吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຕາ​ລີ​ເຂົ້າ​ຮ່ວມຂໍ້​ລິ​ເລີ່ມ “ໜຶ່ງ​ແລາວ​ໜຶ່ງ​ເສັ້ນ​ທາງ” !

2019-03-24 14:15:08 CRI

    ຕອນ​ເຊົ້າ​ວັນ​ທີ 23 ມີ​ນາ​ນີ້, ຢູ່ວິນ​ລາມາ​ດາ​ມາ​ທີ່​ຊານ​ເມືອງ​ນະ​ຄອນ​ຫຼວງ​ໂຣມ, ລັດ​ຖະ​ບານ​ສອງ​ປະ​ເທດ​ຈີນ-ອີ​ຕາ​ລີ​ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳຄວາມ​ເຂົ້າ​ໃຈ​ກັນ​ກ່ຽວ​ກັບການ​ຮ່ວມກັ​ນ​ຊຸກ​ຍູ້​​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໂດຍ​ມີທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ ທ່ານ​ກິວ​ຊິ​ບີ ຄອນ​ເຕ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕາ​ລີ​​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​​ພິ​ທີ​ເຊັນ​ບົດ​ບັນ​ທຶກດັ່ງ​ກ່າວ. ອີ​ຕາ​ລີ​ກາຍ​ເປັນ​ປະ​ເທດ​​ທຳ​ອິດ​ໃນ​ກຸ່ມ G7 ​ທີ່​ເຊັນ​ເອ​ກະ​ສານ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ​ກັບ​ປ​ະ​ເທດ​ຈີນ, ເຮັດ​ໃຫ້​ການ​ຮ່ວມ​ມື​ໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເປີດກວ້າງ​​ຕື່ມອີກ.
    ອີງ​ຕາມປະ​ກາດ​ແຈ້ງ​ການ​ຮ່ວມ​ຈີນ-ອີ​ຕາ​ລີ, ສອງ​ຝ່າຍ​ຮັບ​ຮູ້ວ່າ ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ມີ​ກຳ​ລັງ​ແຮງ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ໃນ​ດ້ານ​ການ​ຊຸກ​ຍູ້​ໃຫ້ສອງ​ຝ່າຍ​ເຊື່ອມ​ຈອດ​ກັນ, ຍິນ​ດີ​ເຮັດ​ໃຫ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລາວ​ໜຶ່ງ​ເສັ້ນ​ທາງ” ກັບ ເຄືອ​ຂ່າຍຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ໃນ​ບໍ​ລິ​ເວນ​ເອີ​ລົບ ແລະ ໂຄງ​ການ​ອື່ນໆ​ເຊື່ອມ​ຕໍ່​ເຊິ່ງ​ກັນ​ແລະ​ກັນ ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທ່າ​ກຳ​ປັ່ນ, ການ​ຈໍ​ລະ​ຈອນ​ສິນ​ຄ້າ ແລະ ການ​ຂົ​ນ​ສົ່ງ​ທາງ​ທະ​ເລ.
    ນັບ​ແຕ່​ທ່ານ​ສີ​ຈີ້ນ​ຜິງ​ສະ​ເໜີ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃນ​ປີ 2013 ເປັນ​ຕົ້ນ​ມາ, ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ເຊັນ​ເອ​ກະ​ສານ​ຮ່ວມ​ມື​ກ່ຽວ​ກັບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບ​ຈີນ​ມີ​ຫຼາຍກວ່າ 150 ປະ​ເທດ ແລະ ອົງ​ການຈັດ​ຕັ້ງ.
     ປັດ​ຈຸ​ບັນ, ຈີນ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ​ໜຶ່ງ​ຂອງ​ອີ​ຕາ​ລີ​ຢູ່​ອາ​ຊີ, ອີ​ລາ​ລີ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີຫ້າ ແລະ ປະ​ເທດ​ແຫຼ່ງລົງ​ທຶນ​ໂດຍ​ກົງ​ອັນ​ດັບ​ທີ​ຫ້າ​ຂອງ​ຈີນ​ຢູ່​ສະ​ຫະ​ພາບ​ເອີ​ລົບ. ປີ 2018, ຍອດ​ມູນ​ຄ່າ​​ການ​ຄ້າລະ​ຫວ່າງ​ສອງ​ປະ​ເທດ​ບັນ​ລຸ​ຫຼາຍກວ່າ 50 ຕື້​ໂດ​ລາ, ການ​ລົງ​ທຶນ​​ເຊິ່ງ​ກັນ​ແລະ​ກັນ​ຫຼາຍກວ່າ 20 ຕື້​ໂດ​ລາ. ສອງ​ປະ​ເທດ​ເຊັນ​ເອ​ກະ​ສານ​ຮ່ວມ​ມື​ໃນ​ການສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຈະ​ເປີດ​ຊ່ອງ​ຫວ່າງ​ກວ້າງ​ຂວາງກວ່າ​ເກົ່າ​ໃນ​ແກ່​ການ​ຮ່ວມ​ມື​ຢ່າງ​ຕິດ​ແທດ​ຕົວ​ຈິ​ງ​ລະ​ຫວ່າງ​ຈີນ-ອີ​ຕາ​ລີ.

ຄຳ​ເຫັນ

0