尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິນ​ໂດ​ເນ​ເຊຍ​ຈັດ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ

2019-04-17 16:50:21 cri

ອິນ​ໂດ​ເນ​ເຊຍ​​ເລີ່ມ​ດຳ​ເນີນການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີໃນວັນ​ທີ 17 ເມ​ສາ​ນີ້, ​ໂດຍຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ໄດ້​ລົງທະ​ບຽນຈຳ​ນວນ 190 ລ້ານ​ຄົນ​ຂອງ​ອິນ​ໂດ​ເນ​ເຊຍ​ຈະ​ໄປ​ປ່ອນ​ບັດ​ຢູ່​ສະ​​ຖາ​ນ​ທີ່ປ່ອນ​ບັດ 8 ແສນກວ່າ​ແຫ່ງ​ໃນທົ່ວ​ປະ​ເທດ,ເພື່ອ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ແລະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ໃໝ່.ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຄັ້ງ​ນີ້​ຈະ​ເລີ່ມ​ຕົ້ນ​ໃນ​ເວ​ລາ 7 ໂມງ​ເຊົ້າ​ຂອງວັນ​ທີ 17 ເມ​ສາ​ນີ້​ຕາມ​ເວ​ລາ​ທ້​ອງ​ຖິ່ນ.ກ່ອນ​​ໜ້າ​ນີ້,ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ຕ່າງ​ປະ​ເທດ​ປະ​ມານ 2 ລ້ານ​ຄົນ​ໄດ້​ພາ​ກັນ​ໄປ​ປ່ອນ​ບັດ​ຢູ່​ສະ​ຖາ​ນ​ທີ່​ປ່ອນ​ບັດ​ທີ່​ຕັ້ງ​ຢູ່​ສະ​ຖານ​ທູດ​ແລະ​ສະ​ຖານ​ກົງ​ສຸນ​ຂອງ​ອິນ​ໂດ​ເນ​ເຊຍ​ປະ​ຈຳ​​ຢູ່ຕ່າງ​ປະ​ເທດ.

ຄຳ​ເຫັນ

0