吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເລີ່ມ​ຈັດ​ການ​ເລືອກ​ຕັ້ງ​ຂອງ​ໄທ

2019-03-24 14:56:32 cri

    ການ​ເລືອກ​ຂອງ​ໄທ​ຕັ້ງ​ຄັ້ງ​ທຳ​ອິດ​ຫຼັງ​ຈາກ​ການ​ເກີດ​ລັດ​ຖະ​ປະ​ຫານ​ປີ 2014 ​ເປັນ​ຕົ້ນ​ມາໄດ້​ເລີ່ມ​ຈັດ​ຂຶ້ນ​ແຕ່​ວັນ​ທີ 24 ມີ​ນາ​ນີ້, ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ຄາດ​ວ່າ ພົນ​ລະ​ເມືອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ 80% ຂອງ​ທົ່ວ​ປະ​ເທດ​ໄທ​ຈະ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ. ຜົນ​ການ​ເລືອກ​ຕັ້ງ​ຝ່າຍ​ທາງ​ການ​ຈະ​ປະ​ກາດ​ກ່ອນ​ວັນ​ທີ 9 ພຶດ​ສະ​ພາ​ປີ​ນີ້.

    ເວ​ລາ​ປະ​ມານ 8 ໂມງ​ຂອງວັນ​ທີ 24 ນີ້, ພົນ​ເອກ ປ​ຣະຍຸດ ຈັນ​ໂອຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທໄດ້​ໄປ​ຮອດ​ສະ​ຖາ​ນີ​ປ່ອນ​ບັດ​​ແຫ່ງ​ໜຶ່ງ​ທີ່​ນະ​ຄອນ​ຫຼວງ​ບາງກອກ ​ເພື່ອ​ປ່ອນ​ບັດ. ທ່ານ​ເວົ້າ​ຕໍ່​ສື່ມວນ​ຊົນ​ວ່າ, ຫວັງ​ໃຫ້​ປະ​ຊາ​ຊົນ​ໄທ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ເລືອກ​ຕັ້ງ, ໃຊ້​ສິດ​ເລືອກ​ຕັ້ງຂອງ​ຕົນ​ເອງ​ຢ່າງ​ສົມ​ເຫດ​ສົມ​ຜົນ, ສາ​ມັກ​ຄີ​ກັນ​ເຂົ້າ ພ້ອມ​ກັນ​ແກ້​ໄຂ​ບັນ​ຫາ​ທີ່​​ປະ​ເທດຜະ​ເຊີນ​ໜ້າ​.
    ຂ່າວ​ແຈ້ງວ່າ, ປັດຈຸ​ບັນ ມີ​​ຜູ້​ສະ​ໝັກ​ຮັບ​ເລືອ​ກ​ຕັ້ງຫຼາຍກວ່າ​ໝື່ນ​ຄົນ​ຂອງ 80 ​ພັກ​ການ​ເມືອງ ຈະແຂ່ງ​ຂັນ​ທີ່​ນັ່ງສະ​ພາ​ຜູ້​ແທນ​ລາ​ຊະ​ດອນ. ທົ່ວ​ປະ​ເທດ​ໄທ​ມີ​ພົນ​ລະ​ເມືອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫຼາຍກວ່າ 51 ລ້ານ​ຄົນ, ສະ​ຖາ​ນີ​ປ່ອນ​ບັດ 9 ໝື່ນກວ່າ​ແຫ່ງ​ຈະເປີດ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຕ່ 8 ໂມງ​ເຊົ້າ​ຮອດ 5 ໂມງ​ແລງ​ມື້​ດຽວ​ກັນ ເຊິ່ງຜົນ​ການ​ປ່ອນ​ບັດ​ທີ່​ບໍ່​​ເປັນຝ່າຍ​ທາງ​ການ​ຈະ​ປະ​ກາດ​ອອກ​ພາຍ​ຫຼັງ 3 ຊົ່ວ​ໂມງ​ທີ່​ການ​ປ່ອນ​ບັດ​ສິ້ນ​ສຸດ​ລົງ, ຜົນ​ການ​ເລືອກ​ຕັ້ງ​ທາງ​ການ​ຈະ​ປະ​ກາດອອກ​ກ່ອນ​ວັນ​ທີ 9 ພຶດ​ສະ​ພາ​ປີ​ນີ້.

ຄຳ​ເຫັນ

0