蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນ​ອັງ​ກິດ 5 ລ້ານ​ຄົນ​ຮ້ອງ​ຮຽນໃຫ້​ຍົກ​ເລີກ “ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ”

2019-03-25 15:19:15 CRI

ຕົວ​ເລກ​ສະ​ຖິ​ຕິ​​ຈາກເວັບ​ໄຊ​ຮ້ອງ​ຮຽນສະ​ພາ​ອັງ​ກິດ​ສະ​ແດງ​ໃຫ້​ເຫັນ​ວ່າ, ມາ​ຮອດ​ຕອນ​ບ່າຍ​ວັນ​ທີ 24 ມີ​ນາ​ນີ້, ​ມີ​ປະ​ຊາ​ຊົນ​ອັງ​ກິດຫຼາຍກວ່າ 5 ລ້ານ​ຄົນ​ໄດ້​ລົງ​ລາຍ​​ຊື່​ໃນ​ໜັງ​ສື​ຮ້ອງ​ຮຽນ​ສະ​ບັບ​ໜຶ່ງ ເພື່ອ​ຮຽກ​ຮ້ອງ​ໃຫ້​​ຍົກ​ເລີກ “ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ”.

ໜັງ​ສື​ຮ້ອງ​ຮຽນ​ທີ່​ໄດ້​ອັບ​ໂລດ​ໃນ​ເດືອນ​ກຸມ​ພາ​ປີ​ນີ້​ຂຽນ​ວ່າ, ລັດ​ຖະ​ບານ​ອັງ​ກິດ​ໄດ້​​ເນັ້ນ​ໜັກ​ມາຫຼາຍ​ເທື່ອ​ວ່າ, “ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ” ແມ່ນ “ຄວາມ​ມຸ່ງ​ປາ​ຖະ​ໜາ” ຂອງ​ປະ​ຊາ​ຊົນ, ແຕ່​ປະ​ຊາ​ຊົນ​ຕ້ອງ​ສະ​ແດງ​​ຄວາມ​ມຸ່ງ​ປາ​ຖະ​ໜາ ​ທີ່​ແທ້​ຈິງ​ຂອງ​ຕົນ​ທີ່​ຢາກ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ​ຄື​ເກົ່າ ໂດຍ​ຜ່ານ​ວິ​ທີການ​ຮ້ອງ​ຮຽນ​ຢູ່​ຕາມ​ອິນ​ເຕີ​ເນັດ. ອີງ​ຕາມ​ການ​ລະ​ບຸ​ທີ່​ກ່ຽວ​ຂ້ອງ, ຖ້​າ​ວ່າ​ມີ​ຮ້ອງ​ຮຽນຫຼາຍກວ່າ 1 ແສນ​ຄົນ, ສະ​ພາ​ຕ້ອງ​ພິ​ຈາ​ລະ​ນາ ​ເພື່ອດຳ​ເນີນ​ການ​ອະ​ພິ​ປາຍ​ໃນ​ຫົວ​ຂໍ້​ທີ່​ກ່ຽວ​ຂ້ອງ.

ນອກ​ນີ້, ປະ​ຊາ​ຊົນ​ອັງ​ກິດ​ໄດ້​ຈັດ​ການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່​ ເພື່ອຄັດ​ຄ້ານ​ “ການ​ຖອນ​ອອກ​ຈາກ​ສ​ະ​ຫະ​ພາບ​ເອີ​ຣົບ” ຢູ່ນ​ະ​ຄອນຫຼວງ​ລອນດອນ​ໃນ​ວັນ​ທີ 23 ມີ​ນາ​ນີ້ ​ເພື່ອຮຽກ​ຮ້ອງ​ໃຫ້​ຈັດ​ການ​​ລົງ​ປະ​ຊາ​ມະ​ຕິ​ທົ່ວ​ປວງ​ຊົນ​ອີ​ກ​ຄັ້ງ​ໜຶ່ງ.

ຄຳ​ເຫັນ

0