尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພັກ​​ພະ​ລັງ​ປະ​ຊາ​ລັດ​ຂອງ​ໄທ​ໄດ້​ຮັບ​ບັດ​ເຫັນ​ດີ​ຫຼາຍກວ່າ​ໝູ່​ເປັນ​ການ​ຊົ່ວ​ຄາວ

2019-03-25 12:02:32 cri

ຕອນ​ຄ່ຳ​ວັນ​ທີ 24 ມີ​ນາ​ນີ້, ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ຂອງ​ໄທ​ໄດ້​ປະ​ກາດ​ຜົນ​ການ​ນັບ​ບັດ​ເລືອກ​ຕັ້ງ​ໃນ​ເບື້ອງ​ຕົ້ນ​ວ່າ: ພັກພະ​ລັງ​ປະ​ຊາ​ລັດທີ່​ສະ​ໜັບ​ສະ​ໜູນ​ທ່ານ ປ​​ຣະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຊຸດ​ປັດ​ຈຸ​ບັນ​ໄດ້​ຮັບ​​ບັດເຫັນ​ດີຫຼາຍກວ່າ​ໝູ່​ເປັນ​ການ​ຊົ່ວ​ຄາວ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ຜູ້​ແທນ​ລາ​ຊະ​ດອນ​ໄທ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ.
 

ຜົນ​ການ​ນັບ​ບັດ​ຈາກ​ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ໄທທີ່​ປະ​ກາດ​ໂດຍ​ຜ່ານ​ການ​ຖ່າຍ​ທອດ​ສົດ​ທາງ​ອິນ​ເຕີ​ເນັດ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ເວ​ລາ 22 ໂມງ​ຂອງວັນ​ທີ 24 ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ,ຫຼັງ​ຈາກ​ໄດ້​ນັບ​ບັດ​ເລືອກ​ຕັ້ງ​ກວມ​ 92% ໃນ​ທົ່ວ​ປະ​ເທດ​ແລ້ວ, ພັກພະ​ລັງ​ປະ​ຊາ​ລັດ​ໄດ້​ຮັບ​ຄະ​ແນນ​ສຽງ​ເຫັນ​ດີ​ປະ​ມານ 7,5 ລ້ານບັດ ເປັນ​ອັນ​ດັບ​ 1; ພັກ​ເພື່ອ​ໄທເຊິ່ງ​ເປັນ​ພັກ​ຕໍ່​ຕ້ານ​ລັດ​ຖະ​ບານ​ຊຸ​ດ​ປັດ​ຈຸ​ບັ​ນ​ໄດ້​ຮັບ​ຄະ​ແນນ​ສຽງ​ 7,04 ລ້ານບັດ​ ເປັນ​ອັນ​ດັບ​ທີ 2 ແລະ ພັກ​ອະ​ນາ​ຄົດ​ໃໝ່​​ທີ່ຕໍ່​ຕ້ານ​ລັດ​ຖະ​ບານ​ຊຸດ​ປັດ​ຈຸ​ບັນ​ໄດ້​ຮັບ​ຄະ​ແນນ​ສຽງ​ເຫັນ​ດີ 5,16 ລ້ານ​ບັດ ເປັນ​ອັນ​ດັບ​ທີ​3; ສ່ວນ​ພັກ​ປະ​ຊາ​ທິ​​ປັດ​ຊຶ່ງ​ເປັນ​ພັກ​ໃຫຍ່​ດັ້ງ​ເດີມ​ໄດ້​ຮັບ​ຄະ​ແນນ​ສຽງ​ເຫັນ​ດີ​ປະ​ມານ 3,19 ລ້ານ​ບັດ,ເປັນ​ອັນ​ດັບ​ທີ 4.
 

ຂ່າວ​ແຈ້ງວ່າ: ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ຂອງ​ໄທ​ຈະ​ປະ​ກາດ​ຜົນ​ການ​ເລືອກ​ຕັ້ງ​ທີ່​ບໍ່​ເປັນ​ທາງ​ການ​ຂອງ​ການ​ນັບບັດ​ເລືອກ​ຕັ້ງ 95% ໃນ​ວັນ​ທີ 25 ມີ​ນາ​ນີ້. ສ່ວນຜົນ​ການ​ເລືອກ​ຕັ້ງ​ທາງ​ການ​ຈະ​ປະ​ກາດ​ກ່ອນ​ວັນ​ທີ 9 ພຶດ​ສະ​ພາ​ປີ​ນີ້.

ຄຳ​ເຫັນ

0