覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກີດ​ອຸ​ບັດ​ເຫດ​ສາງ​ເຄື່ອງລະ​ເບີດ​ຢູ່​ພາກ​ເໜືອ​ມຽນ​ມາ ເຮັດ​ໃຫ້ 16 ຄົນ​ເສຍ​ຊີ​ວິດ

2019-03-25 16:29:11 cri

ເຈົ້​າ​ໜ້າ​ທີ່​ເຂດ​ພິ​ເສດ​ທີ​ສອງ​ລັດ​​ສານ​ປະ​ເທດ​ມຽນ​ມາ​ຢືນ​ຢັນ​ໃນ​ວັນ​ທີ 24 ມີ​ນາ​ນີ້​ວ່າ:  ຕອນ​ບ່າຍ​ວັນ​ທີ 23 ມີ​ນາ​ນີ້, ສາງ​ເຄື່ອງ​ແຫ່ງ​ໜຶ່ງ​ຂອງ​ລັດ​ຕົນ​ໄດ້​ເກີດ​ເຫດ​ລະ​ເບີດ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 16 ຄົນ,  40 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ.
 

 ທ່ານ​ນີ​ຣາງ ຫົວ​ໜ້າ​ພະ​ແນກວຽກ​ງານ​ຕ່າງ​ປະ​ເທດ​ອົງ​ການ​ປົກ​ຄອງ​ເຂ​ດ​ພິ​ເສດ​ທີ​ສອງ​ລັດ​​ສານ​ປະ​ຈຳ ນະ​ຄອນ​ລາ​ຊີວ ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່​າວ​ວ່າ: ເວ​ລາ​ປະ​ມານ 17 ໂມງ​ຂອງວັນ​ທີ 23 ມີ​ນາ​ນີ້, ສາງ​ສະ​ສົມ​ຖັງ​ແກັ​ສ,ໝື້​ລະ​ເບີດ​ທາງ​ອຸດ​ສາ​ຫະ​ກຳ​ແລະ​ວັດ​ສະ​ດຸ​ກໍ່​ສ້າງ​ແຫ່ງ​ໜຶ່ງ​ຢູ່ເມືອງມອງ​ມາວ​ໄດ້​ເກີດ​ການ​ລະ​ເບີດ​ກະ​ທັນ​ຫັນ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ເປັນ​ຈຳ​ນວນຫຼາຍ. ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນໄດ້​ສຸມ​ທຸກ​ຄວາ​ມ​ພະ​ຍາ​ຍາມ​ໃນ​ການກອບ​ກູ້​ປິ່ນ​ປົວ​ຜູ້​ບາດ​ເຈັບ​ແລະ​ແກ້​ໄຂວຽກ​ງານ​ອື່ນໆ ທັງ​ໄດ້​ດຳ​ເນີນ​ການ​ສືບ​ສວນ​ສອບ​ສວນ​ຫາ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ເຫດ​ຄັ້ງ​ນີ້.
 

 ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 24 ມີ​ນາ​ນີ້​ວ່າ: ເຫດ​ ​ລະ​ເບີດ​ຄັ້ງ​ນີ້​ຮຸນ​ແຮງຫຼາຍ ເຊິ່ງ​ໄດ້​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ເຮືອນຊານ​ຈຳ​ນວນຫຼາຍ, ໃນ​ນີ້ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ ​ແລະຍັງ​ມີຫຼາຍ​ຄົນ​ຫາຍ​ສາບ​ສູນ.

ຄຳ​ເຫັນ

0