赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ໃນຕະ​ຫຼອດ​ໄລ​ຍະ 55 ປີ​ແຫ່ງ​ການ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ-ຝລັ່ງ​ຄື​ຫຼັກ​ມາດ​ຖານ​ທີ່​ຄວນ​ຈົດ​ຈຳ​ແລະ​ສືບ​ຕໍ່​ປະ​ຕິ​ບັດ

2019-03-25 17:03:04 cri

 

ທ່ານ​ສີ​ຈິ້ນ​ຜິງ ​ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ​ກ່າວ​ວ່າ, ຈີນ-ຝລັ່ງ​ເປັນ​ເພື່ອນ​ມິດ​ທີ່​ພິ​ເສດ. ຄົນ​ຈີນ​ມັກ​ຈະ​ຫວນ​ຄືນ​​ເລື່ອງ​ໃນອະ​ດີດ​ເລື້ອຍໆ, ເມື່ອ​ເວົ້າ​ເຖິງ​ຝ​ລັ່ງ, ມັກ​ຈະ​ເນັ້ນ​ວ່າ, ຝ​ລັ່ງ​ແມ່ນ​ປະ​ເທດ​ຕາ​ເວັນ​ຕົກ​ປະ​ເທດ​ທຳ​ອິດ​ທີ່​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ປ​ະ​ເທດ​ຈີນ, ແມ່ນ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ເປີດ​ສາຍ​ການ​ບິນ​ໂດຍ​ກົງ​ກັບ​ປະ​ເທດ​ຈີນ​ໃໝ່​ກ່ອນ​ປະ​ເທດ​ອື່ນ, ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ຈັດ​ກິດ​ຈະ​ກຳ “ປີ​ວັດ​ທະ​ນະ​ທຳ​ຈີນ” ແລະ​ອະ​ນຸ​ມັດ​ໃຫ້​ສ້າງ​ຕັ້ງ​ສູນ​ວັດ​ທະ​ນະ​ທຳ​ຈີ​ນ, ແລະ​ກໍ່​ແມ່ນ​ປະ​ເທດ​ຕາ​ເວັນ​ຕົກ​ປະ​ເທດ​ທຳ​ອິດ​ທີ່​ຕັ້ງຄະ​ນະ​ວິ​ຊາ​ພາ​ສາ​ຈີນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ຕົນ.

ເມື່ອ​ຊຸມ​ປີ 1960 ນາຍ​ພົນ​​ຊາ​ເລີ​ເດີ​ກູ​ເລີ ​ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ຮອບ​ດ້ານ​ກັບ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ດ້ວຍ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ກ້າ​ຫານ​ອັນ​ໂດດ​ເດັ່ນຂອງ​ທ່ານ​ໂດຍ​ໄດ້​ທັ​ບ​ມ້າງຄ​ວ​າມ​ຂັດ​ແຍ້ງ​ກັນ​ຂອງ​ສົງ​ຄາມ​ເຢັນ, ເປັນ​ເຈົ້າ​ການ​ຮັດ​ແໜ້ນ​ການ​ພົວ​ພັນ​ລະ​ຫວ່າງ​ໂລກ​ຝ່າຍ​ຕາ​ເວັນ​ຕົກ​ກັບ​ຈີນ, ປະ​ຊາ​ຊົນ​ຈີນໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຄວາມ​ດີ​ງາມ​ເຫຼົ່າ​ນີ້ ແລະ​ມີ​ຄວາມ​ຮັກ​ແພງ​ເປັນພິ​ເສດ​ກັບຝ​ລັ່ງ.

