尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມືເສດ​ຖະ​ກິດ​ດີ​ຈີ​ຕອນ​ຈີນ-ໄທ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິງ​ແຂວງ​ຢຸນ​ນານ

2019-03-22 16:25:53 cri

ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຈີນ-ໄທ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິງ​ແຂວງ​ຢຸນ​ນານ​ໃນ​ວັນ​ທີ 21 ມີ​ນາ​ນີ້, ຜູ້​ຕາງ​ໜ້າ​ຂອງສອງ​ປະ​ເທດ​ໄດ້​ດຳ​ເນີ​ນ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ດີ​ຈີ​ຕອນ,ແລະ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ຫຼາຍ​ສະ​ບັບ.
 

ທ່ານ ເສີນຈ້າວ​ໂສງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຈີນ​ໄດ້​ແຈ້ງ​ສະ​ພາບກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ໃນ​ເວ​ທີ​ປຶກ​ສາ​ຫາ​​ລື​ຄັ້ງ​ນີ້​ໂດຍ​ກ່າວວ່າ: ຈີນ​ແລະ​ໄທ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນໃນ​ເບື້ອງ​ຕົ້ນ,ສອງ​ຝ່າຍ​ເຫັນ​ດີ​ຊຸກ​ຍູ້​ການ​ແລ​ກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດບໍ​ລິ​ຫານ​ດ້ານ​ດີ​ຈີ​ຕອນ​ຕື່ມ​ອີກ;ສ້າງ​ໂຄງ​ການ​ໂຕ​ແບບ​​ຂອງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຈີນ-ໄທ;ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ຂອງ​ສອງ​ປະ​ເທດ​ຫາ​ລື​ກ່ຽວ​ກັບ​ການ​ຫຼຸດ​ຄ່າ​ໂທທາງ​ໄກ​ແລະ​ຄ່າ​ໃຊ້​ອິນ​ເຕີ​ເນັດ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່​ມອີກ;ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ 5G;ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ການ​ນຳ​ໃຊ້​ເຕັກ​ນິກ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ລະ​ຫວ່າງວິ​ສາ​ຫະ​ກິດ​​ຂອງ​ສອງ​ປະ​ເທດເປັນ​ຢ່າງ​ດີ,ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ກົນ​ໄກ​ແລກ​ປ່ຽນການ​ຝຶກ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ລະ​ຫວ່າງ​ຈີນ-ອາ​ຊຽນ;ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ອົບ​ຮົມ​ວິ​ຊາ​ການ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ:ການ​ສ້າງ​ຕົວ​ເມືອງ​​ອັດ​ສະ​ລິ​ຍະ​ແລະ​ຫົວ​ຂໍ້​ອື່ນໆ.

ຄຳ​ເຫັນ

0