黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫວງ​ຄຸ່ນໝິງ ເນັ້ນໜັກ​ການ​ສ້າງ​ອົງການ​ຄັງ​ປັນຍາ​ລະດັບ​ສູງ

2019-03-22 16:57:06 CRI

ວັນ​ທີ 21 ມີນາ​ນີ້, ທ່ານ​ຫວງ​ຄຸ່ນໝິງ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກກອມ​ມູນິດ​ຈີນ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ເປີດ​ກວ້າງ​ສະພາ​ມົນຕີ​ອົງການ​ຄັງ​ປັນຍາ​ລະດັບ​ສູງ​ແຫ່ງ​ຊາດ ​ແລະ ກ່າວ​ປາ​ໄສ​ ​ໂດຍ​ເນັ້ນໜັກ​ໃຫ້​ຍຶດຖື​ເອົາ​ແນວ​ຄິດ​ສີ​ຈິ້ນ​ຜິ​ງກ່ຽວ​ກັບສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ເປັນ​ທິດຊີ້​ນຳ, ກຳ​​ແໜ້ນທິດ​ທາງ​ໃຫ້​ຖືກຕ້ອງ, ຍຶດໝັ້ນ​ຈິດ​ໃຈ​ຮັກ​ຊາດ, ຍຶດໝັ້ນການສະ​ແຫວ​ງຫາ​ສັດຈະທຳ​ຈາກ​ຄວາມ​ເປັນ​ຈິງ, ສຸມ​ໃສ່​ລົງ​ເລິກ​ການຄົ້ນຄວ້າ​ບັນຫາ​ສຳຄັນ, ຍົກ​ລະດັບ​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ດ້ານ​ການ​ບໍລິຫານ​ປະ​ເທດໃຫ້​ສູງ​ຂຶ້ນ ​ແລະ ພະຍາຍາມ​ສ້າງ​ອົງການ​ຄັງ​ປັນຍາ​ລະດັບ​ສູງ​ທີ່​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ຍຸກ​ໃໝ່​ຈຳນວນ​ໜຶ່ງ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ອັນໃຫຍ່ຫຼວງກວ່າ​ເກົ່າ​ໃນ​ການ​ພັດທະນາ​ພາລະກິດ​ຂອງ​ພັກ​ແລະ​ລັດ.

ທ່ານ​ຫວງ​ຄຸ່ນໝິງ ກ່າວ​ຕື່ມ​ວ່າ: ນັບ​ແຕ່​ການ​ທົດ​ລອງ​ສ້າງຕັ້ງອົງການ​ຄັງ​ປັນຍາ​ລະດັບ​ສູງ​ໃນ​ຮອບ 3 ປີຜ່ານມາ ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ແລະ​ມີ​ປະສິດທິ​ຜົນ​ອັນ​ສຳຄັນ ​ແລະ ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ໃນ​ການຮັບ​​ໃຊ້​ວຽກ​ງານລວມຂອງພັກ​ແລະ​ລັດ, ຊຸກຍູ້​ການ​ປັບປຸງ​ລະບຽບ​ການ​ທາ​ບທາມ​ກ່ອນ​ຈະ​ຕັດສິນ​ນະ​ໂຍບາຍ, ນຳພາ​ການ​ສ້າງ​ອົງການ​ຄັງ​ປັນຍາ​​ແບບ​ໃໝ່, ​ເຕົ້າ​ໂຮມ​ກຳລັງ​ຄົ້ນຄວ້າ​ດ້ານວິທະຍາສາດ​ໃນ​ສັງຄົມ ​ແລະ​ອື່ນໆ ທັງ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເພື່ອ​ການ​ພັດທະນາ​ພາລະກິດ​ຂອງ​ພັກ​ແລະ​ລັດ. ຄວນ​ຍົກ​ລະດັບ​​ຄວາມຮັບ​ຮູ້ທາງ​ດ້ານແນວ​ຄິດ, ກຳ​ແໜ້ນ​ກົດ​ເກນ​ການ​ເຮັດວຽກ​, ຍຶດໝັ້ນສີສັນ​ພິ​ເສດ​ຂອງ​ຈີນ, ​ເນັ້ນໜັກ​ຄວາມ​ຮຽກຮ້ອງ​ຕ້ອງການ​ແບບ​ໃໝ່​ຢ່າງ​ພົ້ນ​ເດັ່ນ, ຊຸກຍູ້​ການ​ສ້າງ​ອົງການ​ຄັງ​ປັນຍາລະດັບສູງ​ໃຫ້​ດຳ​ເນີນ​ຢ່າງ​ໝັ້ນທ່ຽງ​ແລະ​ມີ​ຄວາມຄືບ​ໜ້າ​ຂຶ້ນເລື້ອຍໆ.

ຄຳ​ເຫັນ

0