黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂມ​ນາ​ໂກ​ກ້າວ​ເຂົ້າ​ສູ່ “ໄລ​ຍະ​ດີ​ທີ່​ສຸດ​ໃນ​ການ​ຮ່ວມ​ມື​ກັບ​ຈີນ”

2019-03-25 14:47:22 cri

ວັນ​ທີ 24 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ໂມ​ນາ​ໂກ, ​ເຊິ່ງ​ເປັນ​ການ​ຢ້ຽມ​ຢາມ​ໂມ​ນາ​ໂກ ປະ​ເທດ​ສວຍ​ງາມ​ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ທະ​ວີບ​ເອີ​ຣົບ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ປະ​ມຸກ​ລັດ​ຈີນ. ຢູ່​ຕາມ​ຖະ​ໜົມ​ຫົນ​ທາງ​ຂອງ​ທົ່ວ​ປະ​ເທດ​ໂມ​ນາ​ໂກ​ເຕັມ​ໄປ​ດ້ວຍ​ທຸງ​ຊາດ​​ຂອງ​ສອງ​ປະ​ເທດ, ໂມ​ນາ​ໂກ​ໄດ້​ກ້າວ​ເຂົ້າ​ສູ່ “ໄລ​ຍະ​​ດີ​ທີ່​ສຸດ​ໃນ​ການ​ຮ່ວມ​ມື​ກັບ​ຈີນ”.

ສົມ​ເດັດ​ອານ​ເບັດລາ​ຊະ​ການ​ທີ 2, ປະ​ມຸກ​ລັດ​ໂມ​ນາ​ໂກ​ໄດ້​ເປີດ​ເຜີຍ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ, ໃນ​ໂອ​ກາດ​ຢ້ຽມ​ຢາມ​ປະ​ເທດ​ຈີນ​ໃນ​ເດືອນ​ກັນ​ຍາ​ປີ​ຜ່ານ​ມາ, ຕົນ​ເອງ​ໄດ້​ເຊື້ອ​ເຊີນ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຢ້ຽມ​ຢາມໂມ​ນາ​ໂກ. ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ສົມ​ເດັດ​ອານ​ເບັດລາ​ຊະ​ການ​ທີ 2 ກ່​າວ​ວ່າ: “ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ແມ່ນ​​ການ​ໃຫ້ກຽດ​ຢ່າງ​​ສູງສຳ​ລັບ​ຂ້າ​ພະ​ເຈົ້າ.” ໃນ​ການ​ພົບ​​ປະ​ກັນໃນ​ວັນ​ທີ 24 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງກ່າວ​ວ່າ, ເຖິງວ່າ​ຈີນ​ແລະ​ໂມ​ນາ​ໂກ​ມີ​ຄວາມ​ຕ່າງ​ກັນ​ດ້ານ​​ຂະ​ໜາດ​ໃຫຍ່​ແລະ​ນ້ອຍ, ທາງ​ດ້ານປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ແລະ​ລະ​ບອບ​ສັງ​ຄົມ​ກໍ​ຕາມ, ແຕ່​ສອງ​ປະ​ເທດ​ມີ​ນິດ​ໄສ​ຊົນ​​ຊາດ​ທີ່ຄ້າຍ​ຄື​ກັນ​ແລະ​ມີການ​ສະ​ແຫວງ​ຫາ​ດ້ານ​ຈິດ​ໃຈ​ຮ່ວມ​ກັນ, ເຮັດ​ໃຫ້​ສອງ​ປະ​ເທດ “ເຂົ້າ​ໃຈ​ກັນ​ແລະ​ໃກ້​ຊິດ​ກັນ”.

