覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ​ເຜິງ​ລີ້ຢວນ​ສຸມ​ທຸກ​ເຫື່ອ​ແຮງ​​ແລະຈິດ​ໃຈ​ເຂົ້າ​ໃນ​ການ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ການ​ສຶກ​ສາ​​ຂອງແມ່​ຍິງ​ແລະ​ເດັກ​ນ້ອຍ

2019-03-25 16:23:05 cri

 ທ່າ​ນ​ອາດ ອາ​ຊູ​ເລ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ສຶກ​ສາ,ວິ​ທະ​ຍາ​ສາດ​ແລະ​ວັດ​ທະ​ນະ​ທຳ​​ແຫ່ງອົງ​ການ​ສະ​ຫະ​ປະ​ຊາ​ຊາດຫຼື​​ອຸຍ​ເນັ​ສ​ໂກ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຈີນ​​ເມື່ອ​ບໍ່​ດົນ​ມາ​ນີ້ວ່າ, ໃນ​ຖາ​ນະ​ເປັນ​ທູດ​ພິ​ເສດ​ຂອງ​ອົງ​ການ​​ອຸຍ​ເນັ​ສ​ໂກ​ໃນ​ການ​ສົ່ງ​ເສີມ​ການ​ສຶກ​ສາ​ຂອງ​ແມ່​ຍິງ​ແລະ​ເດັກ​ນ້ອຍ, ທ່ານ​ນາງ​ເຜິງ​ລີ້ຢວນ ພັນ​ລະ​ຍາ ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ທີ່​ສຸດ​ໂດຍ​ສະ​ເພາະ​ໄດ້​ປະ​ກອບ​ສ່ວນ​ອັນ​ໂດດ​ເດັ່ນ​ໃນ​ການ​ສົ່ງ​ເສີມ​​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ​ຜູ້​ເປັນ​ຄູ​ອາ​ຈານ, ​ການ​ເຮັດ​ໃຫ້ແມ່​ຍິງ​ແລະ​ເດັກ​ນ້ອຍ​ສາ​ມາດ​ເພິ່ງ​ຕົນ​ເອງ​ດ້ວຍ​ການ​ສຶກ​ສາ. ອົງ​ການ​​ອຸຍເນັ​ສ​ໂກ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ໄລ​ຍະ​ຍາວ​ກັບ​ຈີນ.
 

 ທ່ານ​ອາ​​ຊູ​ເລ​ກ່າວ​ວ່າ: ນັບ​ແຕ່​ດຳ​ລົງ​ຕຳ​ແໜ່ງ​ເປັນ​ທູດ​ພິ​ເສດ​ມາ​ນີ້, ທ່ານສາ​ສະ​ດາ​ຈານ​ເຜິງລີ້ຢວນ​ໄດ້​ຮ່ວມ​ມື​ກັບ​ອົງ​ການ​ຢູ​ເນັ​ສ​ໂກ​ເພື່ອ​ສົ່ງ​ເສີມ​ໃຫ້​ຍິງ​ຊາຍ​ມີ​ໂອ​ກາດ​​ເທົ່າ​ທຽມ​​ກັນ​ໃນ​ການ​ຮ່ຳ​ຮຽນ, ພັດ​ທະ​ນາ​ຕົນ​ເອງ​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ. ທ່ານ​ໄດ້​ເປັນ​ຜູ້ມອບ​ລາງວັນ​ການ​ສຶກ​ສາ​ໃຫ້​ແມ່​ຍິງ​ແລະ​ເດັກ​ນ້ອຍ​ອຸຍເນັ​ສ​ໂກດ້ວຍ​ຕົນ​ເອງ​ມາຫຼາຍ​ຄັ້ງ​ແລ້ວ ເຊິ່ງ​ລາງວັນ​ດັ່ງ​ກ່າວ​ນີ້​ແມ່ນ​ລັດ​ຖະ​ບານ​ຈີນ​ສະ​ເໜີ​ແລະ​ສະ​ໜັບ​ສະ​ໜູນ​ດ້ວຍ​​ການ​ໃຫ້ເງິນ​ທຶນ​ສ້າງ​ຕັ້ງ​ຂຶ້ນ ແລະ​ເປັນ​ລາງວັນ​ພຽງ​ໜຶ່ງ​ດຽວ​ໃນ​ຂົງ​ເຂດ​ດັ່ງ​ກ່າວ​ຂອງ​ອົງ​ການ​​ອຸຍເນັ​ສ​ໂກ.

 

ຄຳ​ເຫັນ

0