吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງສົ່ງສານ​ສະ​ແດງ​ຄວາມ​ເຫັນ​ໃຈ​ເຖິງປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ກ່ຽວ​ກັບ​ໄພພິບັດ​ນ້ຳ​ຖ້ວມ​ຢູ່​ແຂວງ​ປາ​ປູ​ອາ

2019-03-22 16:58:55 cri

ທ່ານ​ສີ​ຈິ້ນຜິ​ງ ​ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງສານ​ສະ​ແດງ​ຄວາມ​ເຫັນ​ໃຈ​ເຖິງ​ທ່ານ​ໂຈ​ໂຄ ວິ​ໂດ​ໂດ​ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ​ເພື່ອ​ສະ​ແດງ​ຄວາມ​ເຫັນ​ໃ​ຈກ່ຽວ​ກັບ​ໄພພິບັດ​ນ້ຳ​ຖ້ວມ​ຢູ່​ແຂວງ​ປາ​ປູ​ອາ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ​ເມື່ອບໍ່​ດົນ​ມາ​ນີ້, ​ແຂວງ​ປາ​ປູ​ອາປະ​ເທດ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​​ໄພ​ນ້ຳ​ຖ້ວມ ​ເຊິ່ງ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ, ​ບາດ​​ເຈັບ ​ແລະ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ທາງດ້ານ​ຊັບ​ສິນ​ຢ່າງ​ຫຼວງ​ຫຼາຍ. ຂ້າພະ​ເຈົ້າ​ຂໍຕ້າງ​ໜ້າ​ລັດຖະບານ, ປະຊາຊົນ​ຈີນ ​​​ແລະ​ໃນ​ນາມສ່ວນ​ຕົວ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່ຜູ້​ເສຍ​ຊີວິດ​ໃນ​ໄພ​ນ້ຳ​ຖ້ວມ ​ແລະ​ສະ​ແດ​ງ​ຄວາມ​ເຫັນ​ໃຈ​ຕໍ່​ຄອບຄົວ​ຂອງ​ຜູ້​ເສຍຊີວິດ ​ແລະ​ຜູ້​ຫາຍ​ສາບ​ສູນ​ຢ່າງ​ສຸດ​ຊຶ້ງ.

ປະຊາຊົນ​ຈີນ​ຮູ້​ສຶກ​ເສົ້າ​ເສຍ​ໃຈ​ຕໍ່​​ປະຊາຊົນ​ອິນ​ໂດ​ເນ​ເຊຍທີ່​ປະສົບ​ກັບ​ໄພ​ນ້ຳ​ຖ້ວມ. ຈີນເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ການ​ນຳພາທີ່​ເຂັ້ມ​ແຂງ​ຂອງ​ທ່ານ​ໂຈ​ໂຄ ວິ​ໂດ​ໂດ ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ​ແລະ​ລັດຖະບານ​ອິນ​ໂດ​ເນ​ເຊຍ, ປະຊາຊົນ​ອິນ​ໂດ​ເນ​ເຊຍ​ຈະ​ສາມາດ​ຜ່ານ​ຜ່າ​ການ​ປະສົບ​ໄພ​ຄັ້ງ​ນີ້ ​ແລະ​ຈະ​ສາມາດ​ສ້າງສາ​ຄືນ​​ໃໝ່​ໄດ້​ຢ່າງ​ແນ່​ນອນ.

 

 

ຄຳ​ເຫັນ

0