黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ເຂົ້າ​ຮ່​ວມ​ກິດ​ຈະ​ກຳ​ປູກ​ຕົ້ນ​ໄມ້​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

2019-04-09 11:07:04 cri

图片默认标题_fororder_1124340702_15547268715781n

ຕອນ​ເຊົ້າ​ວັນ​ທີ 8 ເມ​ສາ​ນີ້​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ປູກ​ຕົ້ນ​ໄມ້​​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການທະ​ຫານ​ສູນ​ກາງ​ຈີນ​ໄດ້​ເນັ້ນ​ໜັກ​ວ່າ, ຄວນ​ເຊີດ​ຊູ​ມູນ​ເຊື້ອ​ທີ່​ດີ​ງາມ​ຂອງ​ຊົນ​ຊາດ​ຈີນ​ໃນ​ການ​ຮັກ​ຕົ້ນ​ໄມ້, ປູກ​ຕົ້ນ​ໄມ້​ແລະ​ບົວ​ລະ​ບັດ​ຮັກ​ສາ​ຕົ້ນ​ໄມ້, ​ລະ​ດົມໃຫ້​ທົ່ວ​ປະ​ເທດ, ທົ່ວ​ປວງ​ຊົນ​ແລະ​ທົ່ວ​ສັງ​ຄົມ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ເຂົ້າ​ຮ່ວມ. ລົງ​ເລິກ​ການຊຸກ​ຍູ້​ການ​ເຄື່ອນ​ໄຫວປູກ​ຕົ້ນ​ໄມ້​ເພື່ອ​ໃຫ້​​ແຜ່ນ​ດິນ​ທົ່ວ​ປະ​ເທດ​ຫັນ​ເປັນ​ສີ​ຂຽວແລະ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ແທ້​ຈິງ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ວ່າ, ຊົນ​ຊາດ​ຈີນ​ມີ​ມູນ​ເຊື້ອ​ທີ່​ດີງາມ​ໃນ​ການ​ທີ່​ຮັກ​ຕົ້ນ​ໄມ້, ປູກ​ຕົ້ນ​ໄມ້​ແລະ​​ບົວ​ລະ​ບັດ​ຮັກ​ສາ​ຕົ້ນ​ໄມ້​ມາຕັ້ງ​ແຕ່​ບູ​ຮານ​​ນະ​ການ. ຫຼາຍ​ຄົນ​ສຸມ​ຟືນ​ຈຶ່ງ​​ຈະ​ໄດ້​ແປວ​ໄຟ​ທີ່​ໄໝ້​ສູງຂຶ້ນ, ຫຼາຍ​ຄົນ​ປູກ​ຕົ້ນ​ໄມ້​ຈຶ່ງ​ເກີດ​ເປັນ​ມີ​ປ່າ​. ຄວນລະ​ດົມໃຫ້​ທົ່ວ​ປະ​ເທດ, ທົ່ວ​ປວງ​ຊົນ​ແລະ​ທົ່ວ​ສັງ​ຄົມ​ເຂົ້າ​ຮ່ວມ​ການ​ປູກ​ຕົ້ນ​ໄມ້, ​ພະ​ນັກ​ງານ​ການ​ນຳ​ທຸກ​ຂັ້ນ​ຄວນ​ເປັນແບບ​ຢ່າງ, ດຳ​ເນີນ​ການ​ປູກ​ຕົ້ນ​ໄມ້​ແບບ​ພັນ​ທະ​ຕະ​ຫຼອດໄປ. ຄວນ​ປະ​ຕິ​ບັດ​ທັດ​ສະ​ນະ​ທີ່ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ​, ຊຸກ​ຍູ້​ໃຫ້​ການ​ປູກ​ຕົ້ນ​ໄມ້​ເພື່ອ​​ຫັນ​ແຜ່ນ​ດິນ​ເປັນ​ສີ​ຂຽວ​​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ, ວາງ​ແຜນ​ປັບ​ປຸງ​ລະ​ບົບ​ພູ​ຜາ, ນ້ຳ, ປ່າ​ໄມ້, ດິນ​ນາ, ໜອງ​ແລະ​ທົ່ງ​ຫຍ້າ, ຊຸກ​ຍູ້​ກິດ​ຈະ​ກຳ​ປູກ​ຕົ້ນ​ໄມ້​ຫັນແຜ່ນ​ດິນເປັນ​ສີ​ຂຽວ​ຂະ​ໜາດ​ໃຫຍ່ທີ່​ສອດ​ຄ່ອງ​ສະ​ພາບ​ທ້ອງ​ຖິ່ນ, ຊຸກ​ຍູ້​ການ​ກໍ່​ສ້າງ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​​ໃຫ້​ເປັນ​ປ່າ​ຢ່າງ​ຕໍ່​ເນື່ອງ, ອອກ​ແຮງ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມໃນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຄົນ​ໃຫ້​ດີ​ຂຶ້ນ, ບັນ​ລຸ​ເປົ້າ​ໝາຍ​ໃຫ້​ມີ​ຕົ້ນ​ໄມ້​ສີ​ຂຽວ​ແລະ​ມີ​ດອກ​ໄມ້​​ບານ​ໃນ​ທຸກ​ລະ​ດູ​ການ, ພັດ​ທະ​ນາ​ເສດ​ຖະ​ກິດ​ສີ​ຂຽວ, ເພີ່ມ​ທະ​ວີ​ການ​​ຄຸ້ມ​ຄອງ​ແລະ​ປົກ​ປ້ອງ​ປ່າ​ໄມ້, ຊຸກ​ຍູ້​ໃຫ້​ການ​ເຄື່ອນ​ໄຫວ​ປູກ​ຕົ້ນ​ໄມ້​​ເພື່ອ​ຫັນ​ແຜ່ນດິນ​ເປັນ​ສີ​ຂຽວ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ແທ້​ຈິງ.

ຄຳ​ເຫັນ

0