李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກາຍ​ເປັນ​ຕະຫຼາດ​ໂທ​ລະ​ຄົມ​ເຄື່ອນ​ທີ່​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ

2019-03-22 16:34:56 cri

    ວັນ​ທີ 20 ມີ​ນານີ້, ສະ​ມາ​ຄົມ​ລະ​ບົບ​ໂທ​ລະ​ຄົມ​ເຄື່ອນ​ທີ່​ທົ່ວ​ໂລກ ຫຼື GSMA ໄດ້​ໄຂ​ກອງ​ປະ​ຊຸມ​ໂຕະ​ມົນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ໂດຍ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເຄື່ອນ​ທີ່​ຈີນ 2019” ສະ​ບັບ​ທຳ​ອິດ. ບົດ​ລາຍ​ງານ​ດັ່ງ​ກ່າວ​ລະ​ບຸ​ວ່າ: ມາ​ຮອດ​ທ້າຍ​ປີ 2018, ຈີນ​ແມ່ນ​ປ​ະ​ເທດ​ຕະຫຼາດ​ໂທ​ລະ​ຄົມ​ເຄື່ອນ​ທີ່​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ຈຳ​ນວນ​ຜູ້​ນຳ​ໃຊ້​ໂທ​ລະ​ຄົມ​ເຄື່ອນ​ທີ່​ທີ່​ເປັນ​​ສ່ວນ​ຕົວ ບັນ​ລຸ​ເກືອບ 1,2 ຕື້​ເລກ​ໝາຍ, ສະ​ເລ່ຍ​​ແລ້ວ ຄົນ​ໜຶ່ງ​ມີ​ຊິມ​ 1,3 ແຜ່ນ. ສ່ວນ​ໂທ​ລະ​ສັບ​ມື​ຖື​ແບບ​ອັດ​ສະ​ລິ​ຍະ​ຂອງ​ຈີນ​ທີ່​ເຊື່ອມ​ຕໍ່​ອິນ​ເຕີ​ເນັດມີຫຼາຍກວ່າ 1 ຕື້​ເຄື່ອງ, ຄາດ​ວ່າ​ຮອດ​ປີ 2025 ຈະ​ມີຫຼາຍກວ່າ 1,4 ຕື້​ເຄື່ອງ, ສືບ​ຕໍ່​ເປັນ​ຕະຫຼາດ​ໂທ​ລະ​ສັບ​ມື​ຖື​ແບບ​ອັດ​ສະ​ລິ​ຍະ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ.

ຄຳ​ເຫັນ

0