ລັກ​ສະ​ນະ​ພິ​ເສດ​ເຫຼົ່າ​ນີ້​ມາ​ຈາກ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ເປັນ​ເອ​ກະ​ລາດ​ຂອງ​ຝ​ລັ່ງ. ຍ້ອນ​ມີ​ລັກ​ສະ​ນະ​ພິ​ເສດ​ແບບນີ້, ​ໄດ້ເຮັດ​ໃຫ້​ວຽກ​ງານ​ການ​ຕ່າງ​ປະ​ເທດຂອງ​ຝ​ລັ່ງທີ່​ມີ​ຕໍ່​ຈີນ​ແຕກ​​ຕ່າ​ງ​ກັບ​ປະ​ເທດ​ອື່ນ​ຫຼາຍ, ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ຝ​ລັ່ງ​ໄດ້​ຮັບ​ການ​ພັດ​ທະ​ນາ​ເປັນ​ຢ່າງ​ດີ. ແນ່ນອນ, ການ​ພັດ​ທ​ະ​ນາແລະ​ການ​ລົງ​ເລິກ​ຂອງ​ການ​ພົວ​ພັນ​ຈີນ-ຝ​ລັ່ງ​ກໍ່​ໄດ້​ຮັບ​ຜົນ​ດີ​ຈາກ​ການ​ເປີດ​ປະ​ຕູ​ແລະ​​ການຮ່ວມ​ມື​ກັນ​ລະ​ຫວ່າງ​ສອງ​ຝ່າຍ. ປີ​ກາຍນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ-ຝ​ລັ່ງ​ໄດ້​ບັນ​ລຸ​ຫຼາຍກວ່າ 60 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ​15,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2017, ເປັນ​ລະ​ດັບ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ.

ປະ​ເທດ​ຕ່າງໆ​ໃນ​ໂລກ​ສູ່ມື້ນີ້​ກຳ​ລັງ​ຜະ​ເຊີນ​​ກັບ​ການ​ປ່ຽນ​ແປງ​ຢ່າງ​ຂະ​ໜາດໃຫຍ່​ທີ່​ບໍ່​ເຄີຍ​ມີ​ດາ​ກ່ອນ, ພາຍ​ໃຕ້​​ເງື່ອນ​ໄຂ​ໃໝ່​ນີ້, ຝ​ລັ່ງ​ແລະ​ສະ​ຫະ​ພາບ​ເອີ​ລົບ​ລ້ວນ​ແຕ່​ພວມ​ດຳ​ເນີນ​ການ​ປັບ​ປຸງ​ຕໍ່​ການ​ພົວ​ພັນ​ຕໍ່​ພາຍນອກ, ລວມ​ທັງ​ການ​ໄປ​ມາ​ຫາ​ສູ່​ກັບ​ຈີນ, ເພື່ອ​ຮັກ​ສາ​ກຳ​ລັງ​ການ​ແຂ່ງ​ຂັນ​ຂອງ​ຕົນ. ເລື່ອງ​ທີ່​ໜ້າຄວນ​ເອົາ​ໃຈ​ໃສ່ນັ້ນ​ຄື: ບໍ່​ວ່າ​ໂລກ​ຈະ​ປ່ຽນ​ແປງ​ໄປແນວ​ໃດ​ກໍ່​ຕາມ, ຈີນ-ຝ​ລັ່ງ​ພຽງ​ແຕ່​ຈົດ​ຈຳ​ແລ​ະປະ​ຕິ​ບັດ​ຕາມ​ຫຼັກ​ມາດ​ຖານ​​ສຳ​ຄັນ​ທີ່​ບັງ​ເກີດ​ຜົນ​ເຫຼົ່າ​ນີ້ໄວ້ໃຫ້​ດີ, ການ​ພົວ​ພັນ​ພິ​ເສດ​ລະ​ຫວ່າງ​ຈີນ-ຝ​ລັ່ງ​ກໍ່​​ຈະ​ສືບ​ຕໍ່ໄດ້​ຮັບ​ກ​ການ​ປັບ​ປຸງ​ແລະ​​ພັດ​ທະ​ນາ ດັ່ງ​ທີ່ທ່ານ​ປ​ະ​ທານ​ສີ​ຈິ້ນ​ຜິງ​ສະ​ຫຼຸບ​ຂໍ​ກ​ກະ​ແຈ 4 ຂໍ້​ອອກ​ມາ: ເອ​ກະ​ລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ, ເປີດ​ປະ​ຕູ​ເຊິ່ງ​ກັນ​ແລະ​ກັນ​ບົນ​ພື້ນ​ຖານ​ຕ່າງ​ຝ່າຍ​ຕ່າງ​ມີຜົນ​ປະ​ໂຫຍດ, ກວມ​ລວມ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ, ​ແລະແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ. ມີ​ແຕ່​ຮັກ​ສາ​​ຈິດ​ໃຈ​ເອ​ກະ​ລາດ, ຈິ່ງ​ຈະ​ບັນ​ລຸ​ຄວາມ​ຮັບ​ຜິດ​ຊອບ​ນີ້ໄດ້, ຈິ່ງ​ຈະ​​ສາ​ມາດ​ຍຶດ​ໝັ້ນ, ບໍ່​​ຄອນ​ແນ; ມີ​ແຕ່ກວມ​ລວມແລະ​​ຖອດ​ຖອນ​ເຊິ່ງ​ກັນ​ແລະ​ກັນ​, ຈິ່ງ​​ຈະສາ​ມາດ​ຮັກ​ສາ​ການ​ເປີດ​ປະ​ຕູ​ເຊິ່ງ​ກັນ​ແລະ​ກັນ, ແລະໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ.

ຈີນ​ແລະ​ຝ​ລັ່ງ​ມີ​ຄວາມ​ເຊື່ອ​ໝັ້ນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ທາງການ​ເມື​ອງ​ຢ່າງ​ສູງ, ພາຍ​ໃຕ້​ຂອບ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ, ຝ​ລັ່ງ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຫຼາຍກວ່າ​ເກົ່າ ເພື່ອ​ຮ່ວມ​ກັນກັບ​ຈີນ ຊຸກ​ຍູ້​ການ​ສ້າງ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ​ບັນ​ລຸຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່​ຫຼວງ​ໃນ​ດ້ານ​ກາ​ນ​ຮ່ວມ​ມື​ກັນ​ແລະ​ການ​ບຸກ​ເບີກ​ຕະ​ຫຼາດ​ຝ່າຍ​ທີ​ສາມ. ປີ 2018, ຍອດ​ມູນ​ຄ່າ​ຂາຍ​ຍ່ອຍ​ເຄື່ອງ​ບໍ​ລິ​ໂພກ​​ໃນທົ່ວ​ສັງ​ຄົມ​ຈີນ​ບັນ​ລຸ 38000 ຕື້ຢວນ ເປັນ​ຕະ​ຫຼາດ​ບໍ​ລິ​ໂພກ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ເຊິ່ງ​ຕະ​ຫຼາດ​ທີ່​ໃຫຍ່​ຊ່ຳ​ນີ້​ໄດ້​ອຳ​ນວຍ​ໂອ​ກາດ​ທີ່​ມະ​ຫາ​ສານ​ໃຫ້ແກ່​ຄູ່​ການ​ຄ້າ​ຂອງ​ຈີນ​ ໂດຍ​ສະ​ເພາະ​ແມ່ນ​ຝ​ລັ່ງ. ຂໍ້​ມູນ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ 2 ເດືອນ​ທຳ​ອິດ​ຂອງ​ປີນີ້ ການ​ນຳ​ເຂົ້າ​ຈາກ​ຝ​ລັ່ງ​ສູ່​ຈີນ​ເພີ່ມ​ຂຶ້ນ 42,2%.

ເມື່ອ 55 ປີ​ກ່ອນ,ຝ​ລັ່ງ​ໄດ້​ສະ​ແດງ​ໃຫ້​ໂລກ​ໄດ້​ເຫັນ​ຈິດ​ໃຈ​ເອກ​ກະ​ລາດ ກວມ​ລວມ ແລະ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​, ໃນ​ໂລກສູ່ມື້ນີ້​ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ ໂອ​ກາດ ແລະ​ປັດ​ໄຈ​ທີ່​ບໍ່​ແນ່ນອນ​ຕ່າງໆ, ຄົນ​ເຮົາ​ກໍ​​ມີ​ຄວາ​ມຸ້ງ​ມາດ​ປາ​ຖະ​ໜາ​ທີ່​ຈະ​ເຫັນ​ຈິດ​ໃຈ​ເອ​ກະ​ລາດ, ​ກ້າ​ຫານ​ຕັດ​ສິນ​ໃຈ​ແລະ​​ຄວາມສະ​ຫຼາດ​ສ່ອງ​ໃສ​ຂອງ​ຝ​ລັ່ງ​ອີກ​ຄັ້ງ​ໜຶ່ງ.

 

ຄຳ​ເຫັນ

0