刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົງ​ມືກໍ່​ສ້າງ​ທາງ​ດ່ວນເສັ້ນ​ທຳ​ອິດ​ຂອງ​ກຳ​ປູ​ເຈຍ

2019-03-23 16:53:34 CRI

 

ວັນ​ທີ 22 ມີ​ນານີ້, ພິ​ທີລົງ​ມື​ກໍ່​ສ້າງທາ​ງ​ດ່ວນ​ຈາກນະ​ຄອນຫຼວງ​​ພະ​ນົມ​ເປັນ​​ຫາທ່າ​ກຳ​ປັ່ນ​ສີ​ຫະ​ນຸ​ວິນ​ທີ່​ລົງ​ທຶນ​ໂດຍ​ບໍ​ລິ​ສັດ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ແຂວງ​​ກຳ​ປົງ​ສະ​ເປວກຳ​ປູ​ເຈຍ. ນີ້​ແມ່ນ​ທາງ​ດ່ວນ​ເສັ້ນ​ທຳ​ອິດ​ຂອງ​ກຳ​ປູ​ເຈຍ. ທ່ານ​ຮຸນ​ເຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ທ່ານ​ຂົ້ງ​ຊຽນ​ໂຢ້ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

ໃນ​ເວ​ລາ​ກ່າວ​ປາ​ໄສ, ທ່ານ​ຮຸນ​ເຊັນ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ລົງ​ມືກໍ່​ສ້າງ​​ທາງ​ດ່ວນ​ເສັ້ນ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ກຳ​ປູ​ເຈຍ ແລະ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ​ຈີນ​ກໍ​ຄື​ປະ​ຊາ​ຊົນ​ຈີນ ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ພາ​ລະ​ກິດ​ຕ່າງໆ​ຂອງ​ກຳ​ປູ​ເຈຍ​ໃນ​ໄລ​ຍະດົນ​ນານ​ມາ​ນີ້. ທ່ານ​ກ່າວ​ຕື່ມ​ວ່າ, ທາງ​ດ່ວນ​ພະ​ນົ້ມ​ເປັນ-ທ່າ​ກຳ​ປັ່ນ​ສີ​ຫະ​ນຸ​ວິນ​ແມ່ນ​ຜົນ​ສຳ​ເລັດ​ຂອງ​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ແລະ​ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ລະ​ຫວ່າງ​ກຳ​ປູ​ເຈຍ​ແລະ​ຈີນ.

ທ່ານ​ຂົ້ງ​ຊຽນ​ໂຢ້​ກ່າວ​ປາ​ໄສວ່າ: ຈີນ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຕໍ່​ການ​ຂະ​ຫຍາຍການ​ພົວ​ພັນ​ກັບ​ກຳ​ປູ​ເຈຍ ​ແລະ​ຍິນ​ດີ​ຮ່ວມ​ກັບ​ກຳ​ປູ​ເຈຍ, ລົງ​ເລິກ​ຄວາມ​ໄວ້​ເນື້ອຍ​ເຊື່ອ​ໃຈ​​ທາງ​ການ​ເມືອງ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ. ທ່ານ​ກ່າວ​ຕື່ມ​ວ່າ, ​ທາງ​ດ່ວນ​ເສັ້ນ​ດັ່ງ​ກ່າວແມ່ນ​ໂຄງ​ການສຳ​ຄັນພາຍ​ໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ ທີ່​ມີ​ການ​ຮ່ວມ​ມືລະ​ຫວ່າງ​ຈີນ​ແລະ​ກຳ​ປູ​ເ​ຈຍ​​ທີ່​ມີ​​ຄຸນ​ນະພາບ​ສູງ​.

​ທາງ​ດ່ວນພະ​ນົມ​ເປັນ-ທ່າ​ກຳ​ປັ່ນສີ​ຫະ​ນຸ​ວິນຍາວ 190.01 ກິ​ໂລ​ແມັດ, ມູນ​ຄ່າ​ການ​ລົງ​ທຶນຫຼາຍກວ່າ 2 ຕື້​ໂດ​ລາ​ສະ​ຫະ​ລັດ. ຫຼັງ​ຈາກ​ສ້າງ​ສຳ​ເລັດ​ແລ້ວ, ໄລ​ຍະ​​ເວ​ລາ​ການ​ເດີນທາງ​ຈາກ​ພະ​ນົມ​ເປັນ​ໄປ​ຫາ​ທ່າ​ກຳ​ປັ່ນ​ສີ​ຫະ​ນຸ​ວິນ​ຈະຈາກ 5 ຊົ່ວ​ໂມງ​ໃນ​ເມື່ອ​ກ່ອນຫຼຸດ​ລົງບໍ່​ຮອດ 2 ຊົ່ວ​ໂມງ.

ຄຳ​ເຫັນ

0