蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວ​ແລະ​ໄທ​​ເຊັນສັນ​ຍາ​ຊື້-ຂາຍ​ໄຟ​ຟ້າ​ສະ​ບັບ​ໃໝ່ 6.000 ເມ​ກາ​ວັດ

2019-03-25 15:19:58 CRI

ລັດ​ຖະ​ບານລາວ​ແລະ​ໄທ​​ໄດ້ລົງ​ລາຍ​ເຊັນ​ໃນ​ສັນ​ຍາ​ຊື້-ຂາຍ​ໄຟ​ຟ້າ​ສະ​ບັບ​ໃໝ່ 6.000 ເມ​ກາ​ວັດ​​ເມື່ອ​ບໍ່​ດົນ​ມາ​ນີ້. ທ່ານ​ສິ​ຣິ ຈິ​ຣະ​ພົງ​ພັນ ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ພະ​ລັງ​ງານ​ໄທ​ໄດ້​ເປັນ​​ສັກ​ຂີພິ​ຍານ​ໃນ​ພິ​ທີ​ລົງ​ລາຍ​ເຊັນ​ດັ່ງ​ກ່າວ. ທ່ານ​ກ່າວ​ວ່າ, ນີ້​​ເປັນການ​ສືບ​ທອດ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ການ​ຄ້າ​ຂາຍ​ພະ​ລັງ​ງານ. ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໄທ​ຕ້ອງ​ການ​ການ​ສະ​ໜັບ​ສະ​ໜູນ​ໃນ​ດ້ານ​ພະ​ລັງ​ງານ​ໝູນ​ວຽນ, ສ່ວນ​ປະ​ເທດ​ລາວ​ມີ​ຊັບ​ພະ​ຍາ​ກອນ​ນ້ຳ​ທີ່​ໃຊ້​ໃນ​ການ​ຜະ​ລິດ​ໄຟ​ຟ້າ​ທີ່​ອຸ​ດົມ​ສົມ​ບູນ. ສະ​ນັ້ນ, ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຮັກ​ສາ​ການ​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ​ແລະ​ຍາວ​ນານ.

ປະ​ລິ​ມານ​ໄຟ​ຟ້າ​ໃນ​ສັນ​ຍາ​ສະ​ບັບ​ນີ້​ມີ​ທັງ​ໝົດ 6.000 ເມ​ກາ​ວັດ, ສາ​ມາດ​ເພີ່ມ​ຂຶ້ນ​ເປັນ 9.000 ເມ​ກາ​ວັດ ແລະ ລາ​ຄາ​ຊື້​ຂາຍ​ໄຟ​ຟ້າ​ຈະ​ສູງກວ່າ 1,33 ບາດ​ໃນ​ອະ​ດີດ. ໄທ​ແລະ​ລາວ​ໄດ້​ດຳ​ເນີນການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ​ໄຟ​ຟ້າ​ມາ​ເປັນ​ເວ​ລາ 50 ກວ່າ​ປີ​ແລ້ວ. ນອກ​ຈາກ​ຊື້​ຂາຍ​ໄຟ​ຟ້າ​ຈາກ​ລາ​ວ​ແລ້ວ, ໄທ​ຍັງ​ຊ່ວຍ​ລາວ​ສົ່ງ​ອອກ​ພະ​ລັງ​ງານ​ໄຟ​ຟ້າ​ໄປ​ມາ​ເລ​ເຊຍ ແລະ ສິງ​ກະ​ໂປ ໂດຍ​ຜ່ານ​ເຄືອ​ຂ່າຍ​ໄຟ​ຟ້າ​ຂອງ​ຕົນ.

ຄຳ​ເຫັນ

0