ເຖິງວ່າ​ຍອດ​ປະ​ລິ​ມານ​ເສດ​ຖະ​ກິດ​ຂອງ​ສອງ​ປະ​ເທດ​ແຕກຕ່າງ​ກັນ​ຢ່າງ​ຫຼວງ​ຫຼາຍ, ແຕ່​ວ່າ​ການ​ຮ່ວມ​ມື​​ດ້ານເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ໂມ​ນາ​ໂກ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຕົວ​ເລກ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ແຕ່ເດືອນ​ມັງ​ກອນ​ຫາ​ເດືອນ​ສິງ​ຫາ​ປີ 2018, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າ​ງ​ສອງ​ປະ​ເທດ​ບັນ​ລຸ​ເຖິງ 125 ລ້ານ​ໂດ​ລາ​ສະ​ຫະ​ລັດ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2017 ເພີ່ມ​ຂຶ້ນ 876,8%. ໃນ​ນັ້ນ, ການ​ຮ່ວມ​ມື​ເສດ​ຖະ​ກິດ​ດີ​ຈີ​ຕອນ​ແລະ​ໂທ​ລະ​ຄົມ​ເຄື່ອນ​ທີ່​ແ​ຮ່ງ​​ພັດ​ທະ​ນາ​ຢູ່​ແຖວ​ໜ້າ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ແລະ​ປະ​ເທດ​ເອີ​ຣົບ. ຂ່າວ​ແຈ້ງວ່າ, ນັບ​ມາ​ຮອດ​ປັດ​ຈຸ​ບັນ, ກອງ​ທຶນສົມ​ເດັດ​ອານ​ເບັດລາ​ຊະ​ການ​ທີ 2 ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ໂຄງ​ການ​ສ້າງ​ສະ​ຖາ​ນີ​ສຸຍ​​ຮວາ​ທີ່ເຝົ້າ​ຕິດ​ຕາມ​ເທົາ​ສີ​ຟ້າ​ຂອງ​ໜອງ​ທ້າຍ​ຮູ, ໂຄງ​ການ​ປົກ​ປັກ​ຮັກ​ສາ​ເສືອ​ໄຊ​ເບ​ເຣຍ​ເຫຼືອ​ເສືອ​ຕາ​ເວັນ​ອອກ​ສຽງ​ເໜືອ​ຈີນ​ແລະ​ໂຄງ​ການ​ອື່ນໆ, ຍັງ​ໄດ້​ວາງ​ແຜນ​ຈະ​ສ້າງ​ຕັ້ງ​ຫ້ອງ​ການ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນເພື່ອ​ພັດ​ທະ​ນາ​ຊອງ​ທາງ​ການ​ຮ່ວມ​ມື​ກັບ​ຈີນ​​ຫຼາຍ​ຕື່ມ​ອີກ. ສົມ​ເດັດ​ອານ​ເບັດລາ​ຊະ​ການ​ທີ 2 ເຄີຍ​ຢ້ຽມ​ຢາມ​ຈີນ 10 ​ຄັ້ງ. ທ່ານ​ສີ​ຈິ້ນ​ຜິງ ແລະ ສົມ​ເດັດ​ອານ​ເບັດລາ​ຊະ​ການ​ທີ 2 ລ້ວນ​ແຕ່​ເປັນ​ “ແຟນ​ກິ​ລາ” ຄື​ກັນ, ແລະ​ໄດ້​ສຸມ​ທຸກ​ກຳ​ລັງ​ເພື່ອ​ຊຸກ​ຍູ້​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຢ່າງ​ບໍ່​ຢຸດ​ຢັ້​ງ​ຄື​ກັນ, ​ຈຶ່ງສາ​ມາດ​ເວົ້າ​ໄດ້​ວ່າ​ຜູ້​ນຳ​ສອງ​​ທ່ານ​ມີ​ຄວາມ​ຮັກ​ມັກ​ທີ່​ຄ້າຍ​ຄື​ກັນ​ຢ່າງ​ຫຼວງ​ຫຼາຍ.

ໃນ​ຫຼາຍ​ມື້​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ໂມ​ນາ​ໂກ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ຂອງ​ການລາຍ​ງານ​​ຂ່າວຂອງ​ສື່ມວນ​ຊົນ​ໂມ​ນາ​ໂກ. ເພື່ອ​ສະ​ໜອງ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ຂ່າວ, ລັດ​ຖະ​ບານ​ໂມ​ນາ​ໂກ​ຍັງ​ໄດ້​ຕັ້ງ​ສູນ​ຖະ​ແຫຼງ​ຂ່າວ​ພິ​ເສດ​ຢູ່​ໃກ້​ລາ​ຊະ​ວັງ​ໂມ​ນາ​ໂກ​.

ນາງ​ໂມ​ນິ​ກາ ໂກ​ຢາ​ຕິ ນັກ​ຂຽນ​ຄໍ​ລຳ​ຂອງວາ​ລະ​ສານ “Monte Carlo IN”, ນາງ​ໄດ້​ລາຍ​ງານ​ຂ່າວ​ແລະ​ປະ​ເພ​ນີ​ຂອງ​ຈີນ​ດ້ວຍ​ພາ​ສາ​ອີ​ຕາ​ລີ​ແລະ​ພາ​ສາ​ຈີນ​ຮ່ວມ​ກັນ. ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ນາງ​ກ່າວ​ວ່າ, “ເຊື່ອ​ວ່າ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ແມ່ນ​ໂອ​ກາດ​ທີ່​ດີ​ສຳ​ລັບ​ຈີນ​ແລະ​ໂມ​ນາ​ໂກ, ໃນ​ດ້ານ​ໜຶ່ງ, ປະ​ຊາ​ຊົນ​ໂມ​ນາ​ໂກ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ຈີນ​ຍັງ​ບໍ່​​ກວ້າງ​ຂວາງ​ປານ​ໃດ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ສາ​ມາດ​ເພີ່ມ​ຄວາມ​ຮູ້​ກ່ຽວ​ກັບ​ຈີນ​ຕື່ມ​ອີກ; ອີກ​ດ້ານ​ໜຶ່ງ, ເຖິງວ່າ​ເນື້ອ​ທີ່​ຂອງ​ໂມ​ນາ​ໂກ​ມີ​​ພຽງແຕ່ 2 ກິ​ໂລ​ຕາ​ແມັດ​ກວ່າ​ເທົ່າ​ນັ້ນ, ແຕ່​ໂມ​ນາ​ໂກ​ມີ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ຈຳ​ນວນ​ຫຼວງ​ຫຼາຍ, ​ແລະຊົມ​ເຊີຍ​ເພື່ອນ​ຊາວ​ຈີນທີ່​ມາ​ລົງ​ທຶນ, ຊື້​ເຮືອນ​ແລະ​ທ່ອງ​ທ່ຽວ.”

ໜ້າ​ທຳ​ອິດ​ຂອງ​ໜັງ​ສື​ພິມ Monaco-Matin ສະ​ບັບ​ວັນ​ທີ 23 ມີ​ນາ​ລາຍ​ງານ​ວ່າ, ທ່ານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາ​ມ​ໂມ​ນາ​ໂກ​ແມ່ນ​ໄລ​ຍະ​ແຫ່ງ​ການ​ເປັ່ງ​ປະ​ກາຍ​ແສງໃນ​ປະ​ຫວັດ​ສາດ​ໂມ​ນາ​ໂກ. ໃນ​ທົ່ວ​ປະ​ເທດ​ໂມ​ນາ​ໂກ​​ເຕັມ​ໄປ​ດ້ວຍ​ທຸງ​ຊາດ​ຂອງ​ຈີນ. ວາ​ລະ​ສານ Monaco Hebdo ຍັງ​ໄດ້​ວິ​ເຄາະ​ຢ່າງ​ເລິກ​ເຊິ່ງ​ຕໍ່​ໂອ​ກາດ​ການ​ຮ່ວມ​ມື​ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ໂມ​ນາ​ໂກ​ຂອງ​ທ່ານ​ສີ​ຈິ້ນ​ຜິງ.

ຄຳ​ເຫັນ

0