尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໂມ​ນາ​ໂກ​ກ່າ​ວ​ວ່າ: ການ​ຢ້ຽມ​ຢາມ​ໂມ​ນາ​ໂກ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ຈະ​ຊຸກ​ຍູ້​​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ໂມ​ນາ​ໂກ​ຂະ​ຫຍາຍ​ຕົວຢ່າງ​ໃຫຍ່​ຫຼວງ

2019-03-24 15:11:07 中摩关系

ຕາມ​ຂ່າວCRI: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ສົມ​ເດັດ​ໂອ​ເບີດ​ລັດ​ຊະ​ການ​ທີ 2 ປະ​ມຸ​ກ​ລັດ​ຂອງ​ລາ​ຊະ​ລັດ​ໂມ​ນາ​ໂກ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ຢ້ຽມ​ຢາມ​ໂມ​ນາ​ໂກ​ທາງ​ລັດ​ຖະ​ກິດ,ນີ້​​ແມ່ນ​ປະ​ທານ​ປະ​ເທດ​ຈີນ​ຢ້ຽມ​ຢາມ​ໂມ​ນາ​ໂກເປັນ​ຄັ້ງ​ທຳ​ອິດ. ທ່ານ ໄຈ​ຈ້ວນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໂມ​ນາ​ໂກ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ວ່າ: ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງໃນ​ຄັ້ງ​ນີ້​ຈະ​ສາ​ມາດ​ຊຸກ​ຍູ້ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ຂະ​ຫຍາຍ​ຕົວຢ່າງ​ໃຫຍ່​ຫຼວງ,​ກາຍເປັນ​ແບບ​ຢ່າງ​ທີ່​ດີ​ໃຫ້ທົ່ວ​ໂລກ​ໄດ້​ເຫັນປະ​ເທດ​ໃຫຍ່​ແລະ​ປະ​ເທດ​ນ້ອຍ​ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ສະ​ເໝີ​ພາບ​ແລະ​ຢູ່​ຮ່ວມ​ກັນ​ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ.
 

ທ່ານ ໄຈ​ຈ້ວນ ກ່າວ​ວ່າ: ໂມ​ນາ​ໂກ​ແມ່ນ​ປະ​ເທດ​ທີ່​ພິ​ເສດ​. ສະ​ພາບ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ. ​ຕົວ​ຢ່າງວ່າ,ເນື້ອ​ທີ່ດິນ ​​ຂອງ​ໂມ​ນາ​ໂກ​ມີ​ແຕ່ 2,02 ກິ​ໂລ​ຕາ​ແມັດ,ແມ່ນ​ປະ​ເທດ​ນ້ອຍ​ທີ່​ສຸດ​ອັນ​ດັບ​ສອງໃນ​ໂລກ. ສ່ວນເນື້ອ​ທີ່​​ດິນ​​ຂອງ​ຈີນ​ແມ່ນ​ໃຫຍ່ອັນ​ດັບທີ 3 ຢູ່​ໃນ​ໂລກ. ແຕ່​ນີ້​ບໍ່​ໄດ້ກະ​ທົບ​ຕໍ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະຍາວນານ​ມາ​ນີ້.
 

ທ່ານ ໄຈ​ຈ້ວນ​ ກ່າວ​ຕື່ມ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ໂມ​ນາ​ໂກ​ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ​ມາ​ໂດຍ​ຕະ​ຫຼອດ, ​ສົມ​ເດັດ​ໂອ​ເບີດ​ລັດ​ຊະ​ການ​ທີ 2 ​ປະ​ມຸກ​ລັດ​ລາ​ຊະ​ລັດ​ໂມ​ນາ​ໂກມີມິດ​ຕະ​ພາບ​ຕໍ່​ຈີນຫຼາຍ​,ມີ​ຄວາມ​ສົນ​ໃຈແລະ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ການ​ພັດ​ທະ​ນາ​ຂອງ​ຈີນ​​ທີ່​ສຸດ,​ສົມ​ເດັດ​ເຄີຍໄດ້​ເຂົ້າ​ຮ່ວມ​ໂຄງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ຫຼາຍ​ໂຄງ​ການ,ທ່ານ​ຍັງ​ສົນ​ໃຈ​ຕໍ່​ວຽກ​ງານ​ກິ​ລາ,ເຄີຍໄດ້​ຢ້ຽມ​ຢາມ​ຈີນ 10 ຄັ້ງ, ​ເດືອນ​ກັນ​ຍາ​ປີ 2018 ສົມ​ເດັດໄດ້​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ເປັນ​ຄັ້ງ​ທີ 2. ທ່ານປະ​ທານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ໂມ​ນາ​ໂກ​ຄັ້ງ​ນີ້​ແມ່ນ​ປະ​ທານ​ປະ​ເທດ​ຈີນ​ຢ້ຽມ​ຢາມ​ໂມ​ນາ​ໂກ​ເປັນ​ຄັ້ງ​ທຳ​ອິດ,ເຊື່ອ​ວ່າ​ຍ່ອມ​ຈະ​ສາ​ມາດ​ຊຸກ​ຍູ້​ການ​ຂະ​ຫຍາຍ​ຕົວ​ຂອງສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ໃຫຍ່​ຫຼວງ,ກາຍ​ເປັນ​ແບບ​ຢ່າງ​ທີ່​ດີ​ເພື່ອ​ໃຫ້ທົ່ວ​ໂລກທີ່​ປະ​ເທດ​ໃຫຍ່​ແລະ​ປະ​ເທດ​ນ້ອຍ​ປະ​ຕິ​ບັດ​ຕໍ່​ກັນ​ຢ່າງສະ​ເໝີ​ພາບ​ແລະ​ຢູ່​ຮ່ວມ​ກັນ​ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ.

ຄຳ​ເຫັນ

0