覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ກິດ​ຈະ​ກຳ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​​ສຳ​ນັກຂົງ​ຈື້​ລະ​ຫວ່າງ​ຊາວ​ໜຸ່ມ​ຈີນ-ຫວຽດ​ນາມ​ຢູ່​​ຮ່າ​ໂນ້ຍ

2019-03-25 16:17:39 cri

图片默认标题_fororder_liyushshfsfjsfjisfe1
 

ທ່ານ​ເຜິງ​ຊື​ທວນ ທີ່​ປຶກ​ສາ​ວັດ​ທ​ະ​ນະ​ທຳ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຫວຽດ​ນ​າມ​ປະ​ກອບ​ຄຳ​ເຫັນ​ໃນ​ກິດ​ຈະ​ກຳ
 

 ​ກິດ​ຈະ​ກຳ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​​ສຳ​ນັກຂົງ​ຈື້​ລະ​ຫວ່າງ​ຊາວ​ໜຸ່ມ​ຈີນ-ຫວຽດ​ນາມ​ພາຍ​​ໃຕ້​ຫົວ​ຂໍ້ “ມາ​ລະ​ຍາດ​ແລະ​ດົນ​ຕີ​ບູ​ຮານ​ຕາມ​ຄວາມ​ໄຝ່​ຝັນ”​ໄດ້​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຮ່າ​ໂນ້ຍ​ຫວຽດ​ນາມ​ໃນ​ຕອນ​ບ່າຍ​ວັນ​ທີ 24 ມີ​ນາ​ນີ້. ກິດ​ຈະ​ກຳ​ຄັ້ງ​ນີ້​ເປັນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ຕ່າງໆ​ທີ່​ປິ່ນ​​ອ້ອມ​ສັບ​ປະ​ດາ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 2. ໃນ​ກິດ​ຈະ​ກຳ​ຄັ້ງ​ນີ້ ​ມີ​ຊາວ​ໜຸ່ມ​ຈີນ-ຫວຽດ​ນາມປະ​ມານ 300 ຄົນໄດ້​ອ່ານ​ຕຳ​ລາ​ບູ​ຮານ, ຟັງ​ດົນ​ຕີ​ບູ​ຮານ, ຟ້ອນລຳ ເພື່ອ​ເພີ່ມ​ມິດ​ຕະ​ພາບ​ໃນ​ກິດ​ຈະ​ກຳ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ດ້ານ​ມາ​ລະ​ຍາດ​ແລະ​ດົນ​ຕີ​ບູ​ຮານສຳ​ນັກ​ຂົງ​ຈື້.


图片默认标题_fororder_liyushshfsfjsfjisfe2

ທ່ານ​ດູ​ນາມ​ຈົງ ຮອງ​ຫົວ​ໜ້າ​ກົມ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ປະ​ກອບ​ຄຳ​ເຫັນ​ໃນ​ກິດ​ຈະ​ກຳ
 

ກິດ​ຈະ​ກຳ​ຄັ້ງ​ນີ້​ມີ​ວິ​ທະ​ຍຸ​ໂທ​ລະ​ພາບກວາງ​ຊີ​ຈີນ,ມະ​ຫາ​ວິ​ທະ​ຍາ​ໄລ​ຮ່າ​ໂນ້ຍ​ຫວຽດ​ນາມ​ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ນານ​ນິ່ງ​ຈີນ​ເປັນ​ເຈົ້າ​ພາບ​ຮ່ວມ​​ກັນຈັດ​ຂຶ້ນ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ “ວັດ​ທະ​ນະ​ທຳ​ມາ​ລະ​ຍາດ​ບູ​ຮານ​ແລະ​ດົນ​ຕີ​ບູ​ຮານ​ສຳ​ນັກ​ຂົງ​ຈື້” ​ເຊິ່ງ​ໄດ້​ສະ​ແດງໃນຫຼາຍ​ລາຍ​ການ​ເຊັ່ນ ການ​ບັນ​ເລັງ​ດົນ​ຕີ​ບູ​ຮານ 《ພູ​ສູງ​ແລະ​ນ້ຳ​ໄຫຼ》,ບົດ​ຟ້ອນ​ແບບ​ຮູບ​ຮານ​ທີ່​ມີ​ຊື່​ວ່າ《ຮັກ​ຕະຫຼົກ​​ຍ້ອນ​ວ່າວ》,ອ່ານ​ກະ​ວີ​ບູ​ຮານ《ກ່ວນ​​ຈ​ວີ່》, ການ​ສະ​ແດງ​ເພງ​ພື້ນ​ເມືອງກວນ​ໂຮ້​ຫວຽດ​ນາມ ແລະ​ລາຍ​ການ​ອື່ນໆ ເຮັດ​ໃຫ້​ຊາວ​ໜຸ່ມ​ຈີນ-ຫວຽດ​ນາມ​ທີ່​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ໄດ້​ຮ່ວມ​ກັນ​ສຳ​ຜັດ​ກັບ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງວັດ​ທະ​ນະ​ທຳ​ມາ​ລະ​ຍາດ​ບູ​ຮານ​ແລະ​ດົນ​ຕີ​ບູ​ຮານ​ສຳ​ນັກ​ຂົງ​ຈື້​. ນອກ​ນີ້, ກິດ​ຈະ​ກຳ​ດັ່ງ​ກ່າວ​ຍັງ​ໄດ້​ຈັດ​ໃຫ້​ມີ​ການ​ສາ​ທິດ​ສິ​ລະ​ປະ​ການ​ຕັດ​ເຈ້ຍ​ດັ້ງ​ເດີມ, ການ​ແຕ້ມ​ໜ້າ​ກາກງິ້ວ​ປັກ​ກິ່ງ, ​ການ​ສານ​ຂອດ​ຈີນ ກໍ​ຄື​ການ​ຂຽນ​ຕົວ​​ອັກ​ສອນ​ບູ​ຮານ​ຫວຽດ​ນາມ​ແລະ​ອື່ນໆ​ເພື່ອ​ໃຫ້​ຊາວ​ໜຸ່ມ​ສອງ​ປະ​ເທດ​ຈີນ​-ຫວຽດ​ນານ​​ໄດ້ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ຈາກ​ການ​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ດັ້ງ​ເດີມ​​ແຕ່​ລະ​ປະ​ເທດ.

 

图片默认标题_fororder_liyushshfsfjsfjisfe3
 

ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ນານ​ນິງ​ສະ​ແດງ​ບົດ​ຟ້ອນ​ບູ​ຮານ《ຮັກ​ຕະຫຼົກ​​ຍ້ອນ​ວ່າວ》

 

图片默认标题_fororder_liyushshfsfjsfjisfe4
 

ນັກ​ສຶກ​ສາ​ຈີນ​ທີ່​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຮ່າ​ໂນ້ຍ​ຫວຽດ​ນາມ​ອ່ານ​ ​ກະ​ວີ​ບູ​ຮານ《ກ່ວນ​​ຈ​ວີ່》

 

ຄຳ​ເຫັນ

0