尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ເລີ່ມ​ຢ້ຽມ​ຢາມ​ໂມ​ນາ​ໂກ​ທາ​ງ​ລັດ​ຖະ​ກິດ

2019-03-25 12:03:05 cri

ວັນ​ທີ 24 ມີ​ນາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ເຖິງເມືອງ​ນິ​ສ​ປະ​ເທດ​ຝ​ຣັ່ງ,ແລ້ວ​ສືບ​ຕໍ່​ເດີນ​ທາງ​ໂດຍ​ລົດ​ຍົນ​ໄປ​ໂມ​ນາ​ໂກ,ເລີ່ມ​ຢ້ຽມ​ຢາ​ມນະ​ຄອນ​ລັດ​ໂມ​ນາ​ໂກ​ທາງ​ລັດ​ຖະ​ກິດ.
 

ເວ​ລາປະ​ມານ 12 ໂມງ​ຂອງວັນ​ທີ 24 ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ທ່ານ ສີ​ຈິ້ນ​ຜິງ ໄດ້​ເດີນ​ທາງ​ໂດຍ​ເຮືອ​ບິນ​ພິ​ເສດ​ເຖິງສະ​ໜາມ​ບິນ​ນິ​ສ. ທ່ານ ສີ​ຈິ້ນ​ຜິງ ພ້ອມ​ດ້ວຍ​ພັນ​ລະ​ຍາ​ຂອງ​ທ່ານ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ສົມ​ກຽດ​ແລະ​ຟົດ​ຟື້ນ​ຈາກ​​ທ່ານ ແຊກ​ເຊີ​ແຕນ ຫົວ​ໜ້າ​ລັດ​ຖະ​ບານ,ທັງ​ເປັນ​ເລ​ຂາ​ທິ​ການ​ລັດ​ຖະ​ບານ​ໂມ​ນາ​ໂກ​ແລະ​ທ່ານ ກີ​ຣ ໂຕ​ເນ​ລີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຮ່ວມ​ມື​ແລະ​ການ​ພົວ​ພັນ​ຕ່າງ​ປະ​ເທດໂມ​ນາ​ໂກ. ທ່ານ ຊອງ ອີ​ເວ​ສ ເລີ​ດີ​ຢອງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຝ​ຣັ່​ງ​ແລະທ່ານ ຈ໋າຍ​ຈ​ວິ້ນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳຝ​ຣັ່ງ​ທັງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໂມ​ນາ​ໂກ​ກໍ່​ໄດ້​ອອກ​ໄປ​ຕ້ອນ​ຮັບ​ຢູ່​ສະ​ໜາມ​ບິນ​ເຊັ່ນ​ດຽວ​ກັນ.
 

ທ່ານ ສີ​ຈິ້ນ​ຜິງ ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ໂມ​ນາ​ໂກ​ຫຼັງ​ຈາກ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ອີ​ຕາ​ລີ​ທາງ​ລັດ​ຖະ​ກິດ. ຫຼັງ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ໂມ​ນາ​ໂກ,ທ່ານ ສີ​ຈິ້ນ​ຜິງ ຍັງ​ຈະ​ຢ້ຽມ​ຢາມ​ປະ​ເທດ​ຝ​ຣັ່ງ​ທາງ​ລັດ​ຖະ​ກິດ​ຢູ່​ນະ​ຄອນ​ນິ​ສ.

ຄຳ​ເຫັນ

0