莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສືບ​ທອດວັດ​ທະ​ນະ​ທຳ​ເຜົ່າ​ຢ້າວ

2019-03-20 11:41:01 cri

图片默认标题_fororder_1124255913_15530071007091n

ວັນ​ທີ 19 ມີ​ນານີ້, ຢູ່​ບ້ານ​ເສິ່ນ​ໂພ​ຕາ​ແສງ​ເກີ​ໂພ​ເມືອງ ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຢ້າວ​ຟູ້​ສ່ວນ​ເຂດກວາງ​ຊີ, ທ້າວ​ສູ​ເວີຍ​ເຊິງ​ກັບ​ຊາວ​ບ້ານຫລາຍ​ຄົນ​ລົມກັນ​ກ່ຽວ​ກັບ​ເຕັກ​ນິກ​ການ​ເປົ່າ​ແຄນ. ທ້າວ​ສູ​ເວີຍ​ເຊິງ ເປັນ​ຄົນ​ເຜົ່າ​ຢ້າວ​ທີ່​ເກີດ​ໃນ​ຊຸມ​ປີ 90, ມັກ​​ຕ່ຳ​ແຜ່ນ​ແພ​ແບບ​ເຜົ່າ​ຢ້າວ, ຮ້ອງ​ເພງ​ເຜົ່າ​ຢ້າວ​ແລະ​ການ​ຜະ​ລິດ​ເຄື່ອງ​ດົນ​ຕີ​ເຜົ່າ​ຢ້າວ​ມາ​ແຕ່​ນ້ອຍ. ປີ 2016, ເພິ່ນ​ໄດ້​ສ້າງ​ຄະ​ນະ​ສິ​ລະ​ປະ​ວັນ​ນະ​ຄະ​ດີບູ​ຮານ​ເຜົ່າ​ຢ້າວ​ຂຶ້ນ, ເພື່ອ​ສືບ​ທອດ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ອັນ​ດັ້ງ​ເດີມ. ເພີ່ນ​ເວົ້າ​ວ່າ “ປະ​ຈຸ​ບັນ, ການ​ດຳ​ລົງ​ຊີ​ວິດ​ຂອງຊົນ​ເຜົ່າ​ສ່ວນ​ໜ້ອຍ​ພວກ​ຂ້າ​ພະ​ເຈົ້າ​ນັບ​ມື້​ນັບ​ດີ​ຂຶ້ນ​ແລ້ວ, ຊີ​ວິດ​ວັດ​ທະ​ນະ​ທຳ​ກໍ​ຄວນ​ໃຫ້​ອຸ​ດົມ​ສົມ​ບຸນ​ຂຶ້ນ​ຄຽງ​ຄູ່​ກັນ​ແລະ​ມີ​ຫລາກ​ຫລາຍ​ສີ​ສັນ, ​ຮຸ່ນ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ສືບ​ທອດ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ດັ້ງ​ເດີມ​ໃຫ້​ດີກວ່າ​ເກົ່າ.”

ຄຳ​ເຫັນ

0