມ​ຂອງ​ດວນທິ​ເຮືອງ​ໄດ້​ຮ້ອງ​ຂໍ​ລົບ​ລ້າງ​ການ​ຕັ້ງ​ຂໍ້​ຫາ​ຕໍ່​ນາງ​ເຊັ່ນ​ດຽວ​ກັນ. ​ແຕ່​ໄອ​ຍະ​ການ​ມາ​ເລ​ເຊຍ​ໄດ້​ປະກາດ​ຢູ່​ສານ​ໃນ​ວັນ​ທີ 14 ມີນາ​ນີ້​ວ່າ ​ໄດ້ປະຕິ​ເສດການ​ລົບ​ລ້າງ​ການ​ຕັ້ງ​ຂໍ້​ຫາ​ຕໍ່ນາງ​ທິ​ເຮືອງ, ​ແລ້ວ​ທະນາຍ​ຄວາມ​ຂອງນາງ​​ໄດ້​ຮຽກຮ້ອງ​​ໃຫ້ເລື່ອນ​ເວລາ​ການ​ສືບສວນ-ສອບ​ສວນ​ດ້ວຍ​ຂໍ້​ອ້າງ​​ທາງ​ສຸຂະພາບດວນ​ທິ​ເຮືອງ​ບໍ່​ສະບາຍ​ໃ​ນ​ໄລຍະມໍ່ໆ​ນີ້, ​ຝ່າ​ຍສານ​ຍິນ​ດີ​ເລື່ອນ​ເວລາຈົນ​ເຖິງ​ວັນ​ທີ 1 ​ເມສາ​ນີ້.

ຄຳ​ເຫັນ

0