吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະນັກງານ​ຂອງ​ສະຖານທູດ​ອາ​ເມຣິກາ​ປະຈຳ​ເວ​ເນຊູ​ເອລາ​ໄດ້​ຖອນ​ອອກ​ໝົດ

2019-03-15 16:56:38 cri

ວັນ​ທີ 14 ມີນາ​ນີ້, ທ່ານ​​ໄມ ພົມ​​ເພວ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດອາ​ເມຣິກາ​ກ່າວ​ວ່າ: ພະນັກງານ​ທັງ​ໝົດ​ຂອງ​ສະຖານທູດ​ອາ​ເມຣິກາ​ປະຈຳ​ເວ​ເນຊູ​ເອລາ​ໄດ້​ຖອນ​ອອກໝົດ​ແລ້ວ​ໃນ​ມື້​ດຽວ​ກັນ.

ທ່ານ​ໄດ້​ອອ​ກຖະ​ແຫຼ​ງການ​ວ່າ: ພະນັກງານ​ເຫຼົ່າ​ນີ້​ໄດ້​ຖອນ​ອອກ​ຈາກ​​ເວ​ເນ​ຊູ​ເອລາ​ເປັນ​ການຊົ່ວຄາວ, ​ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານມະນຸດສະທຳຕໍ່​ປະຊາຊົນ​ເວ​ເນຊູ​ເອລາ.

ວັນ​ທີ 23 ມັງກອນ​ນີ້, ທ່ານ​ຈວນ ກວາ​ຍ​ໂດ ປະທານ​ສະພາ​ເວ​ເນຊູ​ເອລາ, ຜູ້ນຳ​ຝ່າຍ​ຕໍ່ຕ້ານ​ລັດຖະບາຍ​ເວ​ເນ​ຊູ​ເອລາ​ໄດ້​ປະກາດ​ເອົາ​ເອງ​ເພື່ອ​ດຳລົງ​ຕຳ​ແໜ່​ງ​ເປັນ “ປະທານາທິບໍດີ​​ຊົ່ວຄາວ​ຂອງ​ເວ​ເນຊູ​ເອລາ” ​​ເຊິ່ງ​ເປັນ​ທີ່​ຍອມຣັບຂອງ​​ລັດຖະບານ​ອາ​ເມຣິກາ. ລັດຖະບານ​ເວ​ເນຊູ​ເອລາ​ໄດ້​ປະກາດ​ຕັດ​ສາຍ​ພົວພັນ​ທາງ​ການ​ທູດ​ກັບອາ​ເມຣິກາ​​ໃນ​ມື້​ດຽວກັນ. ຫຼັງ​ຈາກ​ນັ້ນ, ອາ​ເມຣິກາ​​ໄດ້​ສັ່ງ​ໃຫ້​ພະນັກງານ​ບໍ່​ຮັບຜິດຊອບ​ວຽກ​ງານ​ດ່ວນ​ຂອງສະຖານ​ທູດ​ອາ​ເມຣິກາ​ປະຈຳ​ເວ​ເນຣູ​ເອລາ ພ້ອມ​ດ້ວຍ​ຄອບຄົວ​ຖອນ​ອອກ​ຈາກປະ​ເທດ​ນີ້. ວັນ​ທີ 12 ມີນາ​ນີ້, ລັດຖະບານ​ເວ​ເນຊູເອລາ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ: ​ເວ​ເນຊູ​ເອລາ​ຕັດສິນ​ໃຈ​ບໍ່​ເລື່ອນ​ເວລາຕົກຄ້າງ​​ໃຫ້​ພະນັກງານ​ອາ​ເມຣິກາ​ສ່ວນ​ທີ່ເຫຼືອ​ຢູ່​ໃນ​ເວ​ເນຊູ​ເອລາ, ພະນັກງານ​ເຫຼົ່າ​ນີ້​ຕ້ອງ​ຖອນ​ອອກ​ຈາກປະ​ເທດ​ຕົນ​ພາຍ​ໃນ 72 ຊົ່ວ​ໂມງ​ນັບ​ແຕ່ 0 ​ໂມງ​ມື້​ດຽວ​ກັນ.

ຄຳ​ເຫັນ

0