吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງພົບ​ປະເຈລະຈາ​ກັບ​ປະທານາທິບໍດີ​ອີ​ຕາ​ລີ

2019-03-23 17:31:41 cri

ວັນ​ທີ 22 ມີນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້ພົບ​ປະເຈລະຈາ​ກັບ​ທ່ານ​​ເຊີ​ຈີ​ໂອ ມັດ​ຕາ​ເຣລາ ປະທານາ​ທິບໍດີ​ອີ​ຕາ​ລີ​ຢູ່​ນະຄອນຫຼວງ​ໂຣມປະ​ເທດອີ​ຕາ​ລີ. ປະມຸກ​ລັດ​ສອງ​ປະ​ເທດ​ມີ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ, ​ໂດຍ​ໄດ້​ພິຈາລະນາ​ເຖິງ​ທິດ​ທາງ​​ການຂະຫຍາຍ​ສາຍ​ພົວພັນ​ຈີນ-ອີ​ຕາ​ລີ​ຈາກ​ຄວາມ​ສູງ​ທາງ​ຍຸດ​ທະ​ສາດ ​ແລະ​ທິດ​ທາງຍາວ​ໄກ, ​ເພື່ອຮ່ວມກັນ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ອີ​ຕາ​ລີ​​ໃຫ້​ຂະຫຍາຍຕົວ​ຫຼາຍ​ກວ່າ​ເກົ່າ​ໃນ​ຍຸກ​ໃໝ່.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ປີ​ນີ້​ແມ່ນ​ປີ​ທີ່​ຈີນ-ອີ​ຕາ​ລີ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ຄົບຮອບ 15 ປີ, ປີໜ້າ​ຈະ​​ແມ່ນ​ປີ​ທີ່​ສອງ​ປະ​ເທດ​ສ້າງສາຍ​ພົວພັນ​ທາງ​ການ​ທູດ​ຄົບຮອບ 50 ປີ. ​ໃນ​ເຄິ່ງສະຕະວັດ​ທີ່​ຜ່ານ​ມາ, ສອງ​ປະ​ເທ​ດ​ໄດ້​ຮັກສາການ​ໄປມາຫາສູ່​ກັນລະຫວ່າງການ​ນຳ​ຂັ້ນ​ສູງຢ່າງ​​ໃກ້ຊິດ ​ແລະ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ຍຸດ​ທະ​ສາດຢ່າງ​ບໍ່​ຢຸດ​ຢັ້ງ, ​ເພີ່ມ​ທະວີ​ການ​ແລກປ່ຽນຮ່ວມ​ມືກັນ ​ແລະ​ສ້າງ​ຜົນ​ປະ​ໂຫຍ​ດ​ເຊິ່ງກັນ ​ແລະ​ກັນ, ລົ​ງ​ເລິກ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ກັນ ​ແລະ​​ມູນ​ເຊື້ອໄມຕີ​ຈິດ​ມິດຕະພາບ. ຈີນ​ຍິນ​ດີ​ສືບ​ທອດ ​ແລະ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ການ​ຮ່ວມ​ມື​ກັບ​ອີ​ຕາ​ລີ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ທາງ​ຍຸດ​ທະ​ສາດ, ຊຸກຍູ້​​ໃຫ້ປະຊາ​ຄົມ​ໂລກ​ສະ​ແຫວ​ງຫາ​ສິ່ງ​ທີ່ຄື​ກັນ ​ແລະສະຫງວນສິ່ງ​ທີ່ຕ່າງ​ກັນ, ​ຊຸກຍູ້​ການ​ພັດທະນາ​ດ້ວຍ​ການ​ຮ່ວມ​ມື, ປະ​ກອບ​ສ່ວນ​ສະຕິ​ປັນຍາ ​ແລະ​ກຳລັງ​ແຮງ​ໃໝ່​​ເພື່ອ​ກໍ່ສ້າງ​ໂລກ​ໃຫ້​ດີກ​ວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ຈີນ​ຍິນ​ດີ​ເພີ່ມ​ທະວີ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ອີ​ຕາ​ລີ. ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ທິດ​ສະ​ດີ, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ສືບ​ຕໍ່​ເພີ່ມຄວາມ​ເຂົ້າ​ໃຈກັນ ​ແລະ​ສະໜັບສະໜູນ​ເຊິ່ງກັນ ​ແລະ​ກັນກ່ຽວ​ກັບ​ບັນຫາ​ທີ່ພົວພັນ​ກັບ​ຜົນ​ປະ​ໂຫຍ​ດ​ໃຈກາງ ​ແລະ​ບັນຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ​ຂອງ​ສອງ​ປະ​ເທດ. ສອງ​ຝ່າຍ​ຄວນ​ສ້າງ​ຈຸດ​ເດັ່ນ​ດ້ານການ​ຮ່ວມ​ມື, ຮ່ວມ​ກັນສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ​ເພີ່ມ​ທະວີ​ການ​​ເຊື່ອ​ມ​ຈອດ​ຍຸດ​ທະ​ສາດດ້ານ​ການ​ພັດທະນາ ​ແລະ​ແຜນການ​ຮ່ວມ​ມື​ຕົວ​ຈິງ.

ທ່ານ​ມັດ​ຕາ​ເຣລາ​ກ່າວ​ວ່າ: ຈີນ​ແມ່ນ​ຄູ່​ຮ່ວມ​ໃກ້ຊິດ ​ແລະ​ສຳຄັນ​ຂອງ​ອີ​ຕາ​ລີ. ອີ​ຕາ​ລີສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ຜົນສຳ​ເລັດ​ກາ​ນພັດທະນາ ​ແລະ​ຍຸດ​ທະ​ສາດ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງຈີນ, ​ມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ອະນາຄົດ​ການ​ຮ່ວມ​ມື​ລະຫວ່າງ​ອີ​ຕາ​ລີ ​ແລະ​ຈີນ, ຍິນ​ດີ​ຖື​ໂອກາດ​ການ​ສ້າງ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 15 ປີ ​ແລະ​ການສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດຄົບຮອບ 50 ປີ​ໃນ​ປີ 2020,​ ​ເປີດກວ້າງ​ການ​ຮ່ວມ​ມື​​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ຕ່າງໆ ຄື: ​ເສດຖະກິດ, ການ​ລົງທຶນ, ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ປະດິດ​ສ້າງ​ໃໝ່ ​ແລະ​ອື່ນໆ. ອີ​ຕາ​ລີ​ສະໜັບສະໜູນ​ຂໍ້​ລິ​ເລີ່​​ມ “ໜຶ່ງ​​ແລ​ວໜຶ່ງ​ເສັ້ນທາງ” ທີ່​ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ແລະ​ເຊື່​ອໝັ້ນ​ວ່າການ​ຟື້ນ​ຟູຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ຈີນ​ຈະ​ເປັນ​ການ​ປະກອບສ່ວນ​ແບບ​ປະ​ຫວັດ​ສາດ​​ເຂົ້າ​ໃນ​ສັນຕິພາບ ​ແລະ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ​ຂອງ​ໂລກ.

 

图片默认标题_fororder_CqgNOlyVFi-AXMRnAAAAAAAAAAA187.900x593.620x409

ຄຳ​ເຫັນ

0