赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ວິ​ເຄາະ​ຂ່າວ​ຂອງ CRI: ເຂົ້າ​ໃຈ​ກັນໄດ້​ບໍ່​ວ່າ​ຈະ​ຢູ່​ໃກ້​ຫຼື​ໄກ​ກັນ ເປັນ​ເພື່ອນ​​ກັນ​ໄດ້​ເຖິງ​ຈະ​ຫ່າງ​ເຫີນ​ກັນ​ຢ່າງ​ໄກ​ແສນ​ໄກ

2019-03-24 17:51:23 CRI

 

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ສົມ​ເດັດ​ໂອ​ເບັດ​ລັດ​ຊະ​ການ​ທີ 2 ປະ​ມຸກ​ລັດ​ຂອງ​ລາ​ຊະ​ລັດ​ໂມ​ນາ​ໂກ, ວັນ​ທີ 24 ມີ​ນານີ້ ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ ສ​ປ​ຈີນ ໄດ້​ຢ້ຽມ​ຢາມໂມ​ນາ​ໂກ ເຊິ່ງ​ເປັນ​ການ​ຢ້ຽມ​ຢາມ​ໂມ​ນາ​ໂກ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ປະ​ມຸກ​ລັດ​ປະ​ເທດ​ຈີນ​ນັບ​ແຕ່​ສອງ​ປະ​ເທດ​ສ້າ​ງ​ສາຍ​ພົ​ວ​ພັນ​ທາງກ​ການ​ທູດ​ເມື່ອ​ປີ 1995 ເປັນ​ຕົ້ນ​ມາ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ໄດ້​ສົ່ງ​ສັນ​ຍານ​ອອກ​ມາ​ຄື: ປະ​ເທດ​ບໍ່​ວ່າ​ນ້ອຍ​ໃຫຍ່, ບໍ່​ວ່າ​ຈະ​ຢູ່​ໃກ້​ຫຼື​ໄກ​ກັນ, ລ້ວນ​ແຕ່​ສາ​ມາດ​ກາຍ​ເປັນ​ຄູ່​ຮ່ວມ​ທີ່​ສະ​ເໝີ​ພາບ​ກັນ, ມີ​ມິດ​ຕະ​ພາບ​ຕໍ່​ກັນ​ແລະ​ຮ່ວມ​ມື​ກັນ​ແບ​ບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໄດ້​ເຊັ່ນ​ກັນ.


ເມື່ອ​ທຽບ​ກັບ​ປະ​ເທດ​ຈີນ​ທີ່​ມີ​ເນື້ອ​ທີ່ກວ້າງ 9 ລ້ານ 6 ແສນກວ່າ​ກິ​ໂລ​ຕາ​ແມັດ, ລາ​ຊະ​ລັດ​ໂມ​ນາ​ໂກ​ທີ່​ຢູ່​ແຄມ​ທະ​ເລ​ເມ​ຕີ​ເຕ​ລາ​ເນ ແລະ​ມີ​ຊາຍ​ແດນ​ຕິດ​ກັບ​  ຝ​ລັ່ງນັ້ນ​ມີ​ເນື້ອ​ທີ່ກວ້າງ​ພຽງ​ແຕ່ 2,02 ກິ​ໂລ​ຕາ​ແມັດ​ເທົ່າ​ນັ້ນ,ເປັນ​ປະ​ເທດ​ທີ່​ມີ​ເນື້ອ​ທີ່​ດິນ​ໜ້ອ​ຍ​ທີ່​ສຸດ​ອັດ​ດັບ​ສອງ​ໃນ​ໂລກ. ໃນ​ຖາ​ນະ​ເປັນ​ປະ​ເທດ​ທຶນ​ນິ​ຍົມ​ທີ່​ພັດ​ທະ​ນາ​ຢ່າງ​ສູງ, ໂມ​ນາ​ໂກ​ໄດ້​ປ​ປ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່ມ​ມີ​ຄວາມ​ຫຼາກ​ຫຼາຍ, ມີ​ມູນ​ຄ່າ​ເພີ່ມ​ສູງ​ແລະ​ບໍ່​ມີ​ມົນ​ລະ​ພິດ, ໂດຍ​ຖື​ຂະ​ແໜງ​ການ​ກາ​ຊິ​ໂນ, ການ​ທ່ອງ​ທ່ຽວ​ແລະ​ການ​ທະ​ນາ​ຄານ​ເປັນ​ຫຼັກ, ລາຍ​ໄດ້​ສະ​ເລ່ຍ​ຕາມ​ຫົວ​ຄົນ​ບັນ​ລຸ​ເຖິງ 1 ແສນ 7 ໝື່ນ​ເງິນ​ເອີ​ໂລ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ສະ​ເລ່ຍ​ຕາມ​ຫົວ​ຄົນ​ສູງ​ສຸດ​ໃນ​ໂລກ.


ປີ 2018 ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ​ໃນ​ເວ​ລາ​ພົບ​ປະ​ເຈ​ລະ​ຈາ​ກັບ​ສົມ​ເດັດ​ໂອ​ເບັດ​ລັດ​ຊະ​ຊ​ການ​ທີ 2 ທີ່​ໄປ​ຢ້ຽມ​ຢາມ, ທ່ານ​ສີ​ຈິ້ນ​ຜິງ​ເຄີຍກວ່າ​ວ່າ, ຈີນ ແລະ​ໂມ​ນາ​ໂກ​ເຖິງວ່າ​ຢູ່​ຫ່າງ​ໄກ​ກັນ​, ສະ​ພາບ​ແຫ່ງ​ຊາດ​ແຕກ​ຕ່າງ​ກັນ​ຫຼາຍ​ກໍ່​ຕາມ, ແຕ່​ສອງ​ປະ​ເທດ​ຍຶດ​ໝັ້ນ​ຕ່າງ​ເຄົາ​ລົ​ບ​ເຊິ່ງ​ກັນ​ແລະ​ກັນ, ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ​ກັນ, ຮ່ວມ​ມື​ກັນ​ຢ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ, ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ຝ່າຍ​ໄດ້​ຂະ​ຫຍາຍນ​ຕົວ​ເປັນ​ຢ່າງ​ດີ. ເມື່ອ​ຫວນ​ຄືນ​ການ​ຂະ​ຫຍາຍ​ຕົວ​ແຫ່ງ​ການ​ພົວ​ພັນ​ທາ​ງ​ການ​ທູດ​ລະ​ຫວ່າງ​ຈີນ-ໂມ​ນາ​ໂກ​ໃນ​ຕະ​ຫຼອດ 20 ກວ່າ​ປີນີ້​ເຫັນ​ວ່າ, ນີ້​ຖື​ເປັນ​ແບບ​ຢ່າງ​ແຫ່ງ​ການ​ຮ່ວມ​ມື​ແບບ​ທີ່ອ​ວ່າຍ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​ແລະ​ມີ​ການ​ປະ​ດິດ​ສ້າງ​ໃໝ່​ລະ​ຫວ່າງ​ປະ​ເທດ​ທີ່​ພັດ​ທະ​ນາ​ແລະ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ.


ເຊັ່ນ​ວ່າ, ເມື່ອ​ປີ 2012 ຂະ​ແໜງ​ການ​ໂທ​ລະ​ຄົມ​ຂອງ​ໂມ​ນາ​ໂກ​ໄດ້​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ຫວາ​ເວີຍແລ້ວ, ເດືອນກັນ​ຍາ 2018 ຂະ​ແໜງ​ການ​ໂທ​ລະ​ຄົມ​ໂມ​ນາ​ໂກ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ດ້ານ 5G ກັບ​ບໍ​ລິ​ສັດ​ຫວາ​ເວີຍ ເຮັດ​ໃຫ້​ໂມ​ນາ​ໂກ​ຈະ​ກາຍ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ໂລກ​ທີ່​ປົກ​ຫຸ້ນ​ໄປ​ດ້ວຍ​ເຄືອ​ຂ່າຍ​ 5G ເຊິ່ງ​ການ​ຮ່ວມ​ມື​ຫຼ້າ​ສຸດ​ດັ່ງ​ກ່າວ​ຈະ​ຊ່ວຍ​ຊຸກ​ຍູ້​ໃຫ້​ລາ​ຊະ​ລັດ​ໂມ​ນາ​ໂກ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງວ່ອງ​ໄວ​ໃນ​ການ​ສ້າງ​ເປັນ ສ​ມັດ​ຊິດ​ທິ.


ໂມ​ນາ​ໂກ​ຍັງ​ແມ່ນ​ບ່ອນ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ໂລກ, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ເຫັນ​ດີ​ເຫັນ​ພ້ອມ​ນຳ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ​ຂອງ​ໂມ​ນາ​ກາ ເຊິ່ງ​ທ່ານ​ຫວັງ​ວ່າ​ຈະ​ປິ່ນ​ອ້ອມ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຫາ​ລື​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ໂມ​ນາ​ໂກ​ໃນ​ຂົງ​ເຂດ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ພະ​ລັງ​ງານ​ທີ່​ບໍ່​ມີ​ມົນ​ລະ​ພິດ, ການ​ຫຼຸດ​ການ​ລະ​ບາຍ​ກາກ​ບ່ອນ​ດີ​ອອກ​ຊິດ, ການ​ປົກ​ປ້ອງ​ສັດ​ປ່າ ແລະ​ຂົງ​ເຂດ​ອື່ນໆ. ຕາມ​ຂ່າ​ວ​ແຈ້ງວ່າ, ໃນ​ໄລ​ຍະ​ທ່ານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ໂມ​ນາ​ໂກ, ສອງ​ຝ່າຍ​ຈີນ-ໂມ​ນາ​ໂກ​ຈະ​ເຊັນ​ສັນ​ຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ.


ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ຈີນ​ໄດ້​ວາງ​ເປົ້າ​ໝາຍ​ພັດ​ທະ​ນາ​ໄລ​ຍະ​ໃກ້, ໄລ​ຍະ​ກາງ​ແລະ​ໄລ​ຍະ​ຍາວ​ໄກ ທີ່​ເນັ້ນ​ເຖິ​ງ​ທັດ​ສະ​ນະ​ການ​ພັດ​ທະ​ນາ​ໃໝ່​ຄື: ປະ​ດິດ​ສ້າງ, ປະ​ສານ​ສົມ​ທົບ, ສີ​ຂຽວ, ເປີດກວ້າງ ແລະ​ຊົມ​ໃຊ້​ຮ່ວມ​ກັກ​ນ. ເວົ້າ​ສຳ​ລັບ​ຈີນແລ້ວ ໂມ​ນາ​ໂກ​ເຖິງ​ຈະ​ເປັນ​ປະ​ເທດ​ນ້ອຍ​ກໍ່​ຕາມ, ແຕ່​ມີ​ຄວາມ​ເຄົາ​ລົບ​ຕໍ່​ທຳ​ມະ​ຊາດ​ແລະ​ປ​ະ​ຫວັດ​ສາດ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ, ແລະ​ຈໍ່​ຕົວ​ເປັນ​ທັດ​ສະ​ນະ​ພັດ​ທະ​ນາ​ຕົວ​ເມືອງ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ຕົນ​, ​ໃນ​ດ້ານນີ້ ຈີນ​ຄວນ​ຮ່ຳ​ຮຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​. ທັງ​ໝົດ​ເຫຼົ່າ​ນີ້​ໄດ້​ສ້າງ​ຊ່ອງ​ຫວ່າງ​ອັນ​ກວາງ​ຂວາງ​ໃຫ້​ແກ່​ສອງ​ຝ່າຍ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ດ້ານ​ເສດ​ຖະ​ກິດ​ສີ​ຂຽວ, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ການ​ບໍ​ລິ​ການ​ດ້ານ​ການ​ທະ​ນາ​ຄານ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ກາກກນ​ທ່ອງ​ທ່ຍວ ແລະ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ບຸກ​ຄະ​ລາ​ກອນ​ເປັນ​ຕົ້ນ.


ຂົງ​ຈື້ ນັກ​ປາດ​ບູ​ຮານ​ຈີນ​ເຄີຍ​ກ່າວ​ວ່າ, ໃນ​ເວ​ລາ​ຄົບ​ຄ້າ​ກັບ​ໝູ່, ຄວນ​ເຫັນ​ເຖິງ​ທ່າ​ແຮງ​ແລະ​ຈຸດ​ດີ​ຂອງ​ໝູ່, ຄວນ​ເຫັນ​ໃຈ​ແລະ​ມີ​ຄວາ​ໂ​ອບ​ເອື້ອຍ​ອາ​ລີ​ຕໍ່​ຈຸ​ດ​ອ່ອນ​ຂອງ​ເພື່ອນ, ເຮັດ​ແນວນີ້​ຈະ​ເປັນ​ເພື່ອນ​ກັນ​ໄດ້​ຢ່າງ​ຍາວ​ນານ. ບົນ​ພື້ນ​ຖານ​ທີ່​ຕ່າງ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ຢູ່​ຮ່ວມ​ກັນ​ຢ່າງ​ສະ​ເໝີ​ພາບ​ກັນ​ແລະ​ຮ່ວມ​ມື​ກັນ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ຈີນ​ແລະ​ໂມ​ນາ​ໂກ ຍ່ອມ​ຈະ​ກາຍ​ເປັນ​ແບບ​ຢ່າງ​ແຫ່ງ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ ແລະ​ປະ​ເທດ​ທີ່​ພັດ​ທະ​ນາ​ທີ່​ສຸດ.

ຄຳ​ເຫັນ

0