覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ສ້າງ​ສະ​ຖິ​ຕິ​ກີ​ເນັ​ສ​ບຸກ​ດ້ວຍການ​ສ້າງ​ຄື້ນ​ມະ​ນຸດ​ເປັນ​ເວ​ລາ​ດົນ​ທີ່​ສຸດ

2019-04-17 10:48:29 cri

图片默认标题_fororder_shflsjfljstsitsguosfe1
 

  ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ນະ​ຄອນ​ຂອນ​ແກ່ນ​ແຂວງ​ຂອນ​ແກ່ນ​ປະ​ເທ​ດ​ໄທ​ໄດ້​​ເຕົ້າ​ໂຮມ​ມວນ​ຊົນ​ທ້ອງ​ຖິ່ນ​ແລະ​ນັກ​ທ່ອງ​ທ່ຽວ​ຈາກ​ແຫ່ງ​ຕ່າງໆ​ໃນ​ໂລກ​ທີ່​ມາ​ສະຫຼອງ​ບຸນ​ຫົດ​ນ້ຳ​ຢູ່​ນະ​ຄອນ​ຕົນ​​ເພື່ອ​ສ້າງ​ສະ​ຖິ​ຕິ​ໂລກ​ກີ​ເນັ​ສ​ບຸກ​​ດ້ວຍ​ການ​ສ້າງ​ຄື້ນ​ມະ​ນຸດ​ເປັນ​ເວ​ລາ​ດົນ​ທີ່​ສຸດ​ຢ່າງ​ສຳ​ເລັດ​ຜົນ.
 

 ເວ​ລາ 19 ໂມງ​ຂອງວັນ​ທີ 15 ເມ​ສາ​ນີ້, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ເຈົ້າ​ຄອງ​ນະ​ຄອນ​ຂອນ​ແກ່ນ, ມວນ​ຊົນ 120.000 ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ປະ​ຕູ​ກຳ​ແພງ​ເມືອງ​ຂອນ​ແກ່ນ ທີ່​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ໄທ, ມວນ​ຊົນ​ຢືນ​ຍາວ​ຢຽດ​​ເຖິງ 1,5 ກິ​ໂລ​ແມັດແຕ່​ຫົວ​ມູມຖະ​ໜົນ​ເຖິງ​ທ້າຍ​ມູມ ​ຖະ​ໜົນ​ໂດຍ​ສ້າງ​ຄື້ນ​ມະ​ນຸດ​ເປັນ 5 ຮອບ​ເຄິ່ງ​ເປັນ​ເວ​ລາ 17 ນາ​ທີ 41 ວິ​ນາ​ທີ. ເຈົ້າ​ໜ້າ​ທີ່ ​ສະ​ຖິ​ຕິ​ໂລກ​ກີ​ເນັ​ສ​ບຸກ​ໄດ້​ປະ​ກາດ​ຢັ້ງ​ຢືນ​ຢູ່​ກັບ​ສະ​ຖານ​ທີ່​ວ່າ ​ການ​ສ້າງ​ສະ​ຖິ​ຕິ​ຄື້ນ​ມະ​ນຸດໄດ້​ປະ​ສົບ​ຜົນ​ສຳ​ເລັດ​ແລ້ວ.
 

 ຕາມ​ສະ​ຖິ​ຕິ​ດັ່ງ​ກ່າວ, ການ​​ສ້າງຄື້ນ​ມະ​ນຸດ​ລະ​ຫວ່າງ​ທຸກໆ​ສອງ​ຄົນໃດ​ທີ່​ເຄື່ອນ​ໄຫວ​ບໍ່​ໃຫ້​ກາຍ​ເວ​ລາ 3 ວິ​ນາ​ທີ ແລະ​ຄື້ນ​ມະ​ນຸດ​ບໍ່​ໃຫ້​ຢຸດ​ເຊົາ. ກ່ອນ​ໜ້າ​ນີ້, ສະ​ຖິ​ຕິ​ໂລກ​ໃນ​ການ​​ສ້າງຄື້ນ​ມະ​ນຸດ​ເປັນ​ເວ​ລາ​ດົນ​ທີ່​ສຸດ​ແມ່ນ​ຍີ່​ປຸ່ນ​ສ້າງ​ຂຶ້ນ​ເມື່ອ​ປີ 2014​ດ້ວຍ​ສະ​ຖິ​ຕິເວ​ລາ 17 ນາ​ທີ 14 ວິ​ນາ​ທີ.

ຄຳ​ເຫັນ